ຈີນ ຊື້ມັນຕົ້ນຈາກຊາວສວນ ໃນຣາຄາ ດີ

ໂຮງງານມັນຕົ້ນຈີນ ທີ່ເມືອງລອງ ແຂວງຫລວງນ້ຳທາ ຈະຊື້ມັນຕົ້ນ ຈາກຊາວກະສິກອນ ໃນຣາຄາສູງ.

ໂຮງງານມັນຕົ້ນ ຂອງຈີນ ບ້ານໂພນສຳພັນ ເມືອງລອງ ແຂວງຫລວງນໍ້າທາ RFA

ໂຮງງານມັນຕົ້ນ ຈູບາວເຢັນ ເປັນໂຮງງານປຸງແຕ່ງມັນຕົ້ນຂອງຈີນ ຢູ່ເມືອງລອງ ແຂວງຫລວງນ້ຳທາ ຈະຮັບຊື້ມັນຕົ້ນ ຈາກຊາວກະສິກອນ ໃນຣາຄາສູງປະມານ 4 ແສນກີບ ຕໍ່ນຶ່ງຕັນ ເພີ້ມຂຶ້ນຈາກປີກາຍ ໃນຣາຄາ 2-3 ແສນກີບຕໍ່ຕັນ, ດັ່ງເຈົ້າຫນ້າທີ່ ຫ້ອງການອຸດສາຫະກັມ ແລະການຄ້າ ເມືອງລອງ ກ່າວໃນມື້ວັນທີ 20 ພຶສຈິກາ ນີ້ວ່າ:

"ເປັນໂຕນຊະເນາະ ໂຕນນຶ່ງສີ່ແສນກີບ ທຽບໃສ່ຣະຍະຜ່ານມາ ກໍຖືວ່າເຫມາະສົມແຫລະຊ່ຳນີ້ ມັນເວົ້າເຣື້ອງການຂົນສົ່ງ ບ້ານປະຊາຊົນ ມັນຢູ່ຫ່າງໄກສອກຫລີກ ບໍ່ມີຈຳກັດແຫລະເນາະ ເພິ່ນຊື້ ປູກເທົ່າໃດເພິ່ນກໍຊື້ຫມົດ ຫັ້ນແຫລະ."

ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວກະສິກອນປູກມັນຕົ້ນ ທີ່ເມືອງລອງແລະເມືອງອື່ນໆ ຍັງບໍ່ທັນຂາຍມັນຕົ້ນໃຫ້ບໍຣິສັດຈີນ ດັ່ງກ່າວນັ້ນເທື່ອ ຍ້ອນໄດ້ລໍຖ້າຮອດຣະດູ ເກັບກ່ຽວໃນທ້າຍເດືອນພືສຈິກາ ໄປຮອດຕົ້ນປີ 2018  ໃນເນື້ອທີ່ທັງຫມົດ ໂດຍຮວມປະມານ 1 ພັນ ເຮັກຕາ.

ທ່ານວ່າ ໂຮງງານມັນຕົ້ນ ຈູເບົາເຢັນ ໃນປັດຈຸບັນ ຍັງປິດກິຈການຢູ່ ເຖີງແມ່ນວ່າ ຈະມີມັນຕົ້ນເກົ່າ ຕົກຄ້າງຢູ່ກໍຕາມ ຄາດວ່າຈະເລີ້ມ ການຜລິດ ໃນທ້າຍເດືອນທັນວາ ປີນີ້. ໂຮງງານດັ່ງກ່າວໄດ້ເອົາໃຈໃສ່ ທາງດ້ານສີ່ງແວດລ້ອມຫລາຍຂຶ້ນ ດ້ວຍການສ້າງ ອ່າງເກັບນ້ຳເສັຽ ເພີ້ມອີກ 4 ອ່າງ ຮວມທັງຫມົດເປັນ 8 ອ່າງ ຕາມຄຳສັ່ງຂອງແຂວງຫລວງນ້ຳທາ.

ເມື່ອປີທີ່ຜ່ານມາ ໂຮງງານແຫ່ງນີ້ໄດ້ປ່ອຍນ້ຳເສັຽລົງໃສ່ຫ້ວຍ ເຮັດໃຫ້ປະຊາຊົນ ຈຳນວນ 700 ຄົນ ຢູ່ບ້ານເຕົ້າໂຮມ ແລະບ້ານໂພນສຳພັນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນບໍ່ສາມາດໃຊ້ນຳໄດ້ ຕາມປົກກະຕິ ຈົນມີການຮ້ອງຮຽນ ໄປຫາຂັ້ນແຂວງ ໃຫ້ເຂົ້າມາແກ້ໄຂ. ໂຮງງານແຫ່ງນີ້ ເປັນໂຮງງານມັນຕົ້ນ ໂຮງງານດຽວ ໃນແຂວງຫລວງນ້ຳທາ ທີ່ຜລິດມັນຕົ້ນ ສົ່ງໄປຂາຍໃຫ້ຈີນ ໂດຍສະເພາະ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org