ບ້ານຊຽງດາປະຕິເສດ ຄ່າ ຊົດເຊີຍ

ຊາວບ້ານ ບ້ານຊຽງດາ ນະຄອນຫລວງວຽງຈັນ ຍັງບໍ່ຍອມຮັບ ເງິນຄ່າຊົດເຊີຍ ທີ່ທາງການ ສປປລາວ ກໍານົດໃຫ້ ໃນໂຄງການ ເຂດ ເສຖກິດ ພິເສດ ບຶງທາດຫລວງ.

ໂຄງການເຂດເສຖກິດພິເສດ ບຶງທາດຫລວງ ທີ່ນະຄອນຫລວງວຽງຈັນ RFA

ມາເຖິງປັດຈຸບັນຊາວບ້ານ ບ້ານຊຽງດາ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂດເສຖກິດພິເສດ ບຶງທາດຫລວງ ນະຄອນຫລວງວຽງຈັນ ຍັງບໍ່ຍອມຮັບເອົາເງິນຄ່າຊົດເຊີຍຄວາມເສັຽຫາຍ ທີ່ທາງການລາວກໍານົດໃຫ້ ແລະບໍ່ຍອມໂຍກຍ້າຍອອກຈາກບ້ານ ຍ້ອນຄ່າຊົດເຊີຍ ທີ່ ຈະໄດ້ນັ້ນໜ້ອຍເກີນໄປ.

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການສົ່ງເສີມແລະຄຸ້ມຄອງ ເຂດເສຖກິດພິເສດ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:

"ຕາມທີ່ເຮົາໄດ້ຣາຍງານຫັ້ນ ກະແມ່ນວ່າ 91% ກໍສິຫລາຍກວ່າ 91 ແລ້ວນໍ ເປັນດິນເປົ່າຫວ່າງ ມັນຕອນດິນ ກັບຄອບຄົວ ມັນຈະມີ ຂໍ້ມູນຕ່າງຫາກ."

ນາງກ່າວຕື່ມອີກວ່າ ເຫດຜົລທີ່ປະຊາຊົນບ້ານຊຽງດາ ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍ ທີ່ທາງການສປປລາວ ກໍານົດໃຫ້ 10 ໂດລາ ສະຫະຣັຖ ຕໍ່ດິນ 1 ຕາຣາງແມັດ ທີ່ປະຊາຊົນຈະເສັຍໄປນັ້ນ ກໍຍ້ອນວ່າ ດິນໃນເຂດນັ້ນ ມີມູນຄ່າສູງ ຄື 300 ໂດລາ ສະຫະຣັຖ ຕໍ່ 1 ຕາຣາງແມັດ.

ດິນຈໍານວນນຶ່ງ ທີ່ຖືກຜົລກະທົບຈາກໂຄງການ ເຂດເສຖກິດພິເສດ ບຶງທາດຫລວງ ເປັນດິນຂອງຜູ້ມີອໍານາດ ຢູ່ ສປປລາວ. ມາເຖິງ ປັດຈຸບັນ ທາງການລາວ ສາມາດຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍໄປແລ້ວ 91% ໃນຂນະທີ່ໄດ້ວາງໃຫ້ ບໍຣິສັດຈີນ ອອກຜັງເມືອງ ແລະປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມໃໝ່.

ປັດຈຸບັນ ບັນຍາກາດຢູ່ເຂດເສຖກິດພິເສດ ບຶງທາດຫລວງ ງຽບເຫງົາ ຜູ້ທີ່ຊື້ ແລະຢູ່ຄອນໂດໃນເຂດນັ້ນ ກໍມີໜ້ອຍ,​ ຄົນງານທີ່ກໍ່ສ້າງ ຕຶກອາຄານ ກໍມີພຽງ 9 ຫາ 10 ຄົນ ໃນຂນະທີ່ເຈົ້າໜ້າທີ່ ຫ້ອງການສົ່ງເສີມ ແລະຄຸ້ມຄອງ ເຂດເສຖກິດພິເສດ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວ ກັນນັ້ນວ່າ ການສ້າງສາພັທນາ ກໍຄ່ອຍເປັນຄ່ອຍໄປ:

"ແຕ່ລະເຂດມັນກໍຄ່ອຍໆພັທນາໄປຕາມແຜນຍຸທສາດ ຂອງຂະເຈົ້າຫັ້ນແລ້ວ ຕ່າງແຕ່ວ່າ ຜູ້ລົງທຶນກໍເລີ້ມ ທະຍອຍກັນເຂົ້າມາຢູ່ຫັ້ນນະ."

ມາເຖິງປັດຈຸບັນ ໂຄງການເຂດເສຖກິດພິເສດບຶງທາດຫລວງ ສໍາເຣັດການກໍ່ສ້າງຕຶກຄອນໂດມິນຽມ 11 ຫລັງ, ສູງ 17 ຊັ້ນ ຊຶ່ງໃນນັ້ນ ເປີດຂາຍແລ້ວ 4 ຫລັງ ໃນຣາຄາເລີ້ມແຕ່ 1 ແສນໂດລາ ສະຫະຣັຖຂຶ້ນໄປ. ສ່ວນທີ່ເຫລືອ ຢູ່ໃນຣະຫວ່າງ ການກໍ່ສ້າງ ແລະຕົບແຕ່ງ ພາຍໃນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org