ປະທານກວດກາຄົນໃຫມ່ ລອງວິຊາ ປາບສໍ້ຣາສ

ຊາວລາວສ່ວນຫຼາຍ ຍັງບໍ່ຫມັ້ນໃຈວ່າ ປະທານ ອົງການ ກວດກາແຫ່ງຣັດ ຄົນໃຫມ່ ທ່ານ ຄຳພັນ ພົມມະທັດ ຈະສາມາດ ປາບປາມ ການສໍ້ຣາສບັງຫຼວງ ໄດ້.

ທ່ານ ຄຳພັນ ພົມມະທັດ ກັມມະການ ກົມການເມືອງ ສູນກາງພັກ ຄະນະເລຂາທິການ ສູນກາງພັກ ຫົວໜ້າ ຄະນະໂຄສະນາ ອົບຮົມ ສູນກາງພັກ ໄດ້ເປັນປະທານ ອົງການກວດກາແຫ່ງຣັດ ຢ່າງເປັນທາງການ. ພາບປະກອບ: ລາວ ມີເດັຽ

ກອງປະຊຸຸມ ຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດ ຊຸຸດທີ 9 ໃນມື້ວັນທີ 22 ມິນາ ປີ 2021 ໄດ້ປະກາດແຕ່ງຕັ້ງ ທ່ານ ຄຳພັນ ພົມມະທັດ ເປັນປະທານ ອົງການກວດກາແຫ່ງຣັດ ຢ່າງເປັນທາງການ ແຕ່ຄົນລາວຫຼາຍຄົນ ຍັງບໍ່ຫມັ້ນໃຈວ່າ ທ່ານ ຈະສາມາດ ປາບປາມການສໍ້ຣາສບັງຫຼວງໃນລາວໄດ້່. ດັງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 23 ມິນາ ນີ້ວ່າ:

“ເວົ້າເຣື້ອງຄໍຣັບຊັນ ກະເປັນນຶ່ງ (ບັນຫາສຳຄັນ) ຂ້ອນຂ້າງຍາກຫນ້ອຍນຶ່ງ ບັນຫາຄືບາດຍາມຂະເຈົ້າມາຜ່ານຄົນ (ເຈົ້ານຫນ້າທີ່) ຜູ້ນັ້ນຫັ້ນ ກະຖາມຂໍ້ນັ້ນຂໍ້ນີ້ ກະຫຍຸ້ງຍາກຫຼາຍຄົນ ຂະເຈົ້າກະຈົ່ມວ່າ ຣັຖບານເກັບພາສີ ເຮັດໃຫ້ເປັນອອນລາຍນະ ກະຊິມີຣາຍຮັບ ເພີ້ມຂື້ນ."

ຄົນລາວອີກຄົນນຶ່ງຢູ່ແຂວງຈຳປາສັກ ເວົ້າວ່າຍັງບໍ່ຫມັ້ນໃຈວ່າ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງຣັດຄົນໃໝ່ ຈະເຮັດກວດກາພັກຣັດ ໄດ້ຢ່າງມີປະສິດທິຜົລ ຍ້ອນຜ່ານມາຣັຖບານຂອງ ທ່ານ ທອງລຸນ ສີສຸລີດ ກໍເນັ້ນຫນັກໃນວຽກງານ ກວດກາເຊັ່ນດຽວກັນ ແຕ່ກໍຍັງເຫັນວ່າ ເຈົ້າຫນ້າທີພັກຣັດຫຼາຍຄົນ ຍັງສວຍໃຊ້ຕຳແຫນ່ງຫນ້າທີ່ ຫາ ຜົລປໂຍດໃຫ້ໂຕເອງຫຼາຍຢູ່ ໂດຍບໍ່ຄຳນຶງເຖິງກົດໝາຍ.

“ຄັນເວົ້າຣົດດີໆງາມໆ ມີແຕ່ເຈົ້າແຕ່ນາຍເພິ່ນ ແລ້ວໄດ້ໃຊ້ ເຈົ້າໄປເຮັດຈັ່ງຊັ້ນມັນບໍ່ຖືກ ຣະບົບການເງີິນ ອັດຕຣາເງິນເດືອນເຈົ້າ ເດືອນນຶ່ງສູງສຸດ ໄດ້ແຕ່ 2-3 ລ້ານກີບ ບາດນີ້ເຈົ້າ ພັດໄດ້ເງິນເນາະ ຊື້ຣົດເພື່ອຄວາມສະດວກໂຕເອງ ເງິນໃຊ້ກະມີ ເຂົາວ່າຊິ ກວດກາ ຄືນຫມົດໄດ້ແຕ່ເບິ່ງຊື່ໆ."

ຊາວລາວອີກທ່ານນຶ່ງຢູ່ແຂວງໄຊຍະບູຣີ ເວົ້າວ່າ ອິງຕາມການຕິດຕາມຂ່າວຈາກ ຣັຖບານລາວຊຸຸດກ່ອນ ກະເຫັນວ່າມີການກວດກາ ເຈົ້າຫນ້າທີ່ພັກຣັດ ເຂັ້ມງວດຂຶ້ນຫຼາຍ ເຮັດໃຫ້ ການສໍ້ຣາສບັງຫຼວງຫລຸດລົງ ຍ້ອນເຈົ້າຫນ້າທີ່ພັກຣັດ ໄດ້ຜ່ານການສອບເສັງ ແລະ ຝຶກອົບຮົມເຣື້ອງຈັນຍາບັນ.

“ກວດກາແນ້ນຫນາ ຊ່ວງນີ້ນະ ກວດຊັບສິນທີ່ວ່ານັ້ນ ເຂັ້ມງວດຫຼາຍ ສົມມຸດວ່າ ໄປຮ່ຳໄປຮຽນ ກະເອົາໂຕຈິງ ເອົາຄົນເກັ່ງນັ້ນແຫຼະ ແລ້ວດຽວນີ້ເສັງເອົາໝົດແລ້ວ."

ເຈົ້າຫນ້າທີ່ກວດກາພັກຣັດ ນະຄອນຫຼວງວຽງຈັນ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງເວົ້າວ່າ, ວຽກງານກວດກາແຫ່ງຣັດ ຖືວ່າທ້າທາຍແລະ ຫຍຸ້ງຍາກຫຼາຍພໍສົມຄວນ ຜ່ານມາໄດ້ກວດກາ ແຕ່ພາບຣວມຂອງຜແນກນັ້້ນໆ, ສ່ວນການກວດກາເຈົ້າຫນ້າທີ່ ຣາຍບຸກຄົນນັ້ນ ຍັງຍາກຍ້ອນເຈົ້າໜ້າທີພັກຣັດ ບາງຄົນຜູ້ທີ່ສໍ້ຣາສມີອຳນາດ ແລະຕຳແໜ່ງສູງ ຈຶ່ງບໍ່ມີເຈົ້າຫນ້າທີ່ ກວດກາຄົນໃດກ້າໄປກວດໄດ້.

“ບໍ່ເຄີຍຈັກເທື່ອ ແຕ່ຂ້າພະເຈົ້າມາຢູ່ນີ້ 9 ປີ 10 ປີ ຢູ່ປແນກກວດການີ້ ກວດກາໄລຍະຜ່ານມາ ກໍເຄີຍກວດແຕ່ຜແນກການອ້ອມຂ້າງ ກວດປະເພດຣາຍຮັບ ບໍຣິຫານວິຊາການເທົ່ານັ້ນ ພະນັກງານຣັດແທ້ໆ ນີ້ມັນບໍ່ໄດ້ເຮັດຈັກເທື່ອ.”

ທ່ານ ຄຳພັນ ພົມມະທັດ ປະທານກວດກາແຫ່ງຣັຖ ຄົນໃຫມ່ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ຫລັງຈາກໄດ້ຮັບ ຕຳແຫນ່ງໃຫມ່ ໃນມື້ວັນທີ 22 ມິນາ ປີ 2021ວ່າ ພ້ອມທີ່ຈະປະຕິບັດ, ແບກຫາບ ຫນ້າທີວຽກງານໃຫມ່ ດ້ວຍຄວາມຈົ່່ງຮັກພັກດີ ຊື່ສັດ ແລະ ຈະທຸ້ມເທເຫື່ອແຮງ ສະຕິປັນຍາ ປັບປຸງເສີມຂຍາຍ ວຽກງານກວດກາ, ແກ້ໄຂບັນຫາ ທີ່ຍັງຄ້າງຄາ. ສູ້ຊົນຍົກຣະດັບ ການຈັດຕັ້ງ ແລະ ການເຄືອນໄຫວໃຫ້ດີຂື້ນຕື່ມ ແລະຈະເຮັດວຽກງານ ກວດກາແຫ່ງຣັດ ເປັນພາວະບົດບາດສຳຄັນທີ່ສຸດ.

“ໃນໂອກາດນີ້ ຂ້າພະເຈົ້າຂໍສເນີ ຕໍ່ທີປະຊຸມວ່າ ພວກເຮົາຕ້ອງມີຄວາມເປັນເອກກະພາບ ແລະ ຕັດສິນໃຈແກ້ໄຂ ຢ່າງເດັດຂາດ ເພື່ອປີ້ນຖອຍທັສນະ ຖືເບົາວຽກງານກວດກາ ສ້າງຄວາມຮູ້ເຂົ້າໃຈ ຢ່າງຖືກຕ້ອງ ໂດຍຖືການຕິດຕາມກວດກາ ເປັນວາຣະສຳຄັນ ຂອງທົ່ວພັກແລະ ຣະບົບການເມືອງ.”

ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການລາວ ຜູ້ທີ່ບໍ່ປະສົງອອກຊື່ແລະສຽງ ທ່ານນຶ່ງກ່າວວ່າ ເຣື້ອງການກວດສອບ ການສໍ້ຣາຊ ບັງຫລວງຢູ່ປະເທດລາວ ມັນມີຄວາມຫຍຸ້ງຍາກຫຼາຍ ຍ້ອນເຈົ້າຫນ້າທີ່ ຜູ້ເຮັດວຽກກວດສອບ ເປັນເຄືອຍາດກັບຜູ້ທີ່ເປັນຣັຖມົນຕຣີ ແລະຕຳແຫນ່ງສຸງ ໃນຫຼາຍກະຊວງ.

ຜ່ານມາ ການກວດກາແຫ່ງຣັດ ຂອງຣັຖບານ ທ່ານ ທງລຸນ ສີສຸລີດ ກໍກວດພົບເຫັນການສໍ້ຣາສບັງຫລວງ ໃນຫຼາຍໂຄງການ ເປັນຕົ້ນໂຄງການ ທີ່ດິນ ທາງການໄດ້ໃຫ້ ສຳປະທານ ທີ່ດິນທັງຫມົດທົ່ວປະເທດ ປະມານ 1,758 ໂຄງການໃນນັ້ນ 201 ໂຄງການທີ່ມີເນື້ອທີ່ ປະມານ 81 ພັນເຮັກຕາປາຍ ແມ່ນບໍມີການພັທນາເລີຍ, ໃນຈຳນວນ 160 ໂຄງການທີ່ມີ ເນື້ອທີ່ດິນປະມານ 91 ພັນ ປາຍເຮັກຕາ ໄດ້ຢຸດເຊົ່າກ່ອນສິ້ນສຸດ ສຳປະທານ ແລະ ໃນຈຳນວນ 70 ໂຄງການ ທີ່ມີເນື້ອທີ່ດິນ ປະມານ 60 ພັນ ປາຍເຮັກຕາ ປະຖີ້ມບໍ່ເອົາໃຈໃສ່, ສ່ວນໂຄງການທີ່ເຫລືອອີກປະມານ ພັນປາຍ ໂຄງການກຳລັງກວດກາ ຢ່າງລະອຽດ, ທັງຫມົດ ລ້ວນແຕ່ພົວພັນ ກັບ ເຈົ້າຫນ້າທີ່ພັກຣັດ ຜູ້ທີ່ມີສ່ວນ ໃນການອະນຸຍາດ ໃຫ້ສັມປະທານ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາ ແຫ່ງຣັດ ໃນສມັຍຣັຖບານຂອງ ທ່ານ ທອງລຸນ ສີສຸລີດ ໄດ້ກ່າວໃນກອງປະຊຸຸມ ວຽກງານກວດກາ ທົ່ວປະເທດ ປະຈຳປີ 2020 ໃນມື້ວັນທີ 29 ມົກຣາ ປີ 2021 ວ່າຜ່ານມາ 5 ປີ ມີການກວດພົບເຫັນ ແລະ ລົງວິນັຍພະນັກງານ ຣັດຜູ້ທີ່ກະທຳການສໍ້ຣາສບັງຫຼວງ ແລະ ລະເມີດກົດຫມາຍທັງຫມົດ 3,200 ຄົນ ໃນນັ້ນ ຖືກດຳເນີ່ນຄະດີ ຕາມກົດຫມາຍ ພຽງແຕ່ 90 ປາຍ ຄົນ ໃນຈຳນວນຜູ້ຖຶກ ດຳເນີນຄະດີ 90 ປາຍຄົນນັ້ນ ຖືກສານຕັດສິນ 60 ປາຍຄົນ ສ່ວນເຫລືອ ສ່ວນໃຫຍ່ ຍັງຢູ່ຣະຫວ່າງ ການສືບສວນສອບສວນ ຢູ່ ແລະບໍ່ມີຄວາມຄືບຫນ້າ ໃຫ້ສັງຄົມໄດ້ຮັບຮູ້.

ອົງການໂປ່ງໃສ ສາກົນ ຫລື Transparency International ໄດ້ຣາຍງານກ່ຽວກັບ ການສໍ້ຣາສບັງຫຼວງ ໃນລາວ ປະຈຳປີ 2020 ໂດຍໃຫ້ ສປປລາວ ມີຄະແນນ ຄວາມໂປ່ງໃສ ພຽງແຕ່ 29 ໃນ ຈຳນວນ 100 ຄະແນນ ແລະ ຖືກຈັດອັນດັບຢູ່ທີ 134 ຈາກ 179 ປະເທດທົ່ວໂລກ ໃນການສໍ້ຣາສບັງຫຼວງທີ່ສຸດ ເກືອບຢູ່ທ້າຍສຸດ ໃນບັນດາປະເທດ ອາຊຽນ ຮອງຈາກພະມ້າ ແລະ ກຳພູຊາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org