ເຈົ້າພາບກອງປະຊຸມອາຊຽນ 2016
ສປປລາວ ຈະ ເປັນ ປະທານ ວຽນ ອາຊຽນ ແລະ ຈະ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງ ປະຊຸມ ອື່ນໆ ຣະດັບ ພາກພື້ນ ຫລາຍ ກອງປະຊຸມ ໃນ ປີຫນ້າ ແຕ່ ລາວ ຍັງ ມີບັນຫາ ທ້າທາຍ ຫລາຍຢ່າງ.
-
ສິດນີ
2015-04-29 -
-
-
ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ
Asean economic community
Your browser doesn’t support HTML5 audio
ຫລັງຈາກ ກອງ ປະຊຸມ ສຸດຍອດ ອາຊຽນ ທີ່ ປະເທດ ມາເລເຊັຽ ເປັນ ເຈົ້າພາບ ສິ້ນສຸດ ລົງ ຢ່າງເປັນ ທາງການ ໃນ ອາທີດ ນີ້ ບັນດາ ຜູ້ນຳ ປະເທດ ອາຊຽນ ກໍໄດ້ ຮວມກັນ ອອກ ຖແລງການ ວ່າ ຈະເອົາໃຈ ໃສ່ ໃນການ ເຮັດວຽກ ຢ່າງ ຫ້າວຫັນ ເພື່ອສ້າງ ຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃຫ້ ສຳເຣັດ ໃນ ທ້າຍ ປີ ນີ້ ເພຶ່ອໃຫ້ ອາຊຽນ ເປັນ ເຂດ ເສຖກິດ ການຄ້າ ແລະ ການລົງທຶນ ນຶ່ງ ດຽວກັນ ໃນ ອະນາຄົດ. ແຕ່ ສຳລັບ ສປປລາວ ແລ້ວ ໃນນາມ ລາວ ຈະເປັນ ປະທານ ວຽນ ອາຊຽນ ແລະ ຈັດ ກອງ ປະຊຸມ ສຸດຍອດ ອາຊຽນ ແລະ ກອງ ປະຊຸມ ອື່ນໆ ຣະດັບ ພາກພື້ນ ຫລາຍ ກອງ ປະຊຸມ ລາວ ຈະເຮັດໄດ້ ສຳເຣັດ ຫລືບໍ່.