ວັນ ກັມມະກອນສາກົນ ວັນທີ 1 ພຶສພາ
ວັນ ກັມມະກອນ ສາກົນ ວັນທີ 1 ພຶສພາ ສປປລາວ ປະກາດວ່າ ຈະສົ່ງເສີມ ແຮງງານລາວ ໃຫ້ມີປະສິດທິພາບ ໃນການເຮັດວຽກ ແລະ ຈະປົກປ້ອງ ແຮງງານ ໃຫ້ໄດ້ຮັບ ສິດ ປໂຍດ ທຸກຢ່າງ.
-
ສິດນີ
2018-05-01 -
-
-
ວັນກັມມະກອນສາກົນ ທີ່ ສປປ ລາວ
Screen captured FB friend page
Your browser doesn’t support HTML5 audio
ໃນມື້ວັນທີ 26 ເມສາ ຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ (ຮສສ) ໄດ້ລົງໄປ ຢ້ຽມຢາມ ແລະຊຸກຍູ້ວຽກງານ ຄຸ້ມຄອງແຮງງານ ຢູ່ 2 ຫົວໜ່ວຍທຸຣະກິດ ເປັນຕົ້ນບໍຣິສັດຜລິດເກີບ CKL ຢູ່ບ້ານຊຽງດາ ແລະ ບໍຣິສັດ ເຈແຟມີລີ ເທຣດດິ້ງ ຈຳກັດ ຢູ່ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອສ້າງຂວັນກຳລັງໃຈ ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດ ການສລອງ ວັນກັມມະກອນສາກົນ 1 ພຶສພາ ໃນປີນີ້ ແລະ ເພື່ອປົກປ້ອງສິດຜົນປະໂຫຍດຂອງ ຜູ້ໃຊ້ແຮງານ ແລະ ຜູ້ອອກແຮງງານໃນວັນດັ່ງກ່າວ.