ຄົນງານລາວໄປຊອກວຽກຢູ່ ໜອງຄາຍ

ຄົນງານລາວ ໄປ ຂຶ້ນທະບຽນ ແຮງງານ ຕ່າງດ້າວ ຢູ່ ໜອງຄາຍ ປະເທດໄທ ສ່ວນໃຫຍ່ ແມ່ນ ເຮັດວຽກ ບໍຣິການ ແລະ ການກະເສດ.

ຄົນງານລາວໄປຊອກວຽກຢູ່ ໜອງຄາຍ RFA

 

ແຂວງໜອງຄາຍ ປະເທດໄທ ເປີດສູນ ບໍຣິການ ນຶ່ງບ່ອນ ໃຫ້ຊາວ ຕ່າງປະເທສ ໄປລົງ ທະບຽນ ແຮງງານ ຕ່າງດ້າວ. ແຕ່ ປາກົດວ່າ ແມ່ນຄົນລາວ ເປັນສ່ວນໃຫຍ່ ທີ່ໄປແຈ້ງ ຣາຍຊື່ໄວ້ ເພື່ອ ເຂົ້າເຮັດວຽກ ບໍຣິການ ແລະ ການກະເສດ. ຕາມຣາຍງານ ຂອງຜູ້ຈັດການ ອອນລາຍ ໃນວັນທີ 4 ສິງຫາ 2014.

ທີ່ ຫໍປະຊຸມ ທີ່ວ່າການ ເມືອງ ໜອງຄາຍ ໄດ້ຕັ້ງສູນ ບໍຣິການ ລົງທະບຽນ ແຮງງານ ຕ່າງດ້າວ ແບບເຮັດ ຢູ່ບ່ອນ ດຽວແລ້ວ ແລະຈະໃຫ້ ບໍຣິການ ແຕ່ວັນທີ 4 ເຖິງວັນທີ 15 ສິງຫາ ໂດຍ ເຈົ້າໜ້າທີ່ ໃຫ້ ບໍຣິການ ໃນການ ປະກອບ ເອກກະສານ ກວດສຸຂພາບ ຮ່າງກາຍ ເຮັດບັດ ປະຈໍາຕົວ ແຮງງານ ຕ່າງດ້າວ ວັນລະ ປະມານ 200 ຄົນ ຂນະທີ່ ຄົນງານ ທັງໃໝ່ ແລະ ເກົ່າ ມາແຈ້ງ ທັງໝົດ 2,000 ຄົນ. ໃນນັ້ນ ສ່ວນໃຫຍ່ ເປັນຄົນງານ ລາວ ທີ່ໄປເຮັດວຽກ ໃນ ຮ້ານອາຫານ, ຮ້ານກິນດື່ມ ແລະ ວຽກງານ ການກະເສດ.

ນາຍຈ້າງ ໄດ້ພາຄົນງານ ຕ່າງດ້າວ ໄປຂຶ້ນທະບຽນ ດ້ວຍຕົນເອງ. ແຕ່ຄ່າທໍານຽມ ໃບ ອະນຸຍາດ ເມື່ອກ່ອນ ໄດ້ຈ່າຍຄົນລະ 1,305 ບາດ ເຮັດວຽກໄດ້ 2 ເດືອນ. ແຕ່ຣະບຽບໃໝ່ ເກັບຄ່າ ທໍານຽມ ເພີ່ມຂຶຶ້ນ ເປັນ 3,080 ບາດ ເຮັດວຽກໄດ້ 8 ເດືອນ.

ເຈົ້າໜ້າທີ່ ສາທາຣະນະສຸຂ ໄທ ຈະກວດ ສຸຂພາບ ຄົນງານ ຕ່າງດ້າວ ຜູ້ທີ່ໃຊ້ ຢາເສບຕິດ ໂຣຄ ເຫລົ້າຊໍາເຮື້ອ ວັນນະໂຣຄ ໂຣຄຈິດ ແລະອື່ນໆ ຮວມທັງ ໂຣຄຕິດຕໍ່ ນໍາດ້ວຍ. ຫາກພົບ ວ່າ ຜູ້ໃດ ບໍ່ຜ່ານການ ກວດສຸຂພາບ ບຸກຄົນນັ້ນ ກໍຈະ ບໍ່ໄດ້ຮັບ ໃບ ອະນຸຍາດ ແລະ ຈະຖືກສົ່ງກັບ ປະເທດເດີມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org