ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກ ໃນໄທຍ

ການປະກອບເອກສານແພງ, ຖານະທຸກຍາກ ແລະ ບໍ່ມີວຽກເຮັດ ພາຍໃນປະເທດ ເຮັດໃຫ້ຄົນງານລາວ ລັກເຂົ້າໄປ ເຮັດວຽກ ໃນປະເທດໄທຍ ແບບຜິດກົດໝາຍ, ແລະ ຫຼາຍຄົນ ຖືກຈັບ.

ຄົນລາວທີ່ຖືກຈັບ ໃນລະຫວ່າງເດີນທາງ ເຂົ້າປະເທດໄທຍ ແບບຜິດກົດໝາຍ ເພື່ອໄປຊອກວຽກເຮັດ ງານທຳ, ວັນທີ 27 ເມສາ 2022.

ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກ ຢູ່ປະເທດໄທຍ ແບບຜິດກົດໝາຍ ຢ່າງຕໍ່ເນື່ອງ, ຊຶ່ງກຸ່ມຄົນງານເຫລົ່ານີ້ ເປັນກຸ່ມ ທີ່ມີຖານະທຸກຍາກ ບໍ່ມີເງິນ ປະກອບການເອກສານ ຕາມທາງການກຳນົດ. ເຫດການນີ້ ຄົນງານລາວ ທີ່ຖືກຈັບ ໄດ້ເລົ່າສູ່ ພວກເຮົາຟັງ.

ໄມຊູລີ: ສະບາຍດີ ທ່ານຜູ້້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າ ສູ່ຣາຍການ “ມາຟັງນຳກັນ”. ໃນແຕ່ລະສັປດາ ພວກເຮົາ ນຳເອົາປະເດັນເດັ່ນ ມີຣາຍງານ ໃຫ້ທ່ານໄດ້ຮັບຟັງກັນ. ສຳລັບມື້ນີ້ ພວກເຮົາ ມາເວົ້າເຖິງບັນຫາ ຄົນງານລາວ ລັກລອບ ເຂົ້າໄປເຮັດວຽກ ຢູ່ໄທຍ ຜິດກົດໝາຍ. ຊຶ່ງຫົວຂໍ້ ໃນມື້ນີ້ແມ່ນ ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກ ຢູ່ໄທຍ ຜິດກົດໝາຍ ຢ່າງຕໍ່ເນື່ອງ.

ທ່ານຜູ້ຟັງ ທ່ານໃດ ທີ່ຕ້ອງເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ດ້ວຍຮູບແບບ ສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານມາຍັງ ຊ່ອງຄອມເມັ້ນ ທີ່ກຳລັງ ອອກຣາຍການ ຢູ່ປັດຈຸບັນນີ້ ແລ້ວພວກເຮົາ ຈະໂທສັມພາດ ເພື່ອເອົາຂໍ້ມູນ ມາແບ່ງປັນ ໃຫ້ທ່ານຜູ້ຟັງ ທີ່ໄດ້ຮັບຊາບກັນ.

ຜ່ານມາ ພວກເຮົາ ກໍຂໍຂອບໃຈ ເປັນຢ່າງສູງ ທີ່ທ່ານຜູ້ຟັງ ໄດ້ສົ່ງຂ່າວສານ ມາແລກປ່ຽນ ກັບພວກເຮົາ ເພື່ອເຮັດໃຫ້ ການຣາຍງານຂ່າວ ຂອງພວກເຮົາ ເຂົ້າເຖິງ ປະຊາຊົນ ແລະ ຖືກຕ້ອງ ຕາມຄວາມເປັນຈິງ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ສຳລັບປະເດັນ ຄົນງານລາວ ກັບຄືນເຂົ້າໄປ ເຮັດວຽກ ຢູ່ໄທຍນີ້ ກໍເປັນບັນຫາສຳຄັນຫຼາຍ ເພາະທັງສອງຝ່າຍ ລາວ-ໄທຍ ໄດ້ມີການຫາລືກັນ ເພື່ອປ້ອງກັນ ແຮງງານເຖື່ອນ ແລະ ສ້າງມາຕການ ໃຫ້ຖືກຕ້ອງ ໃນໄລຍະ ຂອງໂຄວິດ-19 ຣະບາດ ຊຶ່ງບັນຫານີ້ ທາງການລາວ-ໄທຍໄດ້ຕົກລົງກັນແລ້ວ ໄດ້ອອກມາຕການ ມາແລ້ວ ເພື່ອເຮັດໃຫ້ຄົນງານລາວ ທີ່ຕ້ອງການ ກັບຄືນໄປເຮັດວຽກ ຢູ່ປະເທດໄທຍ, ໄປແບບຖືກກົດໝາຍ. ແຕ່ໃນໄລຍະຜ່ານມາ ຍັງປະກົດ ເຫັນມີ ຄົນງານລາວລັກລອບ ເຂົ້າໄທຍ ແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຕຳຣວດ ຈັບໄດ້ ໂດຍສະເພາະ ແມ່ນຄົນງານທີ່ມີຖານະທຸກຍາກ ບໍ່ເງິນ ທີ່ຈະປະກອບ ເອກສານ ຕາມທີ່ທາງການກຳນົດເລີຍ ເລືອກວິທີເຂົ້າເມືອງ ຜິດກົດໝາຍ.

...

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org