ພີເອັສ ຍັງຢູ່ຢ່າງທ້າທາຍ
ບໍຣິສັດ PS ຍັງບໍ່ຈ່າຍເງິນ ຄືນໃຫ້ ລູກຄ້າ, ແລ້ວຍັງ ແອບອ້າງ ສຳນັກງານ ນາຍົກ ລະດົມທຶນ ໃຫ້ຄົນມາຝາກ ເງິນນຳ ບໍຣິສັດ, ແລະ PS ຍັງເວົ້າວ່າ ທະນາຄານກາງ ເປັນຕົ້ນເຫດ ຂອງ ບັນຫາ.
-
ອຸ່ນແກ້ວ ສຸກສະຫວັນ
2017-07-13 -
-
-
Your browser doesn’t support HTML5 audio
ບັນຫາຂອງບໍຣິສັດ PS ກັບ ປະຊາຊົນ ຍັງຄົງໜັກໜ້າ ໄປຕິດໆ ແລະ ຍັງບໍ່ເຫັນ ທ່າທີ່ວ່າ ຣັຖບານ ຈະມີມາດຕະການ ເດັດຂາດ ແນວໃດ ກັບ ບໍຣິສັດ. ເຖິງວ່າ ຈະພິສູດໄດ້ວ່າ ການດຳເນີນງານ ຂອງ ບໍຣິສັດ ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ຕົກຢູ່ໃນ ເຄືອຂ່າຍ ສໍ້ໂກງ ປະຊາຊົນ. ອີງຕາມແຈ້ງການ ຂອງ ທະນາຄານ ແຫ່ງ ສປປ ລາວ, ແຕ່ກໍຍັງ ບໍ່ມີໜ່ວຍງານໃດ ຂອງຣັຖ ໄປດຳເນີນ ມາດຕະການ ທາງກົດໝາຍ ກັບ ບໍຣິສັດ ດັ່ງກ່າວ.
ເຖິງວ່າ ໃນວັນທີ 14 ມິຖຸນາ ຜ່ານມາ ເຈົ້າໜ້າທີ່ ຈາກກົມຄຸ້ມຄອງ ສະຖາບັນການເງິນ ຂອງ ທະນາຄານ ແຫ່ງ ສປປລາວ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ ຂອງທາງການ ໄດ້ປະຊຸມ ກັບ ປະທານ ບໍຣິສັດ PS ເພື່ອໃຫ້ ບໍຣິສັດ ຈ່າຍເງິນຄືນໃຫ້ ປະຊາຊົນ.
ເຖິງວ່າ ທະນາຄານແຫ່ງ ສປປລາວ ຈະສັ່ງໃຫ້ ບໍຣິສັດ ລາຍງານ ສະພາບ ທາງການເງິນ, ສລຸບລາຍຮັບ ລາຍຈ່າຍ, ຊັບສິນທັງໝົດ ພາຍໃນ ບໍຣິສັດ, ບັນຊີ ເງິນຝາກ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ຈຳນວນ ສະມາຊິກ ຂອງ ບໍຣິສັດ. ອີງຕາມ ບົດບັນທຶກ ກອງປະຊຸມ ຂອງວັນທີ 14 ມິຖຸນາ.
ເຖິງວ່າທະນາຄານແຫ່ງ ສປປລາວ ຍັງໄດ້ອອກແຈ້ງການ ໃຫ້ບໍຣິສັດ PS ຄືນເງິນໃຫ້ ສະມາຊິກ ທຸກຄົນໄດ້ ພາຍໃນ 1 ເດືອນ ຄືແຕ່ວັນທີ 6 ມິຖຸນາ ຫາ ວັນທີ 6 ກໍຣະກະດາ 2017. ແຕ່ຈົນເຖິງ ປັດຈຸບັນ ລູກຄ້າ ທີ່ຝາກເງິນນຳ ບໍຣິສັດ ບໍ່ສາມາດ ໄປຖອນ ເງິນໄດ້, ເຖິງວ່າຈະຄົບສັນຍາ ແລ້ວກໍຕາມ, ດັ່ງລູກຄ້າ ຄົນນຶ່ງ ໄດ້ກ່າວ ໃນວັນທີ 10 ກໍຣະກະດາ ວ່າ:
"ເງິນຂອງຂ້ອຍນີ້ນະ ເປັນຫຍັງເຈົ້າຈຶ່ງ ບໍ່ໃຫ້ຂ້ອຍຄືນ ເງິນຂອງຂ້ອຍ ເປັນຫຍັງເຈົ້າຈຶ່ງ ບໍ່ສົ່ງຂ້ອຍຄືນ ຂ້ອຍມີສັນຍາ ກັບເຈົ້າ ຄັກແນ່ ບໍ່ແມ່ນວ່າ ເຈົ້າໃຫ້ຂ້ອຍ ສອງ-ສາມ ເດືອນ ລະຈາວກັນໄປເລີຍວ່າ ເຈົ້າໄດ້ກຳໄລ ນຳຂ້ອຍແລ້ວ ໃຫ້ເຈົ້າເຂົ້າໃຈ ເອີ ຂ້ອຍມີສັນຍາ ກັບເຈົ້າຄັກແນ່ ວ່າຄົບ 1 ປີ ຄົບ 3 ປີ ຖ້າຂ້ອຍຄົບແລ້ວ ຂ້ອຍຢາກຖອນ ຂ້ອຍກໍຖອນ ຖ້າບໍ່ທັນຄົບ ຖ້າຂ້ອຍຢາກຖອນ ເຈົ້າກະຕັດຂ້ອຍ 10 ເປີເຊັນ ໃນດຽວນີ້ ເຈົ້າປ່ຽນແປງ ຮູບແບບ ເຈົ້າເອງຜິດ ສັນຍາເອງ ຂ້ອຍຈຳເປັນ ຂ້ອຍຢາກຖອນ ເຈົ້າຍັງບໍ່ໃຫ້ຂ້ອຍ [ແລະ] ຍັງຊິໄປຕົວະ ພໍ່ແມ່ ພີ່ນ້ອງ ປະຊາຊົນ ຕື່ມອີກ.”
ຮູບແບບການດຳເນີນງານ ຂອງບໍຣິສັດ ແມ່ນການແຈກເງິນ ແລະ ແຈກຄຳ ໃຫ້ຊາວບ້ານ ເພື່ອດຶງດູດ ໃຫ້ລູກຄ້າ ຫລົງເຊື່ອ ເອົາເງິນມາຝາກ, ດັ່ງລູກຄ້າ ທ່ານນີ້ ກ່າວຕື່ມ ອີກວ່າ:
"ຢຸດຕິຊາ ເຈົ້າຊິຕົວະ ໂກໂຫກຕໍແຫລ ຈັ່ງໃດ ມັນໆໆ ຊິຕົວະທໍ່ໃດ ມັນກະບໍ່ຂຶ້ນແລ້ວ ແມ່ນຢູ່ເຈົ້າ ເອົາຄຳໃຫ້ ເຈົ້າເອົາໃຫ້ ຜູ້ໃດເນາະ ເຈົ້າເອົາໃຫ້ ຜູ້ໃດ ເຈົ້າເອົາໃຫ້ ອີກຜູ້ອື່ນ ທີ່ພູ່ ເຈົ້າຍັງບໍ່ທັນໄດ້ ຕົວະ ເຂົາ ຢາກໃຫ້ເຂົາ ຫລົງເຊື່ອຫັ້ນ”.
ສະເພາະເຫດການດັ່ງກ່າວນີ້ ແມ່ນເຮັດໃຫ້ລູກຄ້າ ຫລາຍຄົນບໍ່ພໍໃຈ ແລະ ເຫັນວ່າ ປະທານ ບໍຣິສັດ ທັງສອງ ມີພືດຕິກັມ ທີ່ສໍ້ໂກງ ປະຊາຊົນ ຍ້ອນວ່າ ມີການປ່ຽນແປງ ສັນຍາ ຕະຫລອດເວລາ, ດັ່ງລູກຄ້າ ອີກຄົນນຶ່ງ ໄດ້ກ່າວວ່າ:
"6 ໃບສັນຍາ ການຖອນປ່ຽນແປງ ຕະຫລອດເວລາ ປ່ຽນມາ 4 ຄັ້ງແລ້ວ ເພື່ອໃຫ້ເຮັດລູກຄ້າ ງົງ ເພື່ອວ່າ ປະທານ ບໍຣິສັດ ທັງສອງ ຈະໄດ້ຢູ່ລອດ.”
ບໍຣິສັດ ມີການລະດົມໃຫ້ ປະຊາຊົນມາຝາກເງິນ ແລະ ໃຫ້ປະຊາຊົນ ເຊື່ອວ່າ ບັນຫາ ທີ່ເກີດຂຶ້ນ ທຸກຢ່າງແມ່ນ ເປັນຍ້ອນ ທະນາຄານ ໃສ່ຮ້າຍປ້າຍສີ ບໍຣິສັດ, ດັ່ງ ທ່ານ ບໍເຮີ ປະທານຮ່ວມ ບໍຣິສັດ PS ໄດ້ກ່າວ ຕອນນຶ່ງ ໃນວັນທີ 24 ມິຖຸນາ ທີີ່ຜ່າມາ ວ່າ:
"ເຫດການເຫລົ່ານີ້ ພວກເຈົ້າເຂົ້າໃຈ ລະຕີ້ ວ່າທະນາຄານ ຈົງໃຈ ໃສ່ຮ້າຍ ປ້າຍສີ ບໍຣິສັດ PS ສ້າງຄວາມເສັຍຫາຍ ໃຫ້ແກ່ ສັງຄົມ".
ມາເຖິງປັດຈຸບນັນນີ້ ບໍຣິສັດ ປະສົບບັນຫາ ແມ່ນເປັນຍ້ອນ ທະນາຄານ, ດັ່ງ ທ່ານ ປໍເຮີ ກ່າວຕື່ມອີກ ວ່າ:
“ຊິມາໂທດຂ້ອຍເຮັດຫຍັງ ເຈົ້າກະເບິ່ງເຕັມຕາ ພວກເຈົ້າເດີ ທີ່ມັນເຮັດໃຫ້ ພວກເຈົ້ານີ້ນະ ບໍ່ມີກິນນະ ຂ້ອຍຫາສອງປີ ທີ່ຜ່ານມາ ບໍ່ເຄີຍເຫັນທຸກ ມາຮອດປີນີ້ ຂ້ອຍທຸກຍ້ອນ ໃບແຈ້ງການ ຂອງມັນນີ້ແຫລະ ຂ້ອຍເອີ້ນວ່າ ມັນເພາະວ່າ ຂ້ອຍເສັຍຫາຍ ຫລາຍ 900 ກວ່າຕື້ ຂອງພວກເຈົ້າ ຂ້ອຍບໍ່ຮູ້ວ່າ ຊິເອົາໃສ ມາຈ່າຍ ໃຫ້ພວກເຈົ້ານີ້ ທຸກຕາຍ ບໍ່ມີເງິນໃຊ້ ທຸກມື້ນີ້ ຂ້ອຍຫາເງິນ ບໍ່ໄດ້ ເພາະວ່າ ປາກ ມັນເອງ ແລະ ໃບແຈ້ງການ ມັນເອງ ນີ້ແຫລະ ເຮັດໃຫ້ ພວກເຈົ້າທຸກຍາກ ຊູ່ມື້ນີ້ນະ.”
ນອກຈາກຈາກນີ້ ນາງ ຍານາງ ສຸກສາລີ ເທບສີເມືອງ ປະທານ ບໍຣິສັດ ພີເອສ ກໍກ່າວຕື່ມ ອີກວ່າ:
"ໃບແຈ້ງການ ໃບດຽວ ຂອງ ທະນາຄານກາງ ມັນກະທົບເຖີງ ຫລາຍພາກສ່ວນ ເນາະ".
ມີການລະດົມ ໃຫ້ບັນດາ ສະມາຊິກ ຢູ່ພາກເໜືອ ໂດຍ ແອບອ້າງ ຄຳສັ່ງ ຂອງຣັຖບານ ແລະ ອົງການຈັດຕັ້ງ ຂອງຣັຖ ໄປເວົ້າວ່າ ບໍຣິສັດ PS ແມ່ນເຮັດໄປ ຕາມກົດໝາຍຕ່າງໆ ໃນຂນະທີ່ ທະນາຄານກາງ ແມ່ນເປັນຂູ່ ຂັດແຍ່ງ ທາງ ທຸຣະກິດ, ດັ່ງ ປະຊາຊົນ ຢູ່ແຂວງ ອຸດົມໄຊ ທ່ານນຶ່ງ ຜູ້ທີ່ຢູ່ໃນເຫດການ ກ່າວວ່າ:
"ບໍ່ພຽງແຕ່ເທົ່ານັ້ນ ເພິ່ນຍັງໄປອ້າງ ເອົາພັກເອົາຣັຖ ໄປອ້າງວ່າ ທ້າວ ປໍເຮີ ໄດ້ໄປ ຫາ ສະພາແຫ່ງຊາດ ແລ້ວ ໄດ້ໄປຫາ ນາຍົກ ແລ້ວເພິ່ນໄດ້ ອະນຸຍາດ ໃຫ້ ປໍເຮີ ດຳເນີນ ທຸຣະກິດ ຕໍ່ໄປ ທຸຣະກິດ ເພິ່ນແມ່ນ ທຸຣະກິດ ທີ່ຖືກຕ້ອງ ຊອບທັມ ບາງ ຂແນງການ ເປັນຕົ້ນວ່າ ອັນນະທາງ ທະນາຄານ ມັນເປັນຄູ່ແຂ່ງ ທາງດ້ານ ເສຖກິດ ເປັນຄູ່ແຂ່ງ ທາງດ້ານກາເງິນ ລະກະເພິ່ນ [ທະນາຄານ] ໄດ້ຈຳກັດ ບໍ່ຖືກຕ້ອງຕາມ ແນວທາງ ນະໂຍບາຍ ຂອງ ພັກແລະຣັຖ ແມ່ນຣັຖບານ ເປັນຜູ້ ເຫັນດີເຫັນພ້ອມ ກັບ ປໍເຮີ ແລະ ຣັຖບານ ໄດ້ເວົ້າວ່າ ແຈ້ງການຂອງ ທະນາຄານ ແມ່ນບໍ່ຖືກຕ້ອງ ອັນນີ້ ທ້າວ ປໍເຮີ ໄດ້ເອົາແນວທາງ ຂອງພັກ ຂອງຣັຖ ນີ້ ເອົາອົງການ ພັກຣັຖ ນີ້ໄປເອກອ້າງ ຕໍ່ພໍ່ແມ່ ປະຊາຊົນ ຜູ້ທີ່ບໍ່ມີ ຄວາມຮູ້ນັ້ນ ຫລົງເຊື່ອ ເປັນຈຳນວນ ຫລາຍຫລວງ".
ນອກຈາກນີ້ ເຈົ້າໜ້າທີ່ ຂອງບໍຣິສັດ ໄດ້ລະດົມປະຊາຊົນ ຢູ່ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ ໂດຍ ອ້າງວ່າ ອີກບໍ່ດົນ ສຳນັກງານ ນາຍົກ ຫລື ຫ້ອງວ່າການ ຣັຖບານ ຈະອອກ ແຈ້ງການວ່າ ບໍຣິສັດ PS ຈະເປັນບໍຣິສັດ ທີ່ນຳພາ ປະຊາຊົນ ໃຫ້ຫລຸດພົ້ນ ຄວາມທຸກຍາກ, ດັ່ງພະນັກງານ ຂອງ ບໍຣິສັດ ໄດ້ກ່າວກັບ ປະຊາຊົນ ຢູ່ແຂວງ ອຸດົມໄຊ ໃນວັນທີ 19 ມິຖຸນາ ຕອນນຶ່ງ ວ່າ:
"ມີແຕ່ວ່າ ວັນທີ 14 ເພິ່ນມາກວດ ມີແຕ່ວ່າ ນາຍົກເຮົາ ແນະນຳເນາະ ໃຫ້ແກ້ໄຂ ຫລັງຈາກ ເອກສານນັ້ນແລ້ວ ລະເພິ່ນຈຶ່ງ ຈະແຈ້ງຂ່າວ ອອກຈາກ ຫ້ອງວ່າການ ຣັຖບານເລີຍ ແຈ້ງການ ທະນາຄານ ທະນາຄານ ກະກ່ຽວ ແຕ່ວ່າ ເພິ່ນຢາກ ມາກວດເບິ່ງ ການເຄື່ອນໄຫວ ເງິນເຮົາຊື່ໆ ບໍ່ໄດ້ມີສິດ ວ່າ ຊິມາສັ່ງ ຫຍັງເຮົາ ຄືນເງິນ ປະຊາຊົນ 30 ວັນ ເບາະ ບໍ່ໄດ້ມີສິດ ໂຕນັ້ນເນາະ ມີສິດແຕ່ ມາກວດເບິ່ງຊື່ໆ ເອີວ່າ ເຮົາເຄື່ອນໄຫວ ເງິນ ແນວໃດຊື່ໆ ໄດ໋ ບໍ່ແມ່ນເຮົາ ເຫັນວ່າ ແຈ້ງການ ໂອ້ຍຕົກໃຈ ຢ້ານບໍ່ໄດ້ ເງິນ ລະພາກັນ ຫລັ່ງໄຫລ ໄປເບີກໄປ ຖອນຫັ້ນນະ ແຕ່ວ່າ ບໍ່ດົນເນາະ ຮອດເດືອນ 9 ນີ້ ຢ່າງຊ້າສຸດ ແມ່ນເດືອນ 10 ເພິ່ນຈະແຈ້ງການ ອອກຈາກ ຫ້ອງການ ຣັຖບານ ເລີຍເນາະ ວ່າ ບໍຣິສັດ ພີເອສ ເປັນບໍຣິສັດ ທີ່ນຳພາ ປະຊາຊົນ ຫລຸດພົ້ນ ຄວາມທຸກຍາກ ແທ້ໆ ເນາະ ໃຫ້ສົມກັບ ຄຳຂັວນທີ່ວ່າ ປີ 2020 ຈະນຳພາ ປະຊາຊົນ ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ເນາະ.”
ເພື່ອສອບຖາມຂໍ້ມູນເພີ້ມກ່ຽວກັບ ການດຳເນີນ ມາດຕະການ ກັບບໍຣິສັດ PS, ຂ້າພະເຈົ້າໄດ້ ໂທໄປ ກົມຄຸ້ມຄອງ ສະຖາບັນການເງິນ ທີ່ຂຶ້ນກັບ ທະນາຄານແຫ່ງ ສປປ ລາວ, ແຕ່ເຈົ້າໜ້າທີ່ ຜູ້ຮັບ ໂທລະສັບ ບໍ່ສາມາດ ໃຫ້ຂໍ້ມູນ ລາຍລະອຽດໄດ້ ໂດຍ ອ້າງວ່າ ມັນເປັນເລື້ອງ ລະອຽດອ່ອນ.
ນອກຈາກຈາກນີ້ ຂ້າພະເຈົ້າ ກໍໄດ້ໂທໄປຫາ ດຣ ອາຄົມ ປຣະເສີດ ຫົວໜ້າກົມ ຄຸ້ມຄອງ ສະຖານບັນ ການເງິນ ຫລາຍຄັງ ແຕ່ໂທລະສັບ ບໍ່ມີສັນຍານ ແລະ ບາງຄັ້ງ ກໍໂທຕິດ ແຕ່ທ່ານ ບໍ່ຮັບສາຍ.
ບັນດາ ທ່ານ ບັນຫາ ທີ່ເກີດຂຶ້ນ ກໍຄື ບໍຣິສັດ PS ບໍ່ຍອມຈ່າຍເງິນຄືນ ໃຫ້ລູກຄ້າ ຕາມແຈ້ງການ ຂອງ ທະນາຄານ 30 ວັນ ຊຶ່ງກຳນົດ ເສັ້ນຕາຍ ວັນທີ 6 ກໍຣະກະດາ ທີ່ຜ່ານມາ, ແຕ່ປະກົດວ່າ ຍັງບໍ່ມີລູກຄ້າ ຄົນໃດ ສາມາດ ຖອນເງິນ ຈາກ ບໍຣິສັດໄດ້.
ນອກຈາກນີ້ ບໍຣິສັດ ຍັງມີການ ໂຄສະນາ ວ່າປຸກລະດົມ ປະຊາຊົນ ຢູ່ເຂດ ຊົນນະບົດ ວ່າ ບັນຫາທີ່ເກີດຂຶ້ນ ເປັນຍ້ອນ ແຈ້ງການ ຂອງ ທະນາຄານແຫ່ງ ສປປລາວ, ແລະ ຍັງມີການ ແອບອ້າງ ເວົ້າເຖີງ ນາຍົກ ຣັຖມົນຕຼີ ແລະ ຫ້ອງການ ສຳນັກງານ ນາຍົກ ເພື່ອໄປລະດົມ ປະຊາຊົນ ໃຫ້ຫລົງເຊື່ອ.
ສິ່ງທີ່ໜ້າຕິດຕາມ ກໍຄື ຣັຖບານ ຈະມີມາດຕະການ ເດັດຂາດແນວໃດ ຖ້າວ່າ ບໍຣິສັດ ບໍ່ຍອມຈ່າຍເງິນ ໃຫ້ ປະຊາຊົນ ຫລືວ່າ ຈະປ່ອຍໃຫ້ ບັນຫານີ້ ມິດຊ້ອຍມ້ອຍ ໄປໃນທີ່ສຸດ.