ບັນຫາການເງິນຈຸລພາກ ບໍ່ ຄືບໜ້າ

ປະຊາຊົນ ບໍ່ພໍໃຈ ກ່ຽວກັບ ການສືບສວນ ອະດີດ ປະທານ ການເງິນ ຈຸລພາກ ເມືອງນາຊາຍທອງ ທີ່ບໍ່ມີ ຄວາມຄືບໜ້າ ແນວໃດ.

ສະຖາບັນການເງິນ ຈຸລພາກ ສາຂາບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ Citizen Journalist

ປະຊາຊົນ ຜູ້ເປັນລູກຄ້າ ຂອງສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕ້ອງການຮູ້ຄວາມ ຄືບໜ້າກ່ຽວກັບ ການສອບສວນ ທ່ານ ສົມຈິດ ບູນເຫຼື່ອມ ອະດີດປະທານສະຖາບັນ ດັ່ງກ່າວ ທີ່ມີຂ່າວວ່າຖືກຈັບ ກ່ອນໜ້ານີ້ ຍ້ອນຂໍ້ຫາ ໂກງເງິນ ບໍຣິສັດ ເຊິ່ງມາຮອດປະຈຸບັນ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນເປີດເຜີຍຜົນການສອບສວນ ໃຫ້ປະຊາຊົນ ຮັບຮູ້ນໍາເທື່ອ. ຕາມຄຳ ເວົ້າຂອງປະຊາຊົນ ຕໍ່ວິທຍຸເອເຊັຍເສຣີ ວ່າ:

"ຍີນແຕ່ເພິ່ນວ່າ ເຮົາກະບໍ່ເຫັນນຳເພິ່ນ ສິຈັບແທ້ຫຼືວ່າບໍ່ຈັບ ເຮົາກະບໍ່ຮູ້ ເພິ່ນຢາກຮູ້ຫັ້ນແຫຼະ ວ່າເພິ່ນຈັບແທ້ບໍ່ ອັນນຶ່ງ, ອັນສອງມາ ເວົ້າເຣື່ອງເງິນເຣື່ອງຄຳນີ້ແຫຼະ ມັນສິໄດ້ບໍ່ທາງທະນາຄານກາເວົ້າວ່າ ເດືອນເຈັດນີ້ເນາະ ແຕ່ວ່າມັນສິໄດ້ບໍ່ກະຟັງເບິ່ງ ນີ້ແຫຼະ."

ທ່ານເວົ້າອີກວ່າ ມາຮອດມື້ນີ້ປະຊາຊົນທີ່ເປັນລູກຄ້າ ຂອງສະຖາບັນດ່ັງກ່າວ ກໍ່ຍັງໄປລໍຖ້າຖອນເງິນຢູ່ ເຖິງແມ່ນວ່າໂອກາດ ຈະໄດ້ເງິນຄືນ ມັນຍາກກໍຕາມ ແຕ່ກໍ່ບໍ່ມີທາງເລືອກອື່ນ ບາງຄົນກໍພັກວຽກ ມາລໍຖ້າຂໍຖອນເງິນກໍ່ມີ, ລູກຄ້າຫຼາຍຄົນຫວັງວ່າ ພາຍໃນເດືອນ ກໍຣະກະດາ ນີ້ ຈະສາມາດແກ້ໄຂບັນຫານີ້ໄດ້ ແລະ ຊ່ວຍໃຫ້ລູກຄ້າຖອນເງິນ ຈົນຄົບທຸກຄົນ.

ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ຄນະສະເພາະກິດກົມຕໍາຮວດເສຖກິດ ແລະທະນາຄານແຫ່ງ ສປປ ລາວ ເພື່ອຂໍຮັບຊາບຄວາມຄືບໜ້າ ເຣື່ອງການສອບສວນ ທ້າວ ສົມຈິດ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກເປີດເຜີຍ ຣາຍລະອຽດເທື່ອ.

ທ້າວ ສົມຈິດ ບູນເຫຼື່ອມ ແລະ ທີມງານອີກສອງຄົນ ຖືກເຈົ້າໜ້າທີ່ຕຳຣວດຈັບໄປ ສອບສວນເມື່ອເດືອນທີ່ຜ່ານມາ ຫຼັງຈາກກວດພົບວ່າ ຜູ້ກ່ຽວໄດ້ໂກງເງິນ ຂອງສະຖາບັນການເງິນ ຈຸລພາກທີ່ຮັບເງິນຝາກ ໄປຈຳນວນ 19 ຕື້ກີບ, ເຖິງແມ່ນວ່າກ່ອນໜ້ານີ້ ຜູ້ກ່ຽວໄດ້ປະຕິເສດ ວ່າບໍ່ໄດ້ໂກງເງິນກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org