ທາງການລາວ ເລື່ອນເວລາ ສົ່ງຄົນງານລາວ ໄປເຮັດວຽກຢູ່ມາເລເຊັຍ
ປັດຈຸບັນ ທາງການລາວ ໄດ້ເລື່ອນເວລາ ການສົ່ງຄົນງານລາວ ໄປເຮັດວຽກດ້ານການປະມົງ ແລະ ການປຸງແຕ່ງອາຫານທະເລ ຢູ່ ປະເທດມາເລເຊັຍ ຕາມລະບົບ MOU.
-
ອຸ່ນແກ້ວ
2024-09-06 -
-
-
Your browser doesn’t support HTML5 audio
ປັດຈຸບັນ ທາງການລາວ ໄດ້ເລື່ອນເວລາ ການສົ່ງຄົນງານລາວ ໄປເຮັດວຽກດ້ານການປະມົງ ແລະ ການປຸງແຕ່ງອາຫານທະເລ ຢູ່ ປະເທດມາເລເຊັຍ ຕາມລະບົບ MOU.
ສາເຫດນຶ່ງຂອງການເລື່ອນ ການຈັດສົ່ງຄົນງານລາວ ຍ້ອນວ່າ ທາງການປະສົບບັນຫາການຂາດແຄນຄົນງານໃນປະເທດ ແລະ ຄົນງານສ່ວນນຶ່ງ ກໍໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.
ເຈົ້າໜ້າທີ່ຜູ້ທີ່ເຮັດວຽກດ້ານແຮງງານເຄື່ອນຍ້າຍ ລະຫວ່າງປະເທດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ກັນຍາ ວ່າ:
“ເພິ່ນບໍ່ຢາກເຫັນດີປານໃດ ເພາະວ່າ ດຽວມັນຈະມີ ການຂາດແຄນແຮງງານພາຍໃນເດ້ ທາງພາຍໃນຊິບໍ່ມີຄົນງານ. ສົ່ງໄປເກົາຫຼີໃຕ້ກໍຫຼາຍ.”
ທ່ານ ກ່າວຕື່ມວ່າ ຄົນງານລາວ ຈໍານວນນຶ່ງ ຕັດສິນໃຈໄປເຮັດວຽກ ເຖິງວ່າ ທາງການລາວ ແລະ ມີເລເຊັຍ ຍັງບໍ່ທັນໄດ້ມີ MOU ໃນການສົ່ງຄົນງານລາວ ໄປເຮັດວຽກໃນຂະແໜງການປະມົງ ແລະ ການປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຍ, ແຕ່ ກໍມີຄົນລາວ ພາກັນເດີນທາງໄປເຮັດວຽກຢູ່ໃນຂະແໜງການດັ່ງກ່າວ ແບບບໍ່ມີເອກະສານ ດ້ວຍວີຊາທ່ອງທ່ຽວ.
ພະນັກງານ ບໍລິສັດ ຈັດຫາງານ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ໂອ້ ໂຕ MOU ຢູ່ພີ້ ຍັງບໍ່ມີໄດ໋ ແມ່ນໆ ມີໆ ຄົນລາວເຮົາກໍໄປຢູ່ ໄປມາເລນ່າ ຂະເຈົ້າກໍໄປນໍາເຮືອ ແມ່ນເພາະວ່າ ສ່ວນຫຼາຍເຫັນແຕ່ເພິ່ນໄປມາເລ ນ່າ.”
ທ່ານ ກ່າວຕື່ມວ່າ ຢູ່ປະເທດເພື່ອນຂອງລາວ ມີພຽງປະເທດໄທເທົ່ານັ້ນ ມີ MOU ໃນການຮັບຄົນງານລາວເຂົ້າມາເຮັດວຽກ, ແຕ່ ກໍຍັງພົບບັນຫາ ໃນການຕິດຕາມຄົນງານລາວ ຫຼັງຈາກທີ່ຄົນງານເຫຼົ່ານັ້ນ ອອກໄປເຮັດວຽກຢູ່ກາງທະເລ ຍ້ອນວ່າ ທາງການຂອງທັງສອງຝ່າຍບໍ່ສາມາດເກັບກໍາຂໍ້ມູນໄດ້ວ່າ ຄົນງານເຫຼົ່ານັ້ນ ໄປເຮັດວຽກຢູ່ກາງທະເລ ໃຊ້ເວລາດົນປານໃດ ແລະ ການເຮັດວຽກ ກໍຫ່າງໄກຈາກຝັ່ງ.
ອີງຕາມປຶ້ມຄູ່ມືອໍານວຍຄວາມສະດວກ ກ່ອນອອກເດີນທາງໄປເຮັດວຽກໃນຂະ ແໜງການປະມົງ ແລະ ການແປຮູບອາຫານທະເລ ໃນປະເທດໄທ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2024, ຍັງກວດພົບການລະເມີດຄົນງານ ເປັນຕົ້ນ ການປ່ຽນແທນສັນຍາ, ການກັກເອກະສານແລະໂຕຕົນ, ໜີ້ສິນ, ເຮັດວຽກກາຍໂມງ, ຄົດໂກງຄ່າແຮງງານ, ການໃຊ້ຄວາມຮຸນແຮງ ແລະ ການຄຸກຄາມ, ການລ່ວງລະເມີດຄົນງານ.
ຄູ່ມືດັ່ງກ່າວ ຍັງລະບຸອີກວ່າ ພົບເຫັນການໄດ້ຮັບບາດເຈັບໜັກ ແລະ ເສັຍຊີວິດຂອງຄົນງານລາວ ທີ່ຖືວ່າເປັນເລື່ອງປົກກະຕິ ສ່ວນການສະໜອງຄວາມປອດໄພ ຂອງສະພາບແວດລ້ອມ ໃນການເຮັດວຽກ ແລະ ການຢູ່ອາໄສເທິງເຮືອຫາປາ ແມ່ນຍັງບໍ່ທັນເໝາະສົມ ເທົ່າທີ່ຄວນ.
ອີກສາເຫດນຶ່ງ ທີ່ເຮັດໃຫ້ການສົ່ງຄົນງານລາວ ໄປເຮັດວຽກດ້ານການປະມົງ ຕາມລະບົບ MOU ຢູ່ປະເທດມາເລເຊັຍ ປະສົບຄວາມຫຼ້າຊ້າອອກໄປ ກໍແມ່ນເປັນຍ້ອນທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເອງ ທີ່ຕ້ອງການເລື່ອນເວລາ ການຈັດສົ່ງຄົນງານລາວ ໄປເຮັດວຽກ ຢູ່ ຕ່າງປະເທດ ຍ້ອນປະເທດລາວ ຕົກຢູ່ໃນສະພາບຂາດແຄນຄົນງານຢ່າງໜັກ ແລະ ຍັງຂາດຂໍ້ມູນ ໃນການປະສານງານ.
ເຈົ້າໜ້າທີ່ ຜູ້ເຮັດວຽກກ່ຽວກັບການເຄື່ອນຍ້າຍ ຄົນງານພາຍໃນ ທ່ານນຶ່ງ ໄດ້ກ່າວວ່າ:
“ເພາະວ່າ ເຮົາຈະບໍ່ມີຂໍ້ມູນ ຂອງແຮງງານ ຢູ່ມາເລເຊັຽຫັ້ນນ່າ ບໍ່ມີເລີຍ ຈະບໍ່ມີໃຜປະສານມາ ຈັ່ງຊັ້ນ ເຮົາຈຶ່ງບໍ່ຮູ້ວ່າ ມີແຮງງານ ໄປເຮັດຢູ່ປະມົງ ບໍ່ ຫຼຶືວ່າ ໄປເຮັດຢູ່ໃສ ຫັ້ນນ່າ ທີ່ຈິງຫຼາຍເທື່ອ ເຂົາກໍຕິດຕໍ່ຜ່ານສະຖານທູດເນາະ ຖ້າມີບັນຫາຫຍັງ.”
ບັນຫາເງິນກີບອ່ອນຄ່າ ແລະ ຄ່າແຮງງານໃນປະເທດລາວ ຍັງຕໍ່າຢູ່ ເຮັດໃຫ້ຄົນງານລາວ ຈໍານວນຫຼາຍ ຕັດສິນໃຈເດີນທາງໄປຊອກເຮັດວຽກ ຢູ່ຕ່າງປະເທດ ເຮັດໃຫ້ຜູ້ປະກອບການທຸລະກິດ ໂດຍສະເພາະ ຂະແໜງອຸດສາຫະກໍາຕັດຫຍິບ ປະສົບບັນຫາຂາດແຄນແຮງງານ ໃນປັດຈຸບັນ.
ຜູ້ປະກອບການ ນາງນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ຂາດແຄນຫຼາຍ ທາງແຮງງານ ທາງລາວເຮົາ ສ່ວນຫຼາຍຈະເປັນເບື້ອງອຸດສາຫະກໍາເຮົາ ຈະເປັນໂຮງງານຕັດຫຍິບແຫຼະ ບໍ່ສະເພາະແຕ່ໂຮງງານຕັດຫຍິບດອກ ຢູບໍລິສັດເຮົາ ກໍຂາດແຮງງານນະ ປັດຈຸບັນນີ້ນ່າ ເປັນບັນຫາໃຫຍ່ ສ່ວນຫຼາຍທີ່ປະສົບບັນຫາ ລະແມ່ນອຸດສາຫະກໍາເຮົາ ນີ້ແຫຼະ ໂຮງງານຕັດຫຍິບນີ້ແຫຼະ ຂາດແຄນ.”
ໃນປີ 2022 ທີ່ຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຂອງລາວ ໄດ້ກວດພົບວ່າ ມີຄົນງານລາວປະມານ 2,000 ຄົນ ເດີນທາງໄປເຮັດວຽກ ຢູ່ມາເລເຊັຍ ແບບບໍ່ຖືກກົດໝາຍ ໂດຍສະເພາະວຽກງານໃນຂະແໜງການປະມົງ ແລະ ອຸດສາຫະກໍາ ປຸງແຕ່ງອາການທະເລ ເຮັດໃຫ້ພວກຂະເຈົ້າ ມີຄວາມສ່ຽງ ທີ່ຈະຖືກຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸດ.
ໃນວັນທີ 10 ສິງຫາ 2023 ທີ່ຜ່ານມາ, ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມພັດທະນາສີມີແຮງງານ ແລະ ການຈັດຫາງານ ໄດ້ກ່າວໃນກອງປະຊຸມ ປຶກສາຫາລືແຜນການ ໂຄງການປະກັນສິດທິແຮງງານ ທີ່ເຮັດວຽກໃນປະເທດເອເຊັຍຕະເວັດອອກສ່ຽງໃຕ້ ວ່າ ຄົນງານ ໃນຂະແໜງການປະມົງ ແລະ ອຸດສາຫະກໍາປຸງແຕ່ງອາຫານ ມີຄວາມສ່ຽງ ທີ່ຈະຖືກຂູດຮີດແຮງງານ ແລະ ຖືກລະເມີດສິດທິຕ່າງໆຫຼາຍກວ່າ ວຽກງານໃນຂະແໜງການອື່ນໆ.
ນອກຈາກນີ້ ໃນປີ 2023 ທີ່ຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງລາວ ໄດ້ເຈລະຈາ ຮ່ວມກັບທາງການມາເລເຊັຍ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບການຈ້າງງານຄົນງານລາວ ທີ່ມີທັກສະປານກາງ ແລະ ທັກສະຕໍ່າ ຂະນະທີ່ ທາງການມເລເຊັຍ ກໍມີແຜນພິຈາລະນາ ຈ້າງຄົນງານ ຈາກຕ່າງປະເທດ ທີ່ຍັງບໍ່ທັນດໍາເນີນນໍາເຂົ້າຕາມລະບົບ MOU ຊຶ່ງໃນນັ້ນ ລວມມີປະເທດລາວ ຢູ່ນໍາ.