ສປປລາວຕຣຽມເປັນປະທານວຽນ ອາຊຽນ ປີ 2016

ສປປ ລາວ ກໍາລັງ ຕຣຽມການ ເປັນ ປະທານ ວຽນ ອາຊຽນ ໃນປີ 2016. ຕາມ ຣາຍງານ ຂ່າວ Bernama.

ທຸງຊາດ ສປປ ລາວ ເລີ້ມແຕ່ 1975 ເປັນຕົ້ນມາ LPDR

ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ໄດ້ກ່າວ ໃນ ໜັງສື ທີ່ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ເຂັມມະນີ ພົນເສນາ ນຳໄປ ອ່ານ ຕໍ່ ກອງປະຊຸມ ຜູ້ນໍາ ອາຊຽນ ຄັ້ງທີ 12 ທີ່ ກຸງ ກົວລາລໍາເປີ ປະເທດ ມາເລເຊັຽ ວ່າ ຣັຖບານ ລາວ ເຫັນ ຄວາມ ສໍາຄັນ ຂອງ ຂໍ້ ລິເລີ່ມ ທີ່ ມາເລເຊັຽ ໄດ້ ປະກາດ ໄປ ຊຶ່ງ ກໍເປັນ ຜົນດີ ຕໍ່ ປະຊາຄົມ ອາຊຽນ.

ນັ້ນຄື ຫົວຂໍ້ ສໍາຄັນ ຂອງ ອາຊຽນ ທີ່ ຈະກ້າວໄປ ທາງໜ້າ ຄື: ນຶ່ງ ປະຊາຄົມ ນຶ່ ງວິສັຍທັສ ນຶ່ງ ປະຊາກອນ.

ທ່ານ ທອງສິງ ືທໍາມະວົງ ໄດ້ ກ່າວວ່າ ອາຊຽນ ຄວນ ສົ່ງເສີມ ການ ຮ່ວມມື ໃນດ້ານ ຄົມມະນາຄົມ ຜ່ານ ການ ພັທນາໂຄງສ້າງ ພື້ນ ຖານ ຮອບດ້ານ ເພື່ອ ຮັບ ປະກັນ ຄວາມ ຍືນຍົງ ແລະ ການ ເຕີບໂຕ ແບບ ບໍ່ ຢຸດຢັ້ງ ຊຶ່ງ ຈະ ເປັນການ ສົ່ງເສີມ ການ ເຂົ້າ-ອອກ ຂອງ ສິນຄ້າ ແລະ ອໍານວຍ ໃຫ້ ແກ່ ການ ພົວພັນ ຣະຫວ່າງ ປະຊາຊົນ ຕໍ່ ປະຊາຊົນ ດ້ວຍກັນ.

ແລະ ທ່ານ ກໍເຫັນວ່າ ການສ້າງ ຕັ້ງ ທະນາຄານ ລົງທຶນ ເພື່ອ ໂຄງສ້າງ ພື້ນຖານ ຂອງ ເອເຊັຽ ຈະເປັນ ແຫລ່ງທຶນ ທີ່ ສໍາຄັນ ອີກ ແນວນຶ່ງ ສໍາລັບ ການພັທນາ ໂຄງສ້າງ ພື້ນຖານ ໃນ ປະເທດ ສະມາຊິກ ອາຊຽນ. ພ້ອມ ດຽວກັນ ນັ້ນ ທ່ານ ກໍ ຫວັງວ່າ ບັນດາ ປະເທດ ສະມາຊິກ ອາຊຽນ ຈະ ສນັບສນູູນ ຢ່າງ ເຕັມທີ່ ໃນ ຣະຫວ່າງ ທີ່ ລາວ ເປັນ ປະທານ ວຽນ ອາຊຽນ ໃນປີ 2016 ທີ່ ຈະມາເຖິງ ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org