ຄຣູ ຕ້ອງໄດ້ສອນເພີ້ມ ເພື່ອໃຫ້ ພໍກິນ

ຄຣູ ໃນໂຮງຮຽນ ຂອງຣັຖ ຕ້ອງການສອນ ຫາຣາຍໄດ້ເພີ້ມ ນອກເວລາຣັຖການ ຍ້ອນເງິນເດືອນ ບໍ່ພໍໃຊ້ຈ່າຍ.

ຫ້ອງຮຽນໃນແຂວງຫົວພັນ Screen captured LNTV video

ຄຣູໃນໂຮງຂອງຣັຖຫຼາຍແຫ່ງ ຕ້ອງການສອນເພີ້ມ ນອກໂມງຣັຖການ ເພື່ອຫາເງິນເພີ້ມ ຍ້ອນເງິນເດືອນ ບໍ່ພໍໃຊ້ຈ່າຍ ໃນຊີວິດປະຈຳວັນ ຊຶ່ງໂດຍທົ່ວໄປ ໄດ້ເງິນເດືອນ ປະມານ 1 ລ້ານ 7 ແສນກີບຕໍ່ເດືອນ ຂະນະທີ່ ຣາຍຈ່າຍຄ່າຄອງຊີບ ເດືອນລະປະມານ 3 ລ້ານປາຍກີບ, ສຳລັບຄອບຄົວໃຫຍ່ ແມ່ນບໍພຽງພໍ, ດັ່ງ ຄຣູຂອງໂຮງຮຽນຣັຖແຫ່ງນຶ່ງ ກ່າວໃນວັນທີ 5 ມົກຣາ ນີ້ວ່າ:

“ສອນນອກໂມງຢູ່ເອກກະຊົນຫັ່ນ ເຂົາເອົາບຸກຄົນນຶ່ງເປັນເດືອນ 5-6 ສິບພັນ ກວ່າເຂົາສິໄດ້ຫຼາຍຫັ່ນນະ ແຕ່ວ່າເງິນເດືອນນິ ມັນສິບໍ່ຫຼາຍ ຢູ່ຣັຖເຂົາເລີ້ມຕົ້ນແຕ່ເດືອນລະ ລ້ານນຶ່ງກັບເຈັດແສນ ຖ້າເຮົາສັງກັດຣັຖຫັ່ນນະ ຖ້າເຮົາຖ້າແຕ່ເງິນເດືອນ ເຮົາກໍບໍ່ກຸ້ມຄອບຄົວ ເຮົາຕ້ອງຫາ ເພີ້ມ ຄ່າຄອງຊີພມັນແພງ ເຂົ້າມາແບບໃນອາຈານນີກະ ຄົນບໍ່ຫຼາຍເນາະມັນກໍ່ຂຶ້ນມື້ນື່ງ 10-20 ພັນ ຄອບຄົວຫຼາຍຄົນ ມັນກະແພງຫັ່ນນະ ມື້ລະແສນ ແສນປາຍ ບວກກັບວຽກບ້ານການເງິນ ກະຕົກຢູ່ດອກ ສອງແສນປາຍ ຫັ່ນນະ.”

ເບິ່ງລວມແລ້ວ ເງິນເດືອນຂອງຄຣູ ທີ່ເຮັດວຽກນຳໂຮງຮຽນຂອງຣັຖ ແລະເອກກະຊົນ ຈະບໍ່ແຕກຕ່າງກັນພໍເທົ່າໃດ, ແຕ່ກໍມີຄຣູຈຳນວນນຶ່ງ ໃນຕົວເມືອງ ເລືອກທີ່ຈະສອນໜັງສືເພີ້ມ ນອກໂມງຣັຖການ ໃຫ້ນັກຮຽນ ຢ່າງໜ້ອຍມື້ລະ 2-3 ຊົ່ວໂມງ ຂະນະທີ່ ຄຣູ ທີ່ຢູ່ໂຮງຮຽນເຂດ ຫ່າງໄກ ບໍ່ມີໂອກາດ ເພາະເດັກນ້ອຍນັກຮຽນ ບໍ່ມີເງິນທີ່ຈະຈ່າຍ ຄ່າຮຽນເພີ້ມໃຫ້, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຫຼວງພຣະບາງ ກ່າວໃນຕອນນຶ່ງວ່າ:

“ບາງໂຮງຮຽນບາງຄຣູກໍໄປຢູ່ ກໍໄປສອນນອກເວລາ 3 ຊົ່ວໂມງ 2 ຊົ່ວໂມງ ນ້ອຍໆຊໍ່ານຶ່ງ ຄັນວ່າຊິອາສັຍແຕ່ເງິນເດືອນ ມັນກໍບໍ່ພຽງພໍ ຫັ່ນແຫຼະເນາະ ບາງຄົນກໍ່ເຮັດເລັກໆນ້ອຍໆ ເພີ້ມຕື່ມຫັ່ນນະ ບາງຄົນກໍມີໂອກາດ ບໍ່ໄດ້ໄປສອນ ສະເພາະຢູ່ໃນເມືອງແທ້ ມັນກໍມີຄວາມ ສະດວກຢູ່ ບາງຄົນກໍໄປສອນເພີ້ມຕື່ມ ແຕ່ຢູ່ເຂດຊົນນະບົດເຮົານິ ມັນບໍ່ມີໂອກາດ ມັນອາສັຍແຕ່ເງິນແທ້ໆເລີຍ ໃນຊົນນະບົດຂອງເຮົານິ.”

ໃນສົກການສຶກສາ ປີ 2014-2015 ກະຊວງສຶກສາທິການ ແລະກິລາ ໄດ້ຣາຍງານວ່າ ໃນສປປລາວ, ມີຄຣູທີ່ສອນຢູ່ໃນໂຮງຮຽນຂອງຣັຖ ຈຳນວນ 7,300 ປາຍຄົນ ແລະຄຣູໃນໂຮງຮຽນເອກຊົນອີກ 2,400 ປາຍຄົນ ມີຄຣູອາສາສະໝັກ ທີ່ຢູ່ປະຈຳໂຮງຮຽນຂອງຣັຖ ຫຼາຍກວ່າ 2,400 ປາຍແຫ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org