ຣັຖບານລາວໂຈະ ຮັບຄໍາຮ້ອງ ຂຸດຄົ້ນ ແຮ່ທາດ

ທາງການລາວ ໂຈະ ການຮັບຄໍາຮ້ອງ ຂໍສໍາຣວດ ຂຸດຄົ້ນ ແລະ ສົ່ງແຮ່ເຫຼັກ ອອກນອກປະເທດ ຊົ່ວຄາວ ເພື່ອກວດກາຄືນໃໝ່.

ການຂຸດຄົ້ນບໍ່ແຮ່ເຫຼັກ ຢູ່ ແຂວງໄຊສົມບູນ ເມື່ອປີ 2019 ນັກຂ່າວພົລເມືອງ

ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກແຈ້ງການໃນມື້ວັນທີ 26 ກໍຣະກະດາ 2021 ກ່ຽວກັບການໂຈະຮັບ ການສເນີຂໍສໍາຣວດ, ຂຸດຄົ້ນ ແລະສົ່ງແຮ່ເຫຼັກອອກ ນອກປະເທດຊົ່ວຄາວ ຕັ້ງແຕ່ມື້ວັນທີ 1 ສິງຫາ 2021 ນີ້ເປັນຕົ້ນໄປ ເພື່ອ ກວດກາຄືນ ໂດຍມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ແລ້ວສເນີຕໍ່ ກອງປະຊຸມຣັຖບາລ ເພື່ອ ພິຈາຣະນາ.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບແຈ້ງການທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າ ການສໍານັກງານນາຍົກ ຣັຖມົນຕຣີ ແລະ ກະຊວງພະລັງງານ ແລະບໍ່ແຮ່, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ ຄໍາເຫັນທາງໂທຣະສັບ ແລະບອກໃຫ້ເຮັດເອກສານ ໄປພົວພັນນໍາ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຣະດັບແຂວງຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການອະນຸຍາດ ໃຫ້ຂຸດຄົ້ນບໍ່ແຮ່ ກໍກ່າວວ່າ ແຈ້ງການໂຈະ ຮັບການສເນີຂໍສໍາຣວດຂຸດຄົ້ນ ແລະສົ່ງແຮ່ເຫຼັກ ອອກນອກປະເທດຊົ່ວຄາວ ຂອງຫ້ອງວ່າ ການສໍານັກງານນາຍົກ ຣັຖມົນຕຣີ ທີ່ວ່ານັ້ນ ສາເຫດນຶ່ງ ກໍເພື່ອກວດກາ ແລະປະເມີນໂຄງການ ຂຸດຄົ້ນແຮ່ເຫຼັກ ທີ່ໃກ້ຈະໝົດສັນຍາ ເພື່ອພິຈາຣະນາວ່າ ສົມຄວນຈະໃຫ້ຕໍ່ສັນຍາຕື່ມ ຫລືບໍ່ ແລະຈະໃຫ້ບໍຣິສັດໃໝ່ ເຂົ້າມາຂຸດຄົ້ນແຮ່ເຫຼັກຕື່ມອີກ ຫລືບໍ່ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ກໍຣະກະດາ ນີ້ວ່າ:

“ມໍ່ໆສິໝົດສັນຍາ ເພິ່ນກະມີການກວດກາຄືນ ປະເມີນແລ້ວກໍມີການວ່າປະເມີນໄດ້ ຫຼືບໍ່ໄດ້. ຄັນວ່າສິສືບຕໍ່ກະສິເວົ້າກັນໃໝ່ ຕົກລົງ ກັນໃໝ່. ໂຕໃດໂຄງການທີ່ສິ້ນສຸດແລ້ວ ກະເພິ່ນ ສເນີນໍາຂັ້ນຣັຖບານຄົ້ນຄວ້າ.”

ທ່ານກ່າວຕື່ມວ່າ ສໍາລັບຢູ່ແຂວງຂອງພວກທ່ານ ຍັງບໍ່ມີບໍຣິສັດໃດມາ ສເນີຂໍສໍາຣວດ ແລະຂຸດຄົ້ນແຮ່ເຫຼັກຕື່ມອີກ. ແຕ່ກໍຍັງບໍ່ຮູ້ວ່າ ແຈ້ງການໃຫ້ໂຈະຊົ່ວຄາວ ຂອງຣັຖບາລນັ້ນ ຈະມີຜົລບັງຄັບໃຊ້ ໄປຮອດເມື່ອໃດກັນແທ້ ຕ້ອງລໍຖ້າເບິ່ງແຈ້ງການ ຂອງເພິ່ນອອກມາ ຕື່ມອີກ ຈຶ່ງຈະຮູ້ໄດ້ ດັ່ງທີ່ທ່ານກ່າວວ່າ:

“ເສັຽຫາຍທັງທັມຊາດ ເສັຽຫາຍທັງຄົມມະນາຄົມ ແມ່ນລະໄປຍາກມາຍາກ ກະເສັຽຫາຍແຕ່ບ່ອນເຂດອັນນັ້ນແລ້ວ ບ່ອນຂະເຈົ້າຂຸດ ຄົ້ນຫັ້ນ ລະກະກັບຄົມມະນາຄົມ ສັນຈອນໄປມາ ຫັ້ນ.”

ກ່ຽວກັບແຈ້ງການໃຫ້ໂຈະ ຮັບການສເນີຂໍສໍາຣວດ, ຂຸດຄົ້ນ ແລະສົ່ງແຮ່ເຫຼັກອອກນອກປະເທດ ຊົ່ວຄາວ ສະບັບທີ່ວ່ານີ້ ປະຊາຊົນ ລາວຜູ້ນຶ່ງເວົ້າວ່າເຫັນດີນໍາ ເພື່ອໃຫ້ມີການປະເມີນ ເຣື່ອງຜົລກະທົບຈາກ ໂຄງການຂຸດຄົ້ນແຮ່ເຫຼັກ ແຕ່ລະແຫ່ງຄືນ ຍ້ອນມີບາງ ໂຄງການ ເຮັດບໍ່ໄດ້ຄຸນນະພາບ ແລະ ສວຍໂອກາດລັກຊັພຍາກອນທັມມະຊາດອື່ນໆ ທີ່ບໍ່ຢູ່ໃນສັນຍາ ຂຸດຄົ້ນ ດັ່ງທີ່ທ່ານກ່າວວ່າ:

“ຈໍານວນນຶ່ງ ເຮັດກະບໍ່ແນ່ນອນແຫຼະ ກໍລັກເຮັດໂລບ ລັກຫິນລັກຊາຍກະມີ ແລະຈໍານວນນຶ່ງ ກະເຮັດແບບວ່າບໍ່ໄດ້ຄຸນນະພາບ ດິນ ບາງບ່ອນມັນມີໜ້ອຍ ແຕ່ໄປລົງທຶນຫຼາຍຈັ່ງຊີ້ ມັນກະເປັນການເສັຽຫາຍ.”

ແລະນັກວິຊາການດ້ານສິ່ງແວດລ້ອມ ນາງນຶ່ງກໍເວົ້າວ່າ ເຫັນດີນໍາແຈ້ງການນັ້ນ ແລະວ່າ ຖ້າເປັນໄປໄດ້ກໍຢາກໃຫ້ຣັຖບາລ ສັ່ງໂຈະ ການສໍາຣວດ, ຂຸດຄົ້ນ ແລະ ສົ່ງແຮ່ທຸກປະເພດ ອອກນອກປະເທດຊົ່ວຄາວ ເພື່ອສໍາຣວດຄືນ ຍ້ອນວ່າມີຫລາຍໂຄງການ ຂຸດຄົ້ນ ບໍ່ແຮ່ ໃຊ້ສານເຄມີຫຼາຍ ໃນການຂຸດຄົ້ນ ເຮັດໃຫ້ມີຄວາມສ່ຽງຕໍ່ ການທີ່ຈະເກີດຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ພື້ນທີ່ທໍາການຜລິດ ຂອງປະຊາຊົນ ທີ່ຢູ່ໃກ້ຄຽງ ດັ່ງທີ່ນາງກ່າວວ່າ:

“ເອີ໋ ກະຢາກມີຢູ່ ກະສະພາບແວດລ້ອມນີ້່ ກະທົບຫຼາຍຢູ່ ກໍມີຫຼາຍສິ່ງຫຼາຍຢ່າງ ພວກເຄມີ ພວກດິນສ່ວນຫຼາຍຂະເຈົ້າຈະໃຊ້ແຕ່ສານ ເຄມີເດ໋ ເພາະວ່າຂະເຈົ້າຈະຕັ້ງເປັນອ່າງ ບໍາບັດນໍ້າເສັຽ ຂະເຈົ້າຫັ້ນ ມີແຕ່ນໍ້າເຄມີ.”

ເມື່ອວັນທີ 2 ກໍຣະກະດາ ນີ້ ທາງການແຂວງໄຊສົມບູນ ອະນຸຍາດໃຫ້ບໍຣິສັດລົງທຶນ ທັງຕ່າງປະເທດ ແລະລາວ ສໍາຣວດ ແລະ ສຶກສາຄວາມເປັນໄປໄດ້ ໃນການຂຸດຄົ້ນ ແຮ່ທາດ ຕ່າງໆ. ໃນນັ້ນ ບໍຣິສັດ ລາວຊິມໄບໂອຊິສ ເຫຼັກກ້າ ແລະ ເຫຼັກພັທນາ ຈໍາກັດ ຂອງຈີນ ທີ່ຈະສໍາຣວດຢູ່ບ້ານຊຽງຄົງ ເມືອງທ່າໂທມ ໃນເນື້ອທີ່ 156 ກິໂລຕາແມັດປາຍ ແລະ ບໍຣິສັດ ບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖ່ານຫີນ ຈໍາກັດ ຂອງລາວ ທີ່ຈະສໍາຣວດຢູ່ ບ້ານຜາລະແວກ, ບ້ານຫ້ວຍຊາຍ ເມືອງຮົ່ມ ແລະຢູ່ບ້ານອ້ອມ, ບ້ານຖໍ້າໂລ ເມືອງອະນຸວົງ ໃນເນື້ອທີ່ 189 ກິໂລຕາແມັດປາຍ.

ແລະເມື່ອກ່ອນໜ້ານັ້ນ ຄືວັນທີ 18 ມິຖຸນາ ທີ່ຜ່ານມາ ທາງການແຂວງໄຊສົມບູນ ກໍໄດ້ອະນຸຍາດ ໃຫ້ບໍຣີສັດ ຊີເຄ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະບໍຣິສັດ ໄທຍຸ້ຍພັທນາ ບໍ່ແຮ່ ຈໍາກັດ ຜູ້ດຽວ ຊອກຄົ້ນແຮ່ຄໍາ, ແຮ່ເຫຼັກ ແລະ ແຮ່ຕິດພັນຢູ່ເຂດບ້ານວັງໄຊ, ບ້ານ ປາກຍອງ ແລະ ບ້ານຄອນຊະນະ ເມືອງທ່າໂທມ ແລະ ຢູ່ເຂດບ້ານນໍ້າຊານ ເມືອງລ່ອງແຈ້ງ ແລະ ສໍາຣວດ, ສືກສາຄວາມເປັນໄດ້ ທາງດ້ານເສຖກິດ-ເຕັກນິກ ໃນເນື້ອທີ່ 81 ກິໂລຕາແມັດ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org