ຍັງບໍ່ເຫັນ ກໍາໄລຈາກ ທາງຣົຖໄຟ ແຕ່ ເຫັນພຽງໜີ້ສິນ
ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ໂຄງການທາງ ຣົຖໄຟ ລາວ-ຈີນ ຍັງບໍ່ສ້າງຜົລກໍາໄລໄດ້ ຈາກການສ້າງໜີ້ສິນ ເທົ່ານັ້ນ.
-
ອຸ່ນແກ້ວ
2023-11-01 -
-
-
Your browser doesn’t support HTML5 audio
ໂຄງການທາງຣົຖໄຟ ລາວ-ຈີນ ມູນຄ່າທັງໝົດປະມານ 6 ຕື້ ໂດລ້າຣ໌ສະຫະຣັຖ ໃນຂະນະທີ່ ຈີນ ຖືຮຸ້ນ 70% ສ່ວນຣັຖບານລາວ ຖືຮຸ້ນ 30%. ອີງຕາມຂໍ້ມູນ ຈາກທາງການລາວ, ອັດຕຣາສ່ວນ 30% ຂອງຝ່າຍລາວ ຄິດເປັນມູນຄ່າ ປະມານ 1.8 ຕື້ ໂດລ້າຣ໌ ສ່ວນຫຼາຍເປັນເງິນກູ້ຢືມ ຈາກຈີນ ແລະ ໃນນັ້ນ ຣັຖບານລາວ ໄດ້ເອົາງົບປະມານ ປະຈໍາປີ 250 ລ້ານໂດລ້າຣ໌ ຕື່ມໃສ່.
ກ່ຽວກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເສັຽສອງອັນ. ອັນທີ 1 ແມ່ນ ທາງສງວນສອງເບື້ອງ ຕລອດໄລຍະແລວ. ອັນນີ້ ກະບໍ່ຮູ້ວ່າ ເຫດຜົລຫຍັງ ຈຶ່ງວ່າ ເອົາມາຫຼາຍປານນັ້ນ. ອັນທີ 2 ມາ ໝາຍຄວາມວ່າ ຈຸດປະສົງເບື້ອງຕົ້ນ ອາດຈະດີ ວ່າ ຢາກເຮັດທາງຣົຖໄຟ ຂົນສິນຄ້າ ໄປຂາຍຢູ່ຈີນ ແຕ່ຖາມວ່າ ແມ່ນອິຫຍັງລະໄປຂາຍຢູ່ຈີນ ປີ 1 ຫຼື ວ່າ 4-5 ເດືອນ ຜ່ານມາ ລາວໄດ້ຂາຍຫຍັງແດ່ໄປຈີນ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ:
“ເຫັນແຕ່ ຈີນຊື້ສິນຄ້າກະສິກັມ ຈາກໄທຍ ເຫັນແຕ່ໝາກຖົ່ວລຽນ ຂົນຂຶ້ນຢູ່ຣົຖດ່ານໜອງຄາຍ. ດ່ານທ່ານາແລ້ງ ຂຶ້ນເມືອຈີນ ຄືສຸດທ້າຍ ເຮົາກໍເປັນທາງຜ່ານຄືເກົ່າ. ຖາມວ່າ ໄດ້ຫຍັງ ຍັງບໍ່ເຫັນວ່າ ໄດ້ຫຍັງນອກຈາກໜີ້ ບໍ່ຮູ້ວ່າ ໜີ້ໃຊ້ໄດ້ ຫຼຸດລົງ ຈັກເປີເຊັນລະ.”
ປະຊາຊົນລາວ ທ່ານນຶ່ງ ກໍໃຫ້ຄໍາເຫັນວ່າ ໃນທາງນຶ່ງ ປະຊາຊົນຍິນດີ ທີ່ປະເທດລາວມີໂຄງການ ທາງຣົຖໄຟ, ແຕ່ ອີກທາງນຶ່ງ ມັນເປັນສິ່ງທີ່ຖົກຖຽງກັນ ໃນກຸ່ມປະຊາຊົນ ວ່າ ໜີ້ສິນຈາກທາງຣົຖໄຟ ຣັຖບານ ຈະເອົາເງິນຢູ່ໃສ ມາໃຊ້ໜີ້.
ປະຊາຊົນທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແຕ່ບັນຫາທີ່ວ່າ ມັນຄາໃຈ ແລະ ກໍໜັກໃຈປະຊາຊົນ ທຸກຄົນ ບໍ່ແມ່ນມີແຕ່ຂ້າພະເຈົ້າດອກ. ໝົດທຸກຄົນເຂົາຈະຕັ້ງຄໍາຖາມວ່າ ບັນຫາໜີ້ສິນຕ່າງໆ ເຮົາຈະໃຊ້ເຂົາໃນຮູບການໃດ ແບບໃດ, ເອົາເງິນແຕ່ໃສມາໃຊ້. ອັນນີ້ກະຄືຄໍາຖາມໜັກໆ ຈາກສຽງປາກປະຊາຊົນລາວ. ບໍ່ວ່າ ຢູ່ສະພາກາເຟ ຫຼືວ່າ ຢູ່ ບ່ອນໃດກະຢ່າ ເຂົາຈະຕັ້ງຄໍາຖາມ ແບບນີ້ຂຶ້ນມາ.”
ໃນສາຍຕາຂອງນັກວິຊາການ ຕ່າງປະເທດແລ້ວ, ມັນເປັນໄປໄດ້ຍາກ ທີ່ໂຄງການທາງຣົຖໄຟ ຈະສ້າງຜົລກຳໄລມາ ໃຊ້ໜີ້ແທນຄືນໄດ້.
ດຣ. Keith Barney ນັກປະຖະກາຖາ ອາວຸໂສ ຈາກມະຫາວິທຍາໄລ ແຫ່ງຊາຕ ອອສເຕຣເລັຽ ຜູ້ທີ່ຕິດຕາມ ເຣື່ອງສະພາບການໃນລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ບໍ່ມີຄວາມໂປ່ງໃສ ຢູ່ໃນບໍຣິສັດຮ່ວມທຶນຣົຖໄຟ ລາວ-ຈີນ ມາເຖິງປັດຈຸບັນ ສະນັ້ນ ຈຶ່ງເວົ້າໄດ້ຍາກ ວ່າ ບໍຣິສັດ ດັ່ງກ່າວຈະເອົາຜົລກໍາໄລ ມາຈາກໃສ.”
ໜີ້ສິນ 1.5 ຕື້ ໂດລ້າຣ໌ ທີ່ຣັຖບານລາວ ກູ້ຢືມມາສ້າງທາງຣົຖໄຟ ລາວ-ຈີນ ດັ່ງກ່າວນັ້ນ ຣັຖບານບໍ່ສາມາດ ທີ່ຈະໃຊ້ແທນໄດ້ ຍ້ອນວ່າ ໂຄງການຣົຖໄຟ ລາວ-ຈີນ ບໍ່ສາມາດທີ່ສ້າງຜົລກຳໄລ ໂດຍກົງ ເພື່ອມາໃຊ້ໜີ້ໄດ້.
ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເຣີ ວ່າ:
“ບໍ່ໄດ້ລະ ຕາມກຳນົດທີ່ເວົ້ານີ້ ບໍ່ໄດ້ລະ. ເອີ ປີນີ້ເດີ ຊິໃຊ້ວ່າ ຕື້ໂດລ້າຣ໌ ນີ້ ຊິໃຊ້ໂອຍາກໆ ໄດ້ເຄິ່ງນຶ່ງກໍຍັງບຸນລະ.”
ທາງການລາວ ໄດ້ເອົາບໍ່ແຮ່ ຄ້ຳປະກັນ ໃນການຢືມເງິນມາເຮັດໂຄງການ ທາງຣົຖໄຟ ລາວ-ຈີນ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກຣັຖມົນຕຣີ ຂອງລາວ ເຄີຍກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ກ່ອນທີ່ຈະເຣີ່ມໂຄງການ ທາງຣົຖໄຟ ລາວ-ຈີນ ວ່າ:
“ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບ ຈາກມັນ ພວກເຮົາຈະບໍ່ມີບັນຫາ ໃນການໃຊ້ໜີ້ຄືນ ພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.”
ຣັຖບານລາວ ປະຕິເສດເຣື່ອງທີ່ລາວຕົກເປັນໜີ້ຈີນ ໃນໂຄງການທາງຣົຖໄຟ ລາວ-ຈີນ.
ທ່ານ ພັນຄຳ ວິພາວັນ ອະດີນາຍົກຣັຖມົນຕຣີ ກ່າວ ໃນເດືອນທັນວາ 2021 ຕອນນຶ່ງ ວ່າ:
“ຂັ້ນມີຜູ້ມາໂຈມຕີ ເວົ້າລະວ່າ ລາວເຮົາເປັນໜີ້ສິນ ຂອງຈີນຫຼາຍ ຍ້ອນທາງຣົຖໄຟ. ມັນບໍ່ແມ່ນ ຜູ້ທີ່ຕິດໜີ້ລະແມ່ນ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ກະໝາຍຄວາມວ່າ ແມ່ນບໍຣິສັດ ເປັນຜູ່ຕິດໜີ້. ບໍຣິສັດ ຈະເປັນຜູ່ຫາເງິນ ມາເພື່ອໃຊ້ໜີ້ ໂດຍການອູ້ມຊູ ຍູ້ໜູນ ຂອງຣັຖບານ ລາວ-ຈີນ.”
ໂຄງການທາງຣົຖໄຟ ລາວ-ຈີນ ໄດ້້ເປີດດໍາເນີນການ ມາໄດ້ເກືອບ 2 ປີ ແລ້ວ ແລະ ມີປະຊາຊົນໃຊ້ບໍຣິການກັນ, ແຕ່ ທັງນັກວິຊາການຫຼາຍຄົນ ແລະ ປະຊາຊົນ ຍັງມີຄວາມກັງວົນ ເຣື່ອງໜີ້ສິນ.