ການເຈຣະນາ ຂໍເປີດດ່ານກັບ ຝ່າຍຈີນ ບໍ່ປະສົບຜົລສຳເຣັດ
ທາງການລາວ ເຈຣະຈາ ກັບຈີນ ຂໍເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນ ເພື່ອໃຫ້ສາມາດ ໄປ-ມາໄດ້ ບໍ່ມີຄວາມຄືບໜ້າ ຍ້ອນຈີນຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ເຮັດໃຫ້ຜູ້ປະກອບການ ທ່ອງທຽວ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ນຳດ້ວຍ.
-
ຈຳປາທອງ
2022-08-11 -
-
-
Your browser doesn’t support HTML5 audio
ການເຈຣະຈາ ຂໍໃຫ້ຈີນເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນໃໝ່ ຕາມການສເນີ ຂອງທາງການລາວ ເພື່ອເຮັດໃຫ້ການຜ່ານແດນ ກັບມາເປັນປົກກະຕິ ລະຫວ່າງ ທາງການແຂວງຫລວງນໍ້າທາ ແລະທາງການຈີນນັ້ນ ມາຮອດມື້ນີ້ ກໍຍັງຕົກລົງກັນບໍ່ທັນໄດ້ເທື່ອ ແລະບໍ່ມີຄວາມຄືບໜ້າ, ເຮັດໃຫ້ປະຊາຊົນລາວ ແລະນັກທ່ອງທ່ຽວ ບໍ່ສາມາດຜ່ານເຂົ້າໄປປະເທດຈີນໄດ້, ມີພຽງແຕ່ຣົຖບັນທຸກສິນຄ້າ ທີ່ແລ່ນຜ່ານເຂົ້າ-ອອກດ່ານນັ້ນໄດ້ ຕາມປົກກະຕິ ແລະສະດວກກວ່າແຕ່ກ່ອນ.
ສາເຫດທີ່ເຮັດໃຫ້ດ່ານສາກົລ ບໍ່ຫານຂອງຈີນ ຍັງບໍ່ໃຫ້ຄົນຕ່າງປະເທດ ຜ່ານເຂົ້າປະເທດຈີນໄດ້ ກໍຍ້ອນວ່າ ຢູ່ປະເທດຈີນ ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່, ແມ່ນແຕ່ຄົນຈີນ ທີ່ເດີນທາງອອກຈາກລາວ ຜ່ານດ່ານສາກົລແຫ່ງນີ້ ກໍຍັງຕ້ອງຖືກກັກໂຕຫລາຍມື້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ສິງຫານີ້.
“ຍັງຄືເກົ່າ ຄົນໄປຈີນເຂົາຍັງບໍ່ໃຫ້ໄປເທື່ອ. ມີແຕ່ຄົນຈີນຊິກັບເຂົາໃຫ້ກັບຢູ່ ແຕ່ວ່າຄົນຕ່າງປະເທດຊິໄປ ຍັງໄປບໍ່ໄດ້ເທື່ອ. ສິນຄ້າຜ່ານດ່ານໄດ້ຢູ່ດຽວນີ້ ຂ້າມສະດວກສະບາຍ ຣົຖກະບໍ່ຕິດອີກແລ້ວ ມາແລ້ວກໍເຂົ້າຄ່ຽນຖ່າຍເຂົ້າຄິວແຈ້ງພາສີ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທີ່ຮັບຜິດຊອບ ດ້ານວຽກງານຂົນສົ່ງ ຢູ່ດ່ານສາກົລບໍ່ເຕັນ ກໍເວົ້າວ່າ ຣົຖບັນທຸກສິນຄ້າ ຢູ່ບໍຣິເວນດ່ານ ຢູ່ໃນສະພາບສະດວກຂຶ້ນແລ້ວ ຣົຖບັນທຸກຫລາຍຄັນ ບໍ່ຕ້ອງໃຊ້ເວລາດົນ ໃນການທີ່ຈະຂ້າມໄປດ່ານສາກົລ ບໍ່ຫານເບື້ອງຈີນ.
“ຣົຖຂົນເຄື່ອງມີຫລາຍໆ ມື້ດຽວອອກດ່ານບໍ່ແກ້ວ ມາຮອດບໍ່ເຕັນກະມື້ດຽວ ບໍ່ຮອດມື້ຊໍ້າ.”
ແລະການຂົນສົ່ງຜ່ານສາງ ຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົລບໍ່ເຕັນ ໄປຫາດ່ານສາກົລບໍ່ຫານ ກໍໄດ້ເສັຍຄ່າໃຊ້ຈ່າຍຫລຸດລົງຫລາຍ ໃນໄລຍະນີ້ ເນື່ອງຈາກຈໍານວນ ຣົຖບັນທຸກສິນຄ້າມີໜ້ອຍລົງ.
ດັ່ງຄົນຂັບຣົຖບັນທຸກສິນຄ້າ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ແຕ່ກ່ອນຊ່ວງຣົຖຕິດຫັ້ນ ຮອດຢູ່ 70 ລ້ານ 60 ປາຍລ້ານ. ດຽວນີ້ມີແຕ່ 10 ປາຍລ້ານ ຄ່າຕ່າງກະລົງ ຈັ່ງວ່າຄ່າ...ສິນຄ້າຫລາຍບໍ່ຊ່ວງນີ້ມັນບໍ່ມີກ້ວຍບໍ່ມີຫຍັງແດ່. ຄັນຍາມໝາກໂມໝາກຫຍັງ ສິນຄ້າຫລາຍ ຄ່າຕ່າງມັນຈະຂຶ້ນນ່າ.”
ແຕ່ຄົນຂັບຣົຖບັນທຸກສິນຄ້າອີກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ສິງຫານີ້ວ່າ ຄົນຂັບຣົຖບັນທຸກຈໍານວນນຶ່ງ ໄດ້ເຊົາຮັບຈ້າງຂົນສິນຄ້າ ຜ່ານດ່ານສາກົລບໍ່ເຕັນ ຍ້ອນບໍ່ມີຜູ້ຈ້າງຂົນສິນຄ້າ ກະສີກັມໄປຈີນ ແລະວ່າ ຢູ່ພາຍໃນດ່ານສາກົລບໍ່ເຕັນນີ້ ຍັງມີການກວດກາເຂັ້ມງວດຢູ່ຄືເກົ່າ.
“ໂອ໊! ກະທັມດາ ຍັງກວດກາເຂັ້ມຢູ່. ແມ່ນໄດ້ເຄິ່ງເດືອນແລ້ວບໍ່ໄດ້ໄປ ໜ້ອຍແລ້ວໆດຽວນີ້ນ່າ.”
ການທີ່ດ່ານສາກົລບໍ່ເຕັນ-ບໍ່ຫານ ຍັງບໍ່ທັນເປີດເປັນປົກກະຕິເທື່ອ ນັ້ນເຮັດໃຫ້ຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງຫລວງນໍ້າທາ ໄດ້ຮັບຜົລກະທົບ ສ່ວນໃດສ່ວນນຶ່ງ ເນື່ອງຈາກເຮືອນພັກ ແລະໂຮງແຮມ ຫລາຍແຫ່ງ ບໍ່ມີນັກທ່ອງທ່ຽວຈີນມາພັກເຊົາ.
ດັ່ງເຈົ້າຂອງເຮືອນພັກ ຢູ່ເຂດບ້ານນາເຕີຍ ເມືອງຫລວງນໍ້າທາ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ຕາມໃຈກະຢາກໃຫ້ເພິ່ນເປີດໂອ໋. ຄັນບໍ່ມີພະຍາດໂຄວິດ ກະຢາກໃຫ້ເພິ່ນເປີດ. ຄັນເປີດມັນກໍມີແຂກມີຄົນເນາະ. ຄັນຄົນຈີນເຂົ້າມາ ມັນກະມີໂອ໋. ເຮັດບ້ານພັກໂຮງແຮມ ກະບໍ່ມີຄົນເຊົ່າເນາະ.”
ແລະເຈົ້າຂອງບໍຣິສັດ ທ່ອງທ່ຽວແຫ່ງນຶ່ງ ຢູ່ແຂວງຫລວງນໍ້າທາ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ສິງຫານີ້ວ່າ ໃນໄລຍະທີ່ດ່ານສາກົລບໍ່ເຕັນ-ບໍ່ຫານ ຍັງບໍ່ທັນເປີດເປັນປົກກະຕິຢູ່ນີ້ ຈໍານວນລູກຄ້າຫລຸດລົງເກືອບເຖິງເຄິ່ງນຶ່ງ ທັງນັກທ່ອງທ່ຽວຈີນ ແລະນັກທ່ອງທ່ຽວປະເທດອື່ນໆ ທີ່ມັກມາທ່ຽວຢູ່ໃນແຂວງນີ້ ແລ້ວຂ້າມໄປຈີນຕໍ່ ກໍບໍ່ມາ.
“ກະປະມານ 30% ນີ້ແຫລະ. ບໍ່! ຍັງບໍ່ຫລາຍ. ຄົນມາຍັງບໍ່ຫລາຍ ບໍ່ຄ່ອຍເຫັນປານໃດ ປິດດ່ານເດ້. ເຂົາປິດດ່ານ ເຂົາບໍ່ໃຫ້ນັກທ່ອງທ່ຽວໄປມາ ມີແຕ່ພວກໄປ-ມາ ເຮັດວຽກຢູ່ຫັ້ນແຫລະ.”
ແຕ່ເຖິງຢ່າງໃດກໍຕາມ ອີງຕາມການຣາຍງານ ຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົລບໍ່ເຕັນ ເມື່ອວັນທີ 9 ສິງຫານີ້ແລ້ວແມ່ນວ່າ ໃນ 6 ເດືອນຕົ້ນປີ 2022 ນີ້ ດ່ານສາກົລບໍ່ເຕັນ ເກັບລາຍຮັບເຂົ້າງົບປະມານ ໄດ້ປະມານ 33 ຕື້ກີບ ຄືໄດ້ລື່ນແຜນການເກືອບເຖິງ 13%.