ຊາວບ້ານຫ້ອມ ເຮັດນາແຊງ ບໍ່ໄດ້

ຊາວບ້ານ ບ້ານຫ້ອມ ບໍ່ມີນໍ້າພຽງພໍ ທີ່​ຈະເຮັດນາແຊງປີນີ້ ຍ້ອນຣັຖ ບໍ່ມີງົບປະມານ ສ້ອມແປງ ຊົລປະທານ.

ຊາວນາລາວ RFA/LX

ຊາວບ້ານບ້ານຫ້ອມ ເມືອງຫາດຟອງ ນະຄອນຫຼວງວຽງຈັນ ໄດ້ສເນີ ຕໍ່ສະມາຊິກສະພານະຄອນຫຼວງ ທີ່ໄດ້ລົງຢ້ຽມຢາມ ປະຊາຊົນ ໃຫ້ຊ່ອຍ ແກ້ໄຂ ຊົລປະທານ ເປ່ເພ ທີ່ບໍ່ສາມາດ ສນອງນໍ້າ ໃຫ້ຊາວນາ ໄດ້ຢ່າງພຽງພໍ. ໄລຍະຜ່ານ ເຄີຍເຮັດນາແຊງ 150 ເຮັກຕາ​ຣ໌ຂຶ້ນ ຕົກມາ ປີນີ້ ໄດ້ເຮັດນາແຊງ ພຽງແຕ່ 80 ເຮັກຕາ​ຣ໌, ດັ່ງເຈົ້າໜ້າທີ່ເມືອງຫາດຊາຍຟອງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ເມື່ອວັນທີ 22 ກຸມພາວ່າ:

“ປີນີ້ ກໍຫຼຸດລົງ ອີກລະ ປີນີ້ໄດ້ແຕ່ 70-80 ເຮັກຕາ​ຣ໌ນຶ່ງເດະ ຊົລປະທານນີ້ ມັນເປັນຄອງດິນ ມັນເປ່ເພນະ ແລະ ມັນສົ່ງນໍ້າໄປບໍ່ເຖິງນ່າ ມັນເປັນ ຄອງດິນເນາະ ມັນເຊາະເຈື່ອນລົງມາ ມັນສົ່ງນໍ້າໃຫ້ຊາວນາເຮັດນາ ບັດທີນີ້ ມັນຖະລົ່ມ ມັນກໍເຮັດບໍ່ໄດ້ຫຼາຍ ແຕ່ພວກເຂົາ ເຮັດປີທຳອິດ ເນາະໄດ້ 150-160 ພຸ້ນສະໄປ.”

ທ່ານໄດ້ກ່າວຕື່ມວ່າ ຊາວນາ 30-40 ຄອບຄົວ ຍັງເປັນໜີ້ ຄ່າກະແສໄຟຟ້າ ທີ່ໃຊ້ສູບນໍ້າ ເຂົ້ານາ ສເລັ່ຽ ຄອບຄົວລະ 100,000 ກີບ.

“ຄືເຂົາເຈົ້າ ເກັບນໍາໄລ່ນຶ່ງ 90,000 ກີບ ຄັນວ່າ ນໍ້າບໍ່ພໍຈັ່ງຊີ້ ເຂົາເຈົ້າ ກໍຈ່າຍສົມມຸດມີ 2 ໄລ່ ເຂົາເຈົ້າຢາກຈ່າຍໄລ່ 1 ຈັ່ງສິໜາ ບໍ່ຈ່າຍໝົດ ເຮັດໃຫ້ຊາວນາ ຕິດໜີ້ ກໍຍ້ອນ ຈັ່ງສິແຫຼະ ມັນນໍ້າບໍ່ດີນະ ຄັນເວົ້າລະ ນໍ້າບໍ່ສະດວກ ເຂົາເຈົ້າເຮັດໃຫ້ມີໜີ້.”

ທັງນີ້ ໄລຍະ 5-6 ປີຜ່ານມາ ບ້ານຫ້ອມ ເມືອງຫາດຟອງ ບໍ່ເຄີຍ ໄດ້ຮັບງົບປະມານ ຈາກຂັ້ນເທິງ ເພື່ອສ້ອມແປງ ຊົລປະທານ ຍ້ອນຣັຖ ມີງົບປະມານຈຳກັດ ເຖີງແມ່ນວ່າ ທາງບ້ານ ຈະເຄີຍສເນີ ແຜນຂໍທຸກປີກໍຕາມ. ໄລຍະຜ່ານມາ ຊົລປະທານ ບໍ່ເປ່ເພ, ເຈົ້າໜ້າທີ່ຢັ້ງຢືນວ່າ  ບ້ານຫ້ອມ ເມືອງຫາດຟອງ ສາມາດປູກເຂົ້າໜຽວ ໄດ້ 4,000-5,000 ຕັນ ຕໍ່ເຮັກຕາ​ຣ໌ ແລະ ສາມາດສນອງຂາຍ ພາຍໃນ ນະຄອນຫລວງວຽງຈັນ ຢ່າງພຽງພໍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org