ຜົນປໂຍດຊາວລາວໄດ້ຈາກ ຈີນ ລົງທຶນ

ນັກທຸຣະກິດຈີນ ເຂົ້າມາລົງທຶນ ຢູ່ໃນແຂວງ ທີ່ ມີເສຖກິດໄປດີ ບໍ່ວ່າຈະເປັນ ທຸຣະກິດ ການທ່ອງທ່ຽວ ແລະ ເຂດເສຖກິດພິເສດ, ແຕ່ປະຊາຊົນ ສ່ວນໃຫຍ່ ກໍບໍ່ໄດ້ຮັບ ຜົນປໂຍດນໍາ ພໍເທົ່າໃດ.

ແມ່ນໍ້າຂອງນໍ້າຕົກຫຼີ່ຜີ ພາກໃຕ້ສຸດ ຂອງລາວ RFA

ປັດຈຸບັນ, ນັກທຸຣະກິດຈີນ ໄດ້ເຂົ້າມາລົງທຶນ ຢູ່ໃນແຂວງຕ່າງໆ ໂດຍສະເພາະ ຢູ່ແຂວງທີ່ມີເສຖກິດດີບໍ່ວ່າຈະເປັນ ແຂວງຫຼວງພຣະບາງ ທີ່ຈະມີການສຳປະທານ ເຂດອ້ອມຮອບຕາດກວາງຊີ, ການສຳປະທານ ເມືອງຈອມເພັດ.

ສະເພາະແຂວງວຽງຈັນ ຣັຖບານໄດ້ມອບໃຫ້ ບໍຣິສັດຈາກຈີນ ເຂົ້າມາສຳຣວດ ແຫລ່ງທ່ອງທ່ຽວຄົບວົງຈອນ ຢູ່ທິດຕາເວັນຕົກຂອງນ້ຳຊອງ ແລະ ຢູ່ແຂວງຈຳປາສັກ ມີການໃຫ້ສໍາປະທານເຂດເສຖກິດພິເສດ ມະຫານະທີ ສີທັນດອນ.

ໂຄງການພັທນາດັ່ງກ່າວ ມີມູນຄ່າຫລາຍຕື້ໂດລາ, ແຕ່ກໍຍັງມີຄຳຖາມຢູ່ວ່າ ປະຊາຊົນທ້ອງຖິ່ນຈະໄດ້ຮັບຜົນປະໂຫຍດຫຍັງ ຈາກໂຄງການ ດັ່ງກ່າວ, ວິທຍຸເອເຊັຍເສຣີ ໄດ້ສຳພາດ ອາດີດ ເຈົ້າໜ້າທີ່ອາວຸໂສ ທ່ານນຶ່ງ ກ່ຽວກັບເລື້ອງນີ້. ເຊີນທ່ານຮັບຟັງ...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org