ໄຟຟ້າລາວອອກກວດ ມິດເຕີ ໄຟ

ພະນັກງານ ໄຟຟ້າ ລາວ ຖືກ ສັ່ງໃຫ້ ອອກກວດ ມິດເຕີ ໄຟຟ້າ ຫລັງຈາກ ປະຊາຊົນ ທັກທວງ ຣາຄາ ໄຟຟ້າ ສູງ.

ພtນັກງານ ໄຟຟ້າລາວ ກວດກາ ມິດເຕີ ໄຟຟ້າ ຫລັງຈາກ ປະຊາຊົນທັກທວງ ຣາຄາໄຟຟ້າສູງ Citizen journalist

ອີງຕາມ ໃບແຈ້ງການ ເລກທີ 0961 ລົງວັນທີ 25 ພຶສພາປີ 2016 ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ດຣ ຄຳມະນີ ອິນທິລາດ ໄດ້ສັ່ງໄປຍັງ ຜູ້ອຳນວຍການ ໃຫຍ່ ຣັຖວິສຫະກິຈ ໄຟຟ້າລາວ ໃຫ້ສົ່ງ ພະນັກງານ ໄປກວດກາ ເກັບກຳ ຂໍ້ມູນ ການໃຊ້ງານ ຂອງຫມໍ້ ປັ່ນໄຟ ຕາມເຂດຕ່າງໆ ໃນ ນະຄອນຫຼວງ ທີ່ ປະຊາຊົນ ຮຽກຮ້ອງມາ ໂດຍກົງ ຫລື ຜ່ານ ສື່ສັງຄົມ ທີ່ຈົ່ມວ່າ ຣາຄາໄຟ ແພງເກີນໄປ ແລ້ວ ໃຫ້ຣາຍງານ ຣາຍລະອຽດ ເປັນຣະບົບ ແລະ ຊອກຊ່ອງທາງ ແກ້ໄຂ ແນະນຳ ໃຫ້ຖືກຕ້ອງ ເພື່ອ ຄວາມເຂົ້າໃຈ ໃນການ ຊົມໃຊ້ ໄຟຟ້າ ຕາມມາຕຖານ ຂອງ ຣັຖວິສຫະກິຈ ໄຟຟ້າ ລາວ ທີ່ ກຳນົດໃວ້.

ໃບແຈ້ງການດັ່ງກ່າວ ມີຂຶ້ນຫລັງຈາກ ທີ່ ປະຊາຊົນ ທັກທ້ວງ ຣັຖບານ ໃນ ການເກັບຄ່າ ໄຟຟ້າ ແພງເກີນໄປ ໃນເດືອນ ພຶສພາ ນີ້ ຊຶ່ງ ທາງການລາວ ກໍໄດ້ຈັດ ຖແລງຂ່າວ ກ່ຽວກັບ ເຣື້ອງນີ້ແລ້ວ ແຕ່ ປະຊາຊົນ ຍັງບໍ່ພໍໃຈ ຍ້ອນການວ່າ ການຖແລງຂ່າວ ນັ້ນ ເປັນການ ແກ້ຫນ້າຊື່ໆ ບໍ່ແມ່ນການ ແກ້ໄຂ ບັນຫາ.

ໃນຂນະດຽວກັນ ຫ້ອງການ ໄຟຟ້າ ນະຄອນຫຼວງ ຝ່າຍ ປະຕິບັດ ການ ກໍໄດ້ອອກ ແຈ້ງການ ອີກສະບັບນຶ່ງ ເລກທີ 738 ລົງວັນທີ 26 ພຶສພາ ນີ້ວ່າໃຫ້ ປະຊາຊົນ ຜູ້ໃຊ້ ໄຟຟ້າ ທີ່ຈົ່ມວ່າ ແພງເກີນໄປນັ້ນ ເອົາໃບເກັບ ຄ່າໄຟຟ້າ ດັ່ງກ່າວ ມາແຈ້ງຕໍ່ ພະນັກງານ ຂອງຫ້ອງການ ຕາມສາຂາ ເມືອງ ຕາມສູນ ບໍຣິການ ຮັບເງິນ ໃກ້ບ້ານ ແລະທີ່ ສຳນັກງານ ໄຟຟ້າ ນະຄອນຫຼວງ ທາງຫ້ອງການ ຈະມີທີມງານ ໄປກວດກາ ຫມໍ້ປັ່ນໄຟ ທີ່ບ້ານທ່ານ. ໃບແຈ້ງການ ດັ່ງກ່າວ ລົງນາມ ໂດຍ ທ່ານ ມີໄຊ ຈິດທິລາດ ຫົວຫນ້າ ຝ່າຍປະຕິບັດ ການໄຟຟ້າ ນະຄອນຫລວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org