ດ່ານວັງເຕົ່າ ເກັບຄ່າຜ່ານ ບໍ່ມີ ໃບຮັບ

ປະຊາຊົນ ຮຽກຮ້ອງ ໃຫ້ ທາງການລາວ ລົງກວດກາ ດ່ານວັງເຕົ່າ - ຊ່ອງເມັກ ແຂວງ ຈຳປາສັກ ຍ້ອນເຫັນວ່າ ເກັບຄ່າ ຜ່ານດ່ານ ບໍ່ມີໃບຮັບເງິນ ຢືນຢັນ.

ທ່າດ່ານສາກົນ ວັງເຕົ່າ-ຊ່ອງເມັກ ທາງຝັ່ງລາວ ແມ່ນ ແຂວງຈໍາປາສັກ RFA/PN

ປະຊາຊົນຜູ້ທີ່ໃຊ້ຜ່ານເຂົ້າ-ອອກ ດ່ານສາກົນ ວັງເຕົ່າ -ຊ່ອງເມັກ ແຂວງຈຳປາສັກ ຮຽກຮອ້ງໃຫ້ທາງການລາວ ລົງກວດກາ ການປະຕິບັດ ວຽກງານ ຂອງເຈົ້າໜ້າທີ່ ດ່ານວັງເຕົ່າ ຍ້ອນເຫັນວ່າ ເຈົ້າໜ້າທີ່ດ່ານບາງຄົນ ໄດ້ເກັບຄ່າຜ່ານດ່ານຈາກປະຊາຊົນ ແຕ່ບໍ່ມີໃບຮັບເງິນ ເປັນ ການຢືນຢັນ. ດັ່ງປະຊາຊົນ ເມືອງປາກເຊ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 06 ມີນາ ນີ້ວ່າ:

"ປົກກະຕິຄົນລາວ ເຮົານີ້ກໍ່ເອົາຜູ້ລະ 40 ບາດ ໄປ-ກັບ ກໍ່ 80 ບາດ ຄັນບາງຄົນບໍ່ຮູ້ ເຂົາກໍຕົວະ ເອີ ສອງ ສາມຮ້ອຍ ແຕ່ເຮົາຮູ້ທັນເຂົາ ເຮົາກໍ່ວ່າເຮົາມາຄູ່ເທື່ອ ຍັງຊໍ່ານັ້ນຫັ່ນນ່າແບບວ່າເພີ່ນ ຊິຄິດວ່າເຮົາບໍ່ເຄີຍໄປ ຫລືວ່າຈັ່ງໃດນີ້ແຫຼະ ສອງຮ້ອຍເດີ້ ສາມຮ້ອຍ ຫ້ວາຍຂ້ອຍວ່າ ມາເລີຍໆ ຊິມາສອງຮ້ອຍຈັ່ງໃດ 10 ພັນເຂົ້າ-ອອກຄູ່ເທື່ອປະມານ 40 ບາດ ຫັ້ນນ່າ ໂອ້.... ບໍ່ໆ ເຂົາບໍ່ຂຽນບີນອອກໃຫ້."

ປະຊາຊົນຜູ້ນີ້ກ່າວຕື່ມວ່າ ມີປະຊາຊົນລາວຈຳນວນຶ່ງ ທີ່ເປັນຄົນຕ່າງແຂວງ ແລະ ຈະເດີນທາງເຂົ້າ-ອອກ ດ່ານສາກົນວັງເຕົ່າ ເຈົ້າໜ້າທີ່ ດ່ານ ໄດ້ເກັບເງີນ 40-50 ພັນກີບຕໍ່ຄົນ ອີກທັງບໍ່ມີໃບຮັບເງິນໃຫ້. ໂດຍປົກກະຕິຫາກເປັນປະຊາຊົນລາວ ທີ່ຈະເດີນທາງ ຜ່ານດ່ານສາກົນ ກໍ່ຕ້ອງຈ່າຍຄ່າດ່ານ 10 ພັນກີບ ຕາມລະບຽບ ຂອງທາງການ ຊຶ່ງທຸກດ່ານທົ່ວປະເທດ ກໍ່ຕ້ອງປະຕິບັດ ເຊັ່ນດຽວກັນ.

ກໍຣະນີດັ່ງກ່າວ ທ່ານ ແກ້ວອຸດອນ ພາຈັນສີ ຫົວໜ້າດ່ານສາກົນ ວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ມີນານີ້ວ່າ:

"ໂຕນີ້ມັນຕ້ອງໄດ້ເບິ່ງເດີ້ ວ່າມັນຊິຕິດພັນກັບໃຜເດີ້ ເຮົາກໍ່ຊິເວົ້າ ໃຫ້ມັນບໍ່ໄດ້ລົງເລິກ ແຕ່ລະຂແນງການ ວ່າມັນເປັນຈັ່ງໃດຫັ້ນນ່າ ເພາະວ່າຢູ່ດ່ານມັນຫລາຍຂະແນງການທີ່ກຽ່ວຂ້ອງ ໂຕນີ້ເຮົາ ເຮົາຊີບໍ່ຮູ້ ຕ້ອງໄດ້ເຂົ້າມາຢູ່ໃນດ່ານ ມາຖາມເບິ່ງວ່າ ມັນເປັນຈັ່ງໃດ ມັນຖືກຂແນງການໃດ ທີ່ຮັບຜິດຊອບ ຢຸ່ໃນດ່ານມັນຫລາຍຂແນງການ ເຮົາກາຊິຕອບບໍ່ໄດ້."

ປັດຈຸບັນ ດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ມີປະຊາຊົນລາວ ເດີນທາງເຂົ້າ-ອອກ ດ່ານແຫ່ງນີ້ປະມານ ສອງແສນ ຄົນຕໍ່ປີ ແລະ ສະເພາະນັກທ່ອງທ່ຽວ ຕ່າງຊາດ ເດີນທາງເຂົ້າອອກ ປະມານ 50 – 70 ພັນ ຄົນຕໍ່ປີ ຖືເປັນດ່ານສາກົນ ທີ່ມີການເຂົ້າ-ອອກຫຼາຍ ເປັນອັນດັບ 5 ຂອງ ສປປ ລາວ ອີງຕາມການລາຍງານຂອງ ສະຖານກົງສູນໃຫຍ່ ແຂວງສວັນນະເຂດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org