ລາວ, ພະມ້າ ຫາລື ຊ່ອຍເຫຼືອ ຄົນງານ ພະມ້າ

ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ຫາລື ກັບ ທາງການພະມ້າ ເພຶ່ອຊ່ອຍເຫຼຶອ ຄົນງານພະມ້າ ໃຫ້ໄດ້ກັບ ຄືນປະເທດ.

ຄົນງານພະພ້າ ໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາ ທີ່ພາກັນຫຼັ່ງໄຫຼອອກຈາກ ຫ້ອງພັກ ເພື່ອປະທ້ວງ ວ່າຢາກກັບຄືນພະມ້າ ໂດຍດ່ວນ ພາບຈາກ: ວີດີໂອ ພົລເມືອງ

ໃນວັນທີ 8 ສິງຫາ ຜ່ານມາທາງການແຂວງບໍ່ແກ້ວ ໄດ້ຫາລືກັບທາງການພະມ້າ ເພື່ອຊ່ອຍຄົນງານພະມ້າ ທີ່ເຮັດວຽກຢູຸ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ກັບຄືນປະເທດ ຊຶ່ງທັງສອງຝ່າຍ ກໍໄດ້ຕົກລົງກັນ ໃນການແກ້ໄຂບັນຫາດັງກ່າວ ໂດຍທາງການແຂວງບໍ່ແກ້ວ ຈະສົ່ງຄົນງານພະມ້າ ຜູ້ທີ່ຕ້ອງການກັບບ້ານ ມື້ລະບໍ່ເກີນ 250 ຄົນ ແຕ່ກ່ອນຈະສົ່ງກັບ ປະເທດນັ້ນ ຄົນງານທຸກຄົນຕ້ອງ ໄດ້ກວດ ໂຄວິດ-19 ກ່ອນ ຖ້າຫາກຜູ້ໃດມີອາການສົງສັຍ ກໍຈະກັກໂຕໄວ້ກ່ອນ ແລະ ຖ້າພົບວ່າ ຜູ້ໃດຕິດເຊື້ອໂຄວິດ-19 ກໍຈະປີ່ນປົວໃຫ້ ເຊົາກ່ອນ ຈຶ່ງຈະສົ່ງກັບປະເທດ.

ພ້ອມກັນນີ້ທາງການພະມ້າ ກໍຈະເຮັດໜັງສືເຖິງຄົນງານພະມ້າທຸກຄົນ ໃຫ້ປະຕິບັດຕາມກົດໝາຍລາວນຳອີກ ເພຶ່ອບໍ່ໃຫ້ເກີດບັນຫາ ດັ່ງກ່າວຂຶ້ນອີກ ແລະທາງການແຂວງບໍ່ແກ້ວ ກໍຈະປະສານກັບບໍຣິສັດ ດອກງິ້ວຄຳ ແລະ ບໍຣິສັດຈ້າງຄົນງານພະມ້າ ໃຫ້ເບິ່ງແຍງ ຄົນງານ. ໂດຍສະເພາະຜູ້ຕິດເຊື້ອໂຄວິດ-19 ສ່ວນຄົນງານພະມ້າ ທີ່ເຂົ້າມາບໍ່ຖືກຕ້ອງນັ້ນ ທັງສອງຝ່າຍ ຈະຮ່ວມກັນອຳນວຍ ຄວາມສະດວກໃຫ້ກັບຄືນ ປະເທດໄດ້. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໃນເສດເສຖກິຈພິເສດ ທ່ານນຶ່ງກ່າວໃນມື້ວັນທີ 10 ສິງຫາ ນີ້ວ່າ:

“ທາງການພະມ້າ ກໍປະຊຸມຢູ່ລາວ ມື້ວານນີ້ ມາຮ່ວມກັນກ່ຽວກັບ ຊິເອົາພະມ້າກັບບ້ານ ໂດຍທີ່ວ່າກັ່ນກອງຄັກແນ່ ເອົາອອກເທຶ່ອລະ 250 ໄປຈັ່ງຊັ້ນແຫຼະ ເພາະວ່າມີຄົນຕິດເຊື້ອເດ້ ທຸກຄົນທີ່ເຂົ້າມາ ຖືກຕ້ອງ ຫຼຶບໍ່ຖືກຕ້ອງ ຕ້ອງໄດ້ເບິ່ງແຍງ ໃນໄລຍະລ໊ອກດາວນີ້ນ່າ ບໍຣິສັດຕ່າງໆຫ້າມຖິ້ມປະ ບໍ່ວ່າແຮງງານລາວ ພະມ້າ ຈີນ ຕ້ອງດູແລຮັບຜິດຊອບ ຂອງບັນດາ ບໍຣິສັດຕ່າງໆ.”

ທ່ານກ່າວຕື່ມວ່າ ກ່ອນການປະທ້ວງໃນວັນທີ 6 ສິງຫາ ຜ່ານມານັ້ນ ທາງການແຂວງບໍ່ແກ້ວ ກໍໄດ້ສົ່ງຄົນງານພະມ້າກັບຄືນປະເທດ ມາຕລອດ ແຕ່ມາຮອດການຣະບາດ ໂຄວິດ-19 ໃນວົງກວ້າງພາຍໃນ ບໍຣິເວນຄົນງານພະມ້າ ອາສັຍຢູ່ ຈຶ່ງມີການລ໊ອກດາວ ບວກ ກັບຫຼາຍຄົນຂາດຣາຍໄດ້ ບໍ່ມີວຽກເຮັດຢາກກັບປະເທດ ແລະບໍ່ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ຈົນເກີດການປະທ້ວງຂຶ້ນ ຊຶ່ງປັດຈຸບັນຄົນງານພະມ້າທຸກຄົນ ກໍເຂົ້າໃຈແລ້ວຫຼາຍຄົນກໍມາຈົດທະບຽນ ເພຶ່ອລໍຄິວກັບປະເທດ ຕາມຂັ້ນຕອນກົດໝາຍລາວ.

“ກ່ອນໜ້ານັ້ນກໍຈັດສົ່ງແລ້ວ ຍ້ອນວ່າ ການແຜ່ຣະບາດເນາະ ມັນກໍເປັນວົງກວ້າງ ບ່ອນພະມ້າຢູ່ມັນຣະບາດເນາະ ລ໊ອກເຂົາແທ້ໂອ ບາດນີ້ກຳມະກອນບໍ່ມີແນວຢູ່ແນວກິນ ມັນກໍຕ້ອງ ດີ້ນຣົນເນາະ ກຳມະກອນທີ່ບໍ່ຟັງ ບໍ່ຟັງຣະບຽບ ກໍຂຶ້ນປະທ້ວງ ກໍຢາກກັບໄວ ດຽວນີ້ສະຖານະການ ມັນສງົບແລ້ວ ຢູ່ລາວກໍຕ້ອງຮັກສາກົດໝາຍ ຂອງລາວ ໄປຕາມຂະບວນການ ມັນຫັ້ນນ່າ.”

ສ່ວນແຂວງຈຳປາສັກ ກໍໄດ້ປະຊຸມປຶກສາ ຫາລືກັນໃນການໃນວັນທີ 6 ສິງຫາ ຜ່ານມາ ເພື່ອທົດລອງໃຊ້ຢາກາຊາຍຂາວ ຊຶ່ງເປັນຢາ ພື້ນເມືອງໃນການປົວຜູ້ຕິດເຊື້ອໂຄວິດ-19 ປັດຈຸບັນກໍໄດ້ຜລິດເປັນເມັດ ແລະ ເປັນຊນິດສີດໃສ່ຄໍ ແລະ ຢອດປາກແລ້ວ ເບຶ້ອງຕົ້ນ ຈະໃຊ້ໃນ 3 ແຂວງ ດັ່ງຈຳປາສັກ, ສວັນນະເຂດ ແລະສາຣະວັນກ່ອນ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຈຳປາສັກ ທ່ານນຶ່ງ ເວົ້າວ່າ:

“ເຂົ້າຂັ້ນທົດລອງ ເອົາຢາພື້ນເມືອງ ກະຊາຍຂາວ ມາໃຊ້ນຳຄົນເຈັບໂຕຈິງ ກຳລັງຊິເຣີ່ມຈັດຕັ້ງປະຕິບັດ ແມ່ນໃນເດືອນ 8 ນີ້ແຫຼະ ເພິ່ນຜລິດອອກແລ້ວ ເພິ່ນໄປວິຈັຍແລ້ວ ປັດຈຸບັນ ເຂົ້າກັບເຂົ້າກ່ອງແລ້ວ ຜລິດເປັນອັດແຄັບຊູນ ເປັນຢາຢອດເຂົ້າປາກ ແລ້ວກະ ເປັນສເປສີດເຂົ້າລຳຄໍນີ້.”

ໃນຂນະດຽວກັນ ໃນມື້ນີ້ ທາງການລາວ ກໍໄດ້ກວດເຫັນຜູ້ຕິດເຊື້ອໃໝ່ ເພີ່ມອີກ 315 ຄົນ ແຍກເປັນກໍຣະນີ ຜູ້ຕິດໃນຊຸມຊົນ 14 ຄົນ ແລະ ກໍຣະນີນຳເຂົ້າ 301 ຄົນ ຈາກຜົລການກວດ ວິເຄາະທັງໝົດ 3,345 ຕົວຢ່າງ ຂອງວັນທີ 9 ສິງຫາ ຊຶ່ງໃນນັ້ນ ນະຄອນຫຼວງ ວຽງຈັນ 42 ຄົນ, ແຂວງຈຳປາສັກ 43 ຄົນ, ແຂວງສາຣະວັນ 64 ຄົນ, ບໍ່ແກ້ວ 8 ຄົນ, ສວັນນະເຂດ 77 ຄົນ, ຄຳມ່ວນ 72 ຄົນ, ແຂວງວຽງຈັນ 7 ຄົນ ແລະ ຫຼວງພຣະບາງ 2 ຄົນ ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າ ກົມຄວບຄຸມພຍາດ ຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວ ໃນພິທີຖແລງຂ່າວ ຕໍ່ສື່ມວນຊົນໃນວັນທີ 10 ສິງຫາ ນີ້ວ່າ.

”ມື້ວານນີ້ທົ່ວປະເທດ ໄດ້ມີການເກັບໂຕຢ່າງ ມາກວດຫາເຊື້ອໂຄວິດ-19 ທັງໝົດ 3,345 ໂຕຢ່າງ ກວດພົບຜູ້ຕິດເຊື້ອໃໝ່ຢູ່ 315 ຄົນ ໃນຈຳນວນດັງກ່າວ ມີຜູ້ຕິດເຊື້ອສະສົມ ພາຍໃນ ແຂວງແມ່ນ 14 ຄົນ ມີນະຄອນຫຼວງ 3 ບໍ່ແກ້ວ 8 ແລະ ຄຳມ່ວນ 3.”

ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນວັນທີ 10 ສິງຫາ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 343,753 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອ ສະສົມ 8,876 ຄົນ ເສັຽຊີວິດ 8 ຄົນ, ປົວເຊົາແລ້ວ 4,682 ຄົນ ກຳລັງປີ່ນປົວ ຢູ່ໂຮງໝໍ 4,240 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org