ຣັຖບານບໍ່ຂຶ້ນເງິນເດືອນ ຫຼາຍຄົນ ບໍ່ດີໃຈ
ເຈົ້າໜ້າທີ່ ພະນັກງານ ຣັຖກອນ ຫລາຍຂແນງການ ບໍ່ດີໃຈ ທີ່ຣັຖບານ ບໍ່ຂຶ້ນເງິນເດືອນ ໃນປີ 2019.
-
ໄມຊູລີ
2018-12-03 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຂແນງການຂອງຣັຖ ໂດຍສະເພາະຜູ້ຢູ່ເຂດຊົນນະບົດ ຢາກໃຫ້ຣັຖບານພິຈາຣະນາ ເຣື່ອງການປັບຂຶ້ນເງິນເດືອນໃໝ່ ຍ້ອນວ່າ ພວກເຂົາເຈົ້າ ຈະໄດ້ຮັບຜົລກະທົບ ເນື່ອງຈາກຄ່າຄອງຊີບແພງ ແລະບາງຄອບຄົວກໍ່ມີແຕ່ຜົວ ທີ່ເປັນພະນັກງານຣັຖ ເຮັດວຽກລ້ຽງຄອບຄົວ ຄົນດຽວ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ເມືອງໂຂງແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 03 ທັນວາ ນີ້ວ່າ:
"ໄທເຮົາກໍ່ເສັຍໃຈ ຢູ່ແຕ່ວ່າບໍ່ປັບເຮົາກໍບໍ່ໄດ້ມີສິດ ຮຽກຮ້ອງຫຍັງກັບເພິ່ນແຫລະ ແລ້ວແຕ່ເພິ່ນ ແຕ່ວ່າຮຽກຮ້ອງສຳລັບບຸກຄົນມັນກໍຄິດ ຫັ້ນແຫລະ ເພາະວ່າເງິນເດືອນມັນກໍ່ໜ້ອຍ ແລ້ວເພິ່ນກໍຍັງຊິປັບຫັ້ນນ່າ ເພາະວ່າເງິນເດືອນ ມັນກໍບໍ່ໄດ້ຫລາຍ ລ້ານປາຍ ຄັນວ່າຍາກ ກໍຍາກຢູ່ ຄັນເປັນໄປໄດ້ ຢາກໃຫ້ເພິ່ນເສີມຂື້ນໂຕນີ້."
ກ່ຽວກັບັນຫາການປັບຂຶ້ນເງິນເດືອນນີ້ ເຈົ້າໜ້າທີ່ຕຳຣວດທ່ານນຶ່ງ ຢູ່ແຂວງຜົ້ງສາລີ ກໍ່ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ຢາກໃຫ້ ຣັຖບານມີ ການປັບຂຶ້ນເງີນເດືອນພະນັກງານ ຍ້ອນວ່າເງິນເດືອນຕຳຣວດ ຢູ່ແຂວງຜົ້ງສາລີ ໂດຍສະເພາະຜູ້ເຂົ້າໃໝ່ ຕົກ 1 ລ້ານ 2 ແສນເທົ່ານັ້ນ.
"ບັນຫາເງິນເດືອນພະນັກງານ ໂອ້ຢູ່ລາວໜ້ອຍຫລາຍ ຄືຕົວນິ້ແຫລະ ທີ່ວ່າເປັນເງື່ອນໄຂ ພະນັກງານທີ່ວ່າຣະດັບ 1 ເລີຍ ຄືວ່າຫັ້ນແຫລະ ເງິນເດືອນໜ້ອຍດຽວນີ້ ພະນັກງານເຂົ້າໃໝ່ ຕຳຣວດໃໝ່ໆນີ້ ຖ້າບໍ່ເປັນຜູ້ຣະດັບສູງເນາະ ເອົາຜູ້ຮຽນທັມດາ ຮຽນມໍປາຍບໍ ຖືກແຕ່ລ້ານສອງ ນີ້ແຫລະ ຖ້າວ່າຂຶ້ນເງິນເດືອນ ໃຫ້ທັງກຳລັງຮຽນກໍດີ ດີຫລາຍ."
ເປັນທີ່ແນ່ນອນ ເງິນເດືອນຂອງພະນັກງານຣັຖ ໃນປີ 2019 ຈະບໍ່ໄດ້ປັບຂຶ້ນຕາມຊັ້ນປີການ ເນື່ອງຈາກ ທ່ານ ທອງລຸນ ສີສຸລິດ ນາຍົກ ຍົກຣັຖມົນຕຣີ ສປປ ລາວໄດ້ກ່າວຣາຍງານ ຕໍ່ກອງປະຊຸມສະມັຍສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ 8 ວ່າດ້ວຍເຣື່ອງການດຸ່ນດ່ຽງ ງົບປະມານ ໂດຍທ່ານໄດ້ຂໍຄວາມຮ່ວມມື ກັບບັນດາສະມາຊິກພັກ ແລະຣັຖກອນທົ່ວປະເທສ ໃຫ້ອົດທົນ ເສັຽສຣະໃຫ້ເຫັນອົກເຫັນໃຈ ຣັຖບານ ເພາະໃນປີນີ້ ຈະບໍ່ມີການປັບຂຶ້ນເງິນເດືອນ ໃຫ້ແກ່ພະນັກງານໃນສັງກັດຣັຖ ເນື່ອງຈາກຣັຖບານ ຍັງມີຄວາມຈຳເປັນ ແລະຕ້ອງໄດ້ ປັບການຂາດດຸນງົບປະມານ ພ້ອມກັນນັ້ນກໍ່ໄດ້ຫລຸດໂຄຕາຮັບ ພະນັກງານໃນປີ 2019 ເຫລືອພຽງ 1,500 ຄົນ.