ທາງຣົດໄຟນາຊາຍທອງ ເລີ້ມແລ້ວ

ເສັ້ນທາງຣົດໄຟ ລາວ-ຈີນ ທີ່ ນະຄອນຫລວງ ວຽງຈັນ ເລີ້ມສ້າງແລ້ວ ແຕ່ຄ່າຊົດເຊີຍ ຊາວບ້ານ ຍັງບໍ່ທັນຈ່າຍ.

ການກໍ່ສ້າງທາງຣົດໄຟ ລາວ-ຈີນ ເລີ້ມຂຶ້ນຢ່າງວ່ອງໄວ ແຕ່ ຄ່າຊົດເຊີຍຂອງຊາວບ້ານ ຜູ້ໄດ້ເສັຽເຮືອນເສັຽດິນໄປແລ້ວ ຍັງລໍຖ້າແບບເລື່ອນລອຍ RFA

ບໍຣີສັດຮັບເໝົາກໍ່ສ້າງເສັ້ນທາງຣົດໄຟ ລາວ-ຈີນ ເລີ້ມສ້າງເສັ້ນທາງຣົດໄຟ ຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງແລ້ວ ແຕ່ທາງການ ຍັງບໍ່ມາຫາລື ກ່ຽວກັບການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານຜູ້ທີ່ໄດ້ຮັບ ຜົລກະທົບນັ້ນເທື່ອ. ດັ່ງປະຊາຊົນຢູ່ເຂດເມືອງ ນາຊາຍທອງນາງນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດາ ນີ້ວ່າ:

"ຂະເຈົ້າກໍລົງມາແທກມາເບິ່ງນິແລ້ວ ແຕ່ຍັງບໍ່ທັນໄດ້ຈ່າຍເງິນ ເຮືອນຫຼັງນັ້ນແຮ່ງຖືກຫມົດເລີຍ 2-3 ແສນພຸ້ນໄດ໋ເຂົາຊິເຮັດ ເຮືອນຫຼັງນັ້ນ ກໍຖືກ ຫລາຍຫລັງເຕີບຢູ່ບ້ານນີ້ ບໍ່ທັນໄດ້ເງິນຈັກຄົນ ຖືກນາຖືກດິນ ປ່າຂະເຈົ້າກໍຍັງບໍ່ໄດ້ເງິນ."

ນາງກ່າວຕື່ມວ່າ ທີ່ບ້ານແຈ້ງສະຫວ່າງ ມີເຮືອນປະຊາຊົນໄດ້ຮັບຜົລກະທົບ ບໍ່ຕ່ຳກວ່າ 20 ຫລັງ ທີ່ຈະຕ້ອງໄດ້ໂຍກຍ້າຍ ໄປຢູ່ບ່ອນໃຫມ່ ຍັງມີດິນນາ ໂຮງຮຽນໄດ້ຮັບຜົລກະທົບເຊັ່ນກັນ ເຮັດໃຫ້ນັກຮຽນຍ້າຍ ໄປຮຽນຢູ່ບ້ານອື່ນ ບ້ານໃກ້ຄຽງ.

ປະຊາຊົນອີກທ່ານນຶ່ງເວົ້າວ່າ ບ້ານຂອງລາວກໍຖືກທາງຣົດໄຟຄືກັນ ຍັງລໍຖ້າທາງການເຂົ້າມາຈ່າຍຄ່າຊົດເຊີຍໃຫ້ຢູ່ ແຕ່ບໍ່ມີຫນ່ວຍງານໃດ ມາເວົ້າກັບລາວເທື່ອ ທ່ານກ່າວວ່າ:

"ຖືກຕົວະກ່າວ່າເດີ ກະຕ້ອງຊິໄດ້ຍ້າຍແຫລະ ເຮືອນກໍມີດິນກໍມີ ທາງການລົງມາເບິ່ງຢູ່ເບາະ ເງິນຊົດເຊີຍຍັງບໍ່ທັນໄດ້ເທື່ອ."

ເມື່ອບໍ່ດົນມານີ້ ທ່ານ ຣັດຕະນະມະນີ ຄຸນນິວົງ ຮອງຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ ແລະເປັນຫົວຫນ້າໂຄງການຣົດໄຟ ລາວ-ຈີນ ຝ່າຍລາວ ກ່າວກ່ຽວກັບຜົລກະທົບວ່າ:

"ເຈົ້າຂອງທີ່ດິນທີ່ຖືກຜົລກະທົບ ເພາະວ່າເວລານີ້ເຮົາຮູ້ເນື້ອທີ່ຄັກແນ່ແລ້ວ ວ່າດິນຂອງຜູ້ໃດເນື້ອທີ່ເທົ່າໃດ ເຊີນບັນດາຜູ້ທີ່ຖືກຜົລກະທົບ ນັ້ນມາປຶກສາຫາລື ແລ້ວແຈ້ງໃຫ້ເພິ່ນຮູ້ວ່າດິນຂອງທ່ານນີ້ ຖືກກະທົບຈັ່ງຊີ້ໆ ກໍປຶກສາຫາລືກັນວ່າເປັນບັນຫາ ຂັດຂ້ອງແນວໃດຢາກໃຫ້ ການຈັດຕັ້ງນີ້ຊົດເຊີຍແນວໃດ ກໍຖາມເກັບກຳຂໍ້ມູນຫມົດແລ້ວ."

ແຕ່ເຖິງຢ່າງໃດກໍຕາມ ໃນເວລານີ້ ປະຊາຊົນຜູ້ທີ່ຖືກຜົລກະທົບ ທີ່ນະຄອນຫລວງວຽງຈັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກທາງການເທືື່ອ ເຖິງແມ່ນວ່າເສັ້ນທາງຣົດໄຟ ໃນເຂດດັ່ງກ່າວ ໄດ້ເລີ້ມລົງມືສ້າງແລ້ວກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org