ຄວາມໂປ່ງໃສຂອງຫວຍພັທນາ

ເຈົ້າໜ້າທີ່ ຫວຍ ພັທນາ ຕອບ ຂໍ້ຂ້ອງໃຈ ຂອງສັງຄົມ ກ່ຽວກັບ ຄວາມໂປ່ງໃສ ຂອງ ການອອກຫວຍ, ແລະວ່າ ການອອກຫວຍ ນັ້ນເປັນ ການສົ່ງເສີມ ປະຊາຊົນ ໃຫ້ຕິດ ການພະນັນ ຫຼາຍຂຶ້ນ ຫຼື ເປັນທາງອອກ ບໍ່ໃຫ້ຄົນ ຫຼິ້ນຫວຍເຖື່ອນ.

ຜູ້ຊື້ ຜູ້ຂາຍ ຫວຍພັທນາ ທີ່ ນະຄອນຫຼວງວຽງຈັນ RFA/

ໃນເດືອນກຸມພາ ຜ່ານມາ ບໍຣິສັດ ຣັຖວິສາກະກິດຫວຍພັທນາ ໄດ້ອອກແຈ້ງການ ເພີ້ມການອອກຫວຍ ຈາກອາທິດລະຄັ້ງເປັນອາທິດ ລະສອງຄັ້ງ ຊຶ່ງວ່າກ່ຽວກັບເຣື່ອງນີ້ ກໍມີຜູ້ຕັ້ງຄຳຖາມວ່າ ການອອກຫ້ວຍອາທິດລະສອງຄັ້ງ ຈະບໍ່ເປັນການມອມເມົາ ປະຊາຊົນໃຫ້ຫລິ້ນ ການພະນັນຫຼືບໍ່ ແລະ ໃນການອອກຫວຍນັ້ນ ຈະມີຄວາມໂປ່ງສຂນາດໃດ ເພາະທີ່ຜ່ານມາ ກໍມີຄົນວິຈານວ່າ ມີການລ໊ອກເລກ.

ຂໍ້ສົງໃສເຫຼົ່ານີ້ ມີຄວາມເປັນໄປໄດ້ໜ້ອຍຫລາຍຂນາດໃດ, ຂ້າພະເຈົ້າ ມີໂອກາດໄດ້ສຳພາດ ທ່ານ ສິດທິສົມພອນ ຫລວງສຸວັນນະວົງ ຫົວໜ້າກົມການເງິນ ຫ້ອງວ່າການ ສະພາແຫ່ງຊາດ ຊຶ່ງ ທ່ານກໍເປັນນຶ່ງ ໃນຄະນະກັມມະການ ຫວຍພັທນາລາວ, ເຊີນທ່ານຮັບຟັງ ຄໍາອະທິບາຍ ຂອງເພິ່ນ ວ່າເປັນແນວໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org