ເຫດຜົນຄົນງານລາວໄປ ໄທ
ຄ່າຄອງ ຊີບ ສູງ ຢູ່ ສປປລາວ ເຮັດໃຫ້ ຄົນງານ ລາວ ຕ້ອງ ໄປ ຊອກຫາ ວຽກເຮັດ ງານທຳ ຢູ່ ປະເທດ ໄທ ຫຼາຍຂຶ້ນ ເພື່ອ ທີ່ ຈະຢູ່ລອດ ກຸ້ມ ຄອບຄົວ.
-
ສິດນີ
2015-08-23 -
-
-
Your browser doesn’t support HTML5 audio
ອະດີດ ເຈົ້າຫນ້າທີ່ ຕ້ານການ ຄ້າມະນຸດ ສປປລາວ ທ່ານນຶ່ງ ເວົ້າວ່າ, ປັດຈຸບັນ ຄົນງານ ລາວ ຈາກ ແຂວງຕ່າງໆ ຍັງພາກັນ ເຂົ້າໄປ ຫາ ເຮັດວຽກ ຢູ່ ປະເທດໄທ ຫຼາຍຢູ່, ຍ້ອນ ຄ່າຄອງຊີບ ໃນລາວ ສູງ ແລະ ຊອກຫາ ວຽກເຮັດ ໃນລາວ ບໍ່ໄດ້. ເຖິງແມ່ນວ່າ ການໄປ ປະເທດ ໄທ ຈະ ມີຄວາມສ່ຽງ ຕໍ່ການ ຖືກ ຄ້າມະນຸດ ຫຼອກລວງ ກໍຕາມ. ດັ່ງທ່ານ ກ່າວວ່າ:
"ຈາກລາວ ໄປ ປະເທດໄທ ເພາະວ່າ ເງື່ອນໄຂ ມັນດີ ບາດນີ້ ຄ່າຄອງຊີບ ຢູ່ພຸ້ນ ຖືກ ກວ່າ ຣາຍໄດ້ ຢູ່ພູ້ນ ຊ້ຳພັດ ສູງກວ່າ, ເຮັດວຽກ ຢູ່ລາວນີ້ ຣາຍໄດ້ ນ້ອຍ, ແຮງງານ ຈາກ ຊົນນະບົດ ກະ ຫລັ່ງໄຫລ ເຂົ້າມາ ຕົວເມືອງ ມາຮອດ ຕົວເມືອງ ຊ້ຳພັດ ມີເງື່ອນໄຂ ໄປຕໍ່ ອີກ ກະຄື ໄປໄທ".
ທ່ານກ່າວ ຕື່ມວ່າ ນອກຈາກ ນັ້ນ ການເດີນທາງ ຈາກ ລາວ ໄປໄທ ກໍສະດວກສະບາຍ ຫຼາຍຂຶ້ນ, ເພາະ ຖນົນ ຫົນທາງ ກໍດີ ແລະ ມີ ຂົວ ຂ້າມ ແມ່ນ້ຳຂອງ ແລ້ວ 4 ແຫ່ງ. ເມື່ອ ເຂົ້າຮ່ວມ ປະຊາຄົມ ອາຊຽນ ຢ່າງເປັນ ທາງການ ໃນທ້າຍ ປີນີ້ ແຮງຈະເຮັດ ໃຫ້ ຄົນງານ ລາວ ເຂົ້າໄປ ເຮັດວຽກ ໃນໄທ ຫຼາຍຂຶ້ນ ແລະ ສປປລາວ ກໍຈະຂາດ ແຮງງານ ທີ່ ມີ ຄຸນນະພາບ.
ທ່ານວ່າ ໃນເມື່ອ ຄົນງານ ລາວ ຊອກ ຊ່ອງທາງ ໄປຫາ ວຽກເຮັດ ໃນໄທ ຫຼາຍຂຶ້ນ, ແນ່ນອນວ່າ ຂະບວນການ ຄ້າມະນຸດ ໃນໄທ ຈະ ມີໂອກາດ ຫາວິທີ ຕົວະຕົ້ມ ຄົນງານ ລາວ ໄປຂາຍ ໃຫ້ກຸ່ມ ຄ້າມະນຸດ ໄດ້ ຫຼາຍຂຶ້ນ ຕື່ມ. ບັນຫາ ທັງຫມົດ ນີ້ ເປັນ ສິ່ງທ້າທາຍ ທີ່ ທາງການ ລາວ ຈະຕ້ອງ ຫາວິທີ ແກ້ໄຂ, ເພື່ອບໍ່ໃຫ້ ຄົນງານ ລາວ ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ອີກ ຕໍ່ໄປ.
ທ່ານກ່າວ ມ້ວນທ້າຍ ວ່າ ເຖິງແມ່ນ ວ່າ ທາງການ ໄທ ຈະເຂັ້ມງວດ ບໍ່ ອະນຸຍາດ ໃຫ້ ແມ່ຍິງ ລາວ ອາຍຸ ຕ່ຳກວ່າ 18 ປີ ເຂົ້າໄປ ໄທ ຕາມລຳພັງ ກໍຕາມ, ແຕ່ ທາງການລາວ ກໍຕ້ອງ ປ້ອງກັນ ບັນຫາ ດັ່ງກ່າວ ເຊັ່ນກັນ. ປັດຈຸບັນ ຄົນງານ ລາວ ທີ່ ຖືກຕ້ອງ ຕາມ ກົດຫມາຍ ໃນໄທ ມີ ຢູ່ປະມານ 50 ພັນ ຄົນ, ສ່ວນທີ່ເຫຼືອ ແມ່ນໄປ ແບບ ບໍ່ຖືກຕ້ອງ ທັງໄປແບບ ສມັກໃຈ ຫລື ຖືກຕົວະ ເອົາໄປ.