ນາຍົກເນັ້ນແກ້ບັນຫາ ເຣື່ອງໄມ້
ນາຍົກ ຣັຖມົນຕຣີ ສປປລາວ ເນັ້ນໜັກ ໃຫ້ພາກສ່ວນ ກ່ຽວຂ້ອງ ກວດກາ ແກ້ໄຂ ບັນຫາ ເຣື່ອງໄມ້ ໃຫ້ໝົດ ສິ້ນໄປ.
-
ມະນີຈັນ
2016-06-02 -
-
-
Your browser doesn’t support HTML5 audio
ນາຍົກຣັຖມົນຕຣີ ສປປລາວ ເນັ້ນໜັກ ໃຫ້ພາກສ່ວນ ກ່ຽວຂ້ອງ ແກ້ໄຂບັນຫາ ເຣື່ອງໄມ້ ໃຫ້ໝົດ ສິ້ນໄປ. ໃນກອງປະຊຸມ ປະຈໍາ ເດືອນ ຂອງ ຣັຖບານ ສປປລາວ ໃນວັນທີ 24 ແລະ 25 ພຶສພາ ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ໄດ້ມອບໝາຍ ໃຫ້ຫຼາຍ ອົງການ ຈັດຕັ້ງ ຮີບເລັ່ງ ແກ້ໄຂ ບັນຫາ ການຕັດໄມ້ ເພື່ອໃຫ້ ມີການຄຸ້ມຄອງ ປ່າໄມ້ ແບບ ຍືນຍົງ.
ໃນນັ້ນ ທ່ານ ນາຍົກ ຣັຖມົນຕຣີ ໄດ້ມອບໝາຍ ໃຫ້ອົງການ ກວດກາ ຣັຖບານ, ກະຊວງ ປ້ອງກັນ ຄວາມສງົບ, ກະຊວງ ປ້ອງກັນ ປະເທດ ກະຊວງ ແຜນການ ແລະການ ລົງທຶນ ກະຊວງ ການເງິນ ກະຊວງ ກະສິກັມ ແລະ ປ່າໄມ້ ກະຊວງ ອຸດສາຫະກັມ ແລະ ການຄ້າ ແລະ ກະຊວງ ຊັພຍາກອນ ທັມຊາດ ແລະ ສິິ່ງແວດລ້ອມ ສົມທົບ ກັບ ບັນດາ ເຈົ້າແຂວງ ເພື່ອກວດກາ ການຈັດຕັ້ງ ປະຕິບັດ ຕົວຈິງ ເພື່ອແກ້ໄຂ ບັນຫາ ດັ່ງກ່າວນັ້ນ ໃຫ້ຂາດຕົວ ແລະ ຈົບສິ້ນໄປ.
ກ່ຽວກັບການຄຸ້ມຄອງປ່າໄມ້ ກອງປະຊຸມໄດ້ ຂໍໃຫ້ເອົາໃຈໃສ່ ຈັດຕັ້ງ ປະຕິບັດ ຢ່າງເຂັ້ມງວດ ໃນຄໍາສັ່ງ ສະບັບ ເລກທີ 15/ນຍ ລົງວັນທີ 13 ພຶສພາ 2016 ວ່າດ້ວຍການ ເພີ່ມທະວີ ຄວາມເຂັ້ມງວດ ໃນ ການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້ ເຄື່ອນ ຍ້າຍໄມ້ ແລະ ທຸຣະກິດ ໄມ້ ໃນນັ້ນແມ່ນ ໃຫ້ກວດກາ ໂຄຕ້າ ໄມ້ ທີ່ໄດ້ ອະນຸມັດ ໃນ ສົກປີ 2015-16 ຄືນ. ພ້ອມດຽວກັນ ກໍໃຫ້ ແຕ່ງຕັ້ງ ຄນະ ສະເພາະກິຈ ເພື່ອຈັດຕັ້ງ ປະຕິບັດ ຄໍາສັ່ງ ດັ່ງກ່າວ.
ພ້ອມກັນນັ້ນ ກອງປະຊຸມ ຍັງຮັບຮອງເອົາ ບົດລາຍງານ ກ່ຽວກັບ ນະໂຍບາຍ ແລະ ມາຕການ ຄຸ້ມຄອງ ປ່າໄມ້ ແບບຍືນຍົງ ເພື່ອກໍານົດ ຂອບເຂດ ແລະ ປັກຫຼັກໝາຍ 03 ປະເພດປ່າ ໃຫ້ຈະແຈ້ງ. ພ້ອມທັງ ວາງແຜນ ຈັດສັນ ແລະ ຄຸ້ມຄອງ ໄປຕາມ ຈຸດປະສົງ ແລະ ເປົ້າໝາຍ ຂອງແຕ່ລະ ປະເພດ ປ່າ.
ໃຫ້ເດັດຂາດ ບໍ່ໃຫ້ມີການ ເຄື່ອນຍ້າຍ ແລະ ເກັບກູ້ໄມ້ ຢູ່ສນາມ 1 ແລະ ກວດກາຄືນ ໂຄຕາໄມ້ ທີ່ໄດ້ ອະນຸມັດ ໄປແລ້ວ ແຕ່ຍັງ ບໍ່ທັນໄດ້ ຈັດຕັ້ງ ປະຕິບັດ, ໃຫ້ ຂແນງການ ທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ຄິດໄລ່ ໃຫ້ຣະອຽດ ຈໍານວນໄມ້ ທີ່ຈະຕ້ອງໄດ້ ຕັດ ໃນແຜນ ພັທນາ ຂອງຕົນ.