ຫ້ອງການປົກຄອງບ້ານ ເກັບຄ່າ ເຮັດ ເອກສານ ແພງ
ປະຊາຊົນ ຢູ່ບ້ານນາກຸງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຮ້ອງຮຽນ ເຣື່ອງ ຫ້ອງການ ປົກຄອງບ້ານ ເກັບຄ່າທຳນຽມ ເຮັດ ເອກກສານ ແພງເກີນໄປ.
-
ໄຊຍາ
2018-04-24 -
-
-
Your browser doesn’t support HTML5 audio
ປະຊາຊົນຢູ່ບ້ານນາກຸງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຮ້ອງຮຽນເຣື່ອງ ຫ້ອງການປົກຄອງບ້ານ ເກັບຄ່າທຳນຽມ ເຮັດເອກສານ ແພງ ເປັນຕົ້ນແມ່ນ ສັນຍາກູ້ຢືມເງິນ ທະນາຄານ 3 ແສນກີບ ບົດບັນທຶກໄກ່ເກັ່ຽຄະດີ 3 ແສນ ຫາ 5 ແສນກີບ ແລະເອກສານຕ່າງໆ 2 ແສນກີບ. ດັ່ງຊາວບ້ານຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 24 ເມສາ ນີ້ວ່າ:
"ທີ່ໄດ້ຍິນມານີ້ຫັ້ນນ່າ ອາດຈະເປັນການເຊັນເອກສານ ການກູ້ຢືມເງິນເບາະ ໄດ້ຍີນເຂົາວ່າຫ້ັນນ່າ ເອົາຫລາຍຂັ້ນຕອນໂພດ ຂະເຈົ້າວ່າ ອັນນີ້ກະເກີນຂອບເຂດ ຫັ້ນແຫລະ."
ເຫດການນີ້ ເຈົ້າໜ້າທີ່ປົກຄອງທ້ອງຖິ່ນ ໃນນະຄອນຫລວງວຽງຈັນ ອະທິບາຍວ່າ ການທີ່ຫ້ອງການປົກຄອງ ແຕ່ລະບ້ານເກັບຄ່າທຳນຽມ ເອກສານນັ້ນ ເປັນເຣື່ອງປົກກະຕິ ຊຶ່ງແຕ່ລະບ້ານ ເກັບເພື່ອເປັນ ຄ່າບໍຣິຫານຂັ້ນບ້ານ ເຖິງແມ່ນວ່າບໍ່ມີ ລະບຽບຄັກແນ່ ຈາກຣັຖບານ ເຣື່ອງກຳນົດລາຄານັ້ນ ຂື້ນຢູ່ກັບຄນະກັມມະການ ຂັ້ນບ້ານ ເປັນຜູ້ຕົກລົງກັນເອງ. ດັ່ງທ່ານກ່າວວ່າ:
"ມີໝົດທຸກບ້ານ ແຕ່ວ່າຄ່າທຳນຽມ ບໍ່ຄືກັນແຕ່ລະບ້ານ ມັນຂຶ້ນກັບເອກສານ ທີ່ວ່າປະຊາຊົນເຂົ້າມາຫາເນາະ ໄປຕາມການບໍຣິຫານ ບາງບ້ານ ກະສິແມ່ນເອົາແພງ ບໍ້, ເຂົາຈັ່ງຊິຈົ່ມຫັ້ນນະ ບາງບ້ານກະສິແມ່ນເອົາ ຕາມຣະບຽບຫລັກການ ຄົ້ນຄວ້າກັນຢູ່ ໃນຄນະບ້ານ ກະໄປຜ່ານກອງປະຊຸມໃຫ້ປະຊາຊົນຮັບຟັງ."
ທ່ານກ່າວຕື່ມວ່າ ການກຳນົດຄ່າທຳນຽມ ຂອງແຕ່ລະບ້ານ ແມ່ນກຳນົດກັນເອງ ຖ້າປະຊາຊົນເຫັນວ່າ ຄ່າທຳນຽມ ແລ່ນເອກສານ ບ້ານໃດ ແພງ, ສາມາດຮ້ອງຮຽນ ຕໍ່ຫ້ອງການເຈົ້າເມືອງໂດຍກົງ.