ພະນັກງານ ມ.ອຸທຸມພອນ ເງິນເດືອນ ໄດ້ຊ້າ
ພະນັກງານ ຣັຖກອນ ເມືອງ ອຸທຸມພອນ ແຂວງ ສວັນນະເຂດ ໄດ້ຮັບເງິນເດືອນ ຫລ້າຊ້າ.
-
ຈໍາປາທອງ
2018-12-07 -
-
-
Your browser doesn’t support HTML5 audio
ພະນັກງານ-ຣັຖກອນ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ໄດ້ຮັບເງິນເດືອນ ຊ້າທຸກເດືອນ ມາເປັນເວລານຶ່ງປີແລ້ວ ຄືນັບແຕ່ເດືອນ ທັນວາ ປີກາຍມາຮອດເດືອນທັນວາປີນີ້ ແລະບໍ່ໄດ້ຕາມເດືອນຈັກເທື່ອເຮັດໃຫ້ພວກເຂົາເຈົ້າ ໄດ້ຮັບຄວາມຫຍຸ້ງຍາກ ຍ້ອນບໍ່ມີເງິນໃຊ້ຈ່າຍ ໃນຊີວິດປະຈຳວັນ. ດັ່ງເຈົ້າໜ້າທີ່ ເມືອງ ອຸທຸມພອນ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 5 ທັນວາ ນີ້ວ່າ:
"ໝົດ ທັງເມືອງ ເມືອງອຸທອມພອນປີນີ້ນະ ບໍ່ໄດ້ເປັນເດືອນຈັກເທື່ອ ມີແຕ່ຍ້າຍເດືອນໄປສົມມຸດເດືອນ 12 ນີ້ ຈັກດົນປານໃດຈັ່ງສິໄດ້ ບໍ່ຮຸ້ເລີຍ ເດືອນ 1 ເພິ່ນໄລ່ໄປ ເດືອນ 2, ເດືອນ 2 ເພິ່ນໄລ່ໃຫ້ເດືອນ 3 ແນວນັ້ນ ມີແຕ່ແນວນີ້ ໝົດເມືອງເລີຍໃດ໊ ທຸກຂແນງການເລີຍ ຄືເມືອງອຸທຸມພອນນີ້."
ນາງກ່າວຕື່ມວ່າເຣື່ອງເງິນເດືອນຊ້າ ເປັນມາຕັ້ງແຕ່ເດືອນພຶສຈິກາປີກາຍ, ຕົວຢ່າງ ຕາມທຳມະດາ ເງິນເດືອນ ຂອງເດືອນຕຸລາ ຈະໄດ້ຮັບ ໃນວັນທີ 25 ຕຸລາ ແຕ່ວ່າໃນຄວາມເປັນຈິງແມ່ນບໍ່ໄດ້ຕາມນັ້ນ, ຈະໄດ້ໃນຣະຫວ່າງ ວັນທີ 10 ຂອງເດືອນຕໍ່ມາ ຄືເດືອນພຶສຈິກາ.
ເຖິງແນວໃດກໍຕາມ ຣັຖບານ ກໍຄືກະຊວງການເງິນ ໂດຍສະເພາະຄັງເງິນແຫ່ງຊາດ ກໍໄດ້ກ່າວເມື່ອບໍ່ດົນມານີ້ວ່າ ການຈ່າຍເງິນເດືອນ, ເງິນອຸດໜູນ ແລະເງິນນະໂຍບາຍ ໃຫ້ພະນັກງານ-ຣັຖກອນ ແມ່ນໃຫ້ຜ່ານຣະບົບທະນາຄານ ໃນຣະຫວ່າງວັນທີ 25 ຫາ ວັນທີ 30 ຂອງແຕ່ລະເດືອນ. ແຕ່ຄວາມຈິງກໍຍັງຊັກຊ້າຢູ່. ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວວ່າ:
"ພວກນ້ອງບໍ່ມີເງິນ ເມືອງບໍ່ໄດ້ຮັບໄດ້ແລ້ວກໍຊ້າໄປແນວນັ້ນແຫຼະ ມີແຕ່ແນວນີ້ຢູ່ຂັ້ນເມືອງພວກນ້ອງ ກໍໂອ້ຍເງິນນ້ອຍກໍແຮງຫີວ ທຸກຂແນງການ ເອີຄຣູ ແລະ ທະຫານແລ້ວ ກໍພະນັກງານີ້ບໍ່ໄດ້ເປັນເດືອນຈັກເທື່ອ."
ທີ່ຜ່ານມາ ການເບີກເງິນເດືອນໃຫ້ພະນັກງານ-ຣັຖກອນ ຢູ່ ສປປລາວ ແມ່ນບໍ່ທັນຕາມກຳນົດ, ບໍ່ເປັນເອກພາບກັນ, ບາງບ່ອນໄດ້ໄວ, ບາງບ່ອນໄດ້ຊ້າ ແລະຢູ່ຂັ້ນທ້ອງຖິ່ນ ຍັງປະກອບເອກສານ ເບີກຈ່າຍເງິນເດືອນເປັນງວດ.
ມາເຖິງປັດຈຸບັນ ບັນຫາດັ່ງກ່າວ ກໍຍັງບໍ່ສາມາດແກ້ໄຂໄດ້ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າ ໂດຍສະເພາະແມ່ນ ພະນັກງານ-ຣັຖກອນ ທີ່ຢູ່ໃນເຂດ ຊົນນະບົດຫ່າງໄກ ທີ່ໄດ້ຮັບເງິນເດືອນຊ້າ.