ເຮືອນສຳເຣັດຮູບ ໃຫ້ຜູ້ປະສົບພັຍ ແພງ​ເກີນ​ໄປ

ການສ້າງເຮືອນພັກ ຊົ່ວຄາວ ໃຫ້ແກ່ຜູ້ປະສົບພັຍ ເຂື່ອນແຕກ ແພງເກີນໄປ ເມື່ອ​ປຽບ​ທຽບ​ໃສ່ ເຮືອນ​ໄມ້ ທີ່​ເຮັດ​ຢູ່​ລາວ ຕາມ​ທີ່ ຊາວ​ບ້ານ ຕ້ອງ​ການ.

ຮູບເຮືອນພັກ ຊົ່ວຄາວ ທີ່ທາງການ ແຂວງອັດຕະປື ຊື້ມາຈາກ ປະເທດໄທ ໃຫ້ປະຊາຊົນ ຊາວເມືອງສນາມໄຊ ທີ່ປະສົບພັຍ ເຂື່ອນ ເຊປຽນແຕກ. RFA/NY

ທາງການແຂວງອັດຕະປື ຕົກລົງຊື້ ເຮືອນສຳເລັດຮູບ ຈາກໂຮງງານຜລິດເຮືອນ ນ໋ອກດາວ ແຂວງຊົນບູລີ ປະເທດໄທ ຈຳນວນ 288 ຫລັງ ໃນລາຄາຫລັງລະ 70 ລ້ານກີບ ຮວມທັງໝົດຕົກເປັນ 20 ຕື້ກີບ ແລະ ປັດຈຸບັນໄດ້ຕິດຕັ້ງແລ້ວ 40 ຫຼັງ ຢູ່ບ້ານຫີນລາດ ເມືອງສນາມໄຊ.

ລາຄາເຮືອນ ທີ່ຊື້ມາຈາກ ປະເທສໄທ ແພງກວ່າເຮືອນໄມ້ ທັມມະດາ ທີ່ຄົນລາວເຮັດເກືອບ 2 ເທົ່າ ຂນະທີ່ ປະຊາຊົນສ່ວນຫຼາຍ ຕ້ອງການ ຢູ່ເຮືອນໄມ້ ດັ່ງເຈົ້າໜ້າທີ່ ຜູ້ຮູ້ເຣຶ່ອງນີ້ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີວ່າ ໃນກອງປະຊຸມ ວັນທີ 19 ກັນຍາ ຄນະພັກແຂວງອັດຕະປື ພ້ອມດ້ວຍ ຄນະກຳມະການ ຕ້ານພັຍພິບັດ ຂັ້ນແຂວງ ໄດ້ພິຈາຣະນາຂໍ້ສເນີ ຂອງປະຊາຊົນ ຜູ້ປະສົບພັຍ ນ້ຳຖ້ວມ ຊຶ່ງມີ 70% ຕ້ອງການ ເຮືອນໄມ້ ຍ້ອນວ່າ ມັນບໍ່ຮ້ອນ ແລະ ລາຄາກໍຖືກ ຄືພຽງແຕ່ 45 ລ້ານກີບ ຕໍ່ຫລັງເທົ່ານັ້ນ.

ທ່ານກ່າວຕື່ມອີກວ່າ ຖ້າເຮັດເຮືອນໄມ້ ຢູ່ລາວ ກໍມີນາຍຊ່າງ ຫລື ບໍຣິສັດພາຍໃນ ຊ່ອຍສ້ອມແປງ ປຸກສ້າງ ອັນເປັນການສ້າງວຽກເຮັດ ງານທຳໃຫ້ປະຊາຊົນ ພາຍໃນປະເທສ ເພີ່ມຂຶ້ນ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຂັ້ນສູງ ແຂວງອັດຕະປື ເວົ້າເຖິງຄວາມຈຳເປັນທີ່ຕ້ອງໄດ້ຊື້ເຮືອນນັ້ນ ດັ່ງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ຕຸລາ ນີ້ວ່າ:

"ບໍ່ສູງຈັ່ງໃດ ຜູ້ໃດຊິຂາຍ ໃຫ້ດຽວນີ້ ມີຢູ່ເບາະ ຢູ່ບ່ອນໃດ ຖືກກວ່ານີ້ ແຈ້ງມາໃຫ້ເບິ່ງ ໂອຍ ພວກເຈົ້າ ເຮັດຄືຄວາມ ບໍ່ແມ່ນພວກເຈົ້າ ມາເຮັດນະ.”

ນອກຈາກນີ້, ໃນມື້ວັນທີ 5 ກັນຍາ ທີ່ຜ່ານມາ ທ່ານ ເລັດ ໄຊຍະພອນ ກໍໄດ້ຕົກລົງບຸກເບີກ ເນື້ອທີ່ ບ້ານຖາວອນ ໃນເຂດດົງບາກ ເມືອງສນາມໄຊ, ມີເນື້ອທີ່ທັງໝົດ 60 ເຮັກຕາ ໂດຍຈະໃຊ້ງົບປະມານ ບຸກເບີກ ເຖິງ 1.7 ຕື້ກີບ ຄື 28 ລ້ານກີບ ຕໍ່ 1 ເຮັກຕາ.

ການບຸກເບີກທີ່ດິນ ເຈົ້າແຂວງອັດຕະປື ໄດ້ມອບສິດ ໃຫ້ຜແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນຜູ້ຮັບຜິດຊອບ. ແຕ່ເຈົ້າໜ້າທີ່ບໍຣິສັດ ຮັບເໝົາກໍ່ສ້າງ ຢູ່ແຂວງອັດຕະປື ເວົ້າວ່າ ຄ່າບຸກເບີກນັ້ນ ສູງຫຼາຍ ຖ້າທຽບໃສ່ ຄ່າບຸກເບີກປົກກະຕິ ທີ່ບໍ່ເກີນ 5 ລ້ານກີບຕໍ່ 1 ເຮັກຕາ ຄື ຖືກກວ່າ 5 ເທົ່າ.

ທ່ານກ່າວຕື່ມອີກວ່າ ບໍຣິສັດ ທີ່ໄດ້ສັມປະທານ ສ່ວນຫຼາຍ ແມ່ນບໍຣິສັດ ທີ່ໃກ້ຊິດ ກັບຫົວໜ້າຜແນກ ໂຍທາທິການ ແລະ ຂົນສົ່ງ, ແລະ ເຈົ້າແຂວງ ອັດຕະປື. ກ່ຽວກັບເຣຶ່ອງນີ້ ທ່ານ ລັດຕະນະພອນ ຫົວໜ້າຜແນກດັ່ງກ່າວ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ທາງການແຂວງ ບໍ່ມີນອກມີໃນຫຍັງ ກັບບໍຣິສັດ ບຸກເບີກນັ້ນ.

ທີ່ຜ່ານມາ ການມອບໃຫ້ ບໍຣິສັດເອກຊົນ ສັມປະທານ ໂຄງການສ້າງເຮືອນພັກຊົ່ວຄາວ ໃຫ້ຜູ້ປະສົບພັຍນ້ຳຖ້ວມ ຍ້ອນເຂື່ອນເຊປຽນ- ເຊນໍ້ານ້ອຍ ແຕກນັ້ນ ບໍ່ມີການປະມູນ, ໄດ້ມອບໃຫ້ບໍຣິສັດ ພາຍໃນແຂວງ ເປັນຜູ້ຮັບເໝົາເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org