ແມ່ຍິງລາວຖືກຈັບ ຂໍ້ຫາ ຄ້າ ສັດປ່າ

ແມ່ຍິງລາວ ຖືກຈັບ ຢູ່ແຂວງໜອງຄາຍ ປະເທດໄທ ໃນຂໍ້ຫາ ຄ້າສັດປ່າ ທີ່ຫວງຫ້າມ

ຕົວຢ່າງ ຊິ້ນສ່ວນ ຂອງສັດປ່າ ທີ່ ຖືກນໍາມາຂາຍ ຕາມຕະຫຼາດ RFA

ເມື່ອວັນທີ 3 ມິຖຸນາ ຜ່ານມາ ນາງ ເລ ມີນມີ ອາຍຸ 36 ປີ ຈາກບ້ານໜອງເກີ່ນ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ຖືກເຈົ້າໜ້າທີ່ ຕໍາຣວດ ໜອງຄາຍ ຈັບຫລັງຈາກ ລັກລອບນໍາສັດປ່າ ທີ່ຫາຍາກ ປະກອບດ້ວຍ ຫົວໂຕເຍືອງ 3 ຫົວ ແລະ ຂາເຍືອງ 12 ຂາ ຈາກ ຝັ່ງລາວເພື່ອສົ່ງໃຫ້ລູກຄ້າ ທີ່ສະຖານີຂົນສົ່ງ ແຂວງໜອງຄາຍ ແຕ່ຖືກເຈົ້າໜ້າທີ່ຈັບໄດ້.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ ແຂວງບໍຣິຄໍາໄຊ ເພື່ອຂໍຮູ້ຣາຍລະອຽດ ເພີ້ມຕື່ມ ໂດຍໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ກວດກາປ່າໄມ້ ແຂວງບໍຣິຄໍາໄຊ ທ່ານນຶ່ງທີ່ເວົ້າວ່າ ຜູ້ຕ້ອງຫາທີ່ ຖືກເຈົ້າໜ້າທີ່ ທາງການໄທ ຈັບໄດ້ ເທື່ອນີ້, ນາງແມ່ນນຶ່ງ ໃນຂະບວນການ ຄ້າສັດປ່າຢູ່ ສປປລາວ ໂດຍ ກຸ່ມຄ້າສັດປ່ານີ້ ໄດ້ນໍາເອົາ ສັດປ່າ ທີ່ຫາຍາກ ຈາກ ແຂວງພາກເໜືອ ຂອງລາວ ສົ່ງໃຫ້ ຂະບວນການ ຢູ່ແຂວງ ບໍຣິຄໍາໄຊ ແລ້ວສົ່ງໄປຂາຍ ໃຫ້ລູກຄ້າ ຢູ່ໄທ ອີກເທື່ອນື່ງ. ດັ່ງທ່ານກ່າວວ່າ:

“ເບື້ອງທາງບ້ານ ເຮົາກໍບໍ່ມີດອກ ຕົວນີ້ນະ ຢູ່ຝັ່ງໄທ ຫັ້ນກໍເປັນບ່ອນ ຄ້າຂາຍ ໄດ້ຂາຍຫັ້ນລະ ສັດປ່າວ່າຊັ້ນຊະ ມີຢູ່ບ່ອນໃດ ເຂົາລະຂົນ ມາຊິ້ນະ ມີຢູ່ຊຽງຂວາງ ຢູ່ຫົວພັນ ເຂົາຈະຂ້າມມາ ເມືອງເຮົານີ້ ເປັນຂະບວນ ການແຫລະ ພວກນີ້ນະ”.

ເຈົ້າໜ້ທີ່ທ່ານນີ້ວ່າ ທີ່ຜ່ານມາ ມີເຈົ້າໜ້າທີ່ ຫລາຍພາກສ່ວນ ໃນແຂວງບໍຣິຄໍາໄຊ ໄດ້ພຍາຍາມ ກວດກາການເຄື່ອນໄຫວ ຂອງຂະບວນ ການຄ້າສັດປ່າແຕ່ບໍ່ສາມາດ ສະກັດກັ້ນຈັບກຸ່ມນີ້ໄດ້ ມີແຕ່ຂ້າມໄປໄທ ແລ້ວຖືກເຈົ້າໜ້າທີ່ໄທຈັບເທົ່ານັ້ນ ຊື່ງກໍມີຫຼາຍ ກໍຣະນີແລ້ວ.

ອົງການຮັກສາສັດປ່າ ຣາຍງານ ເມື່ອປີຜ່ານມາວ່າ ສປປລາວ ຍັງເປັນເມືອງຫລວງ ຂອງການຄ້າສັດປ່າ ເປັນທັງຕົ້ນທາງ ແລະທາງຜ່ານ ຊຶ່ງມີແນວໂນ້ມ ນັບມື້ ນັບຫລາຍຂຶ້ນ ໃນນັ້ນຮວມທັງ ລິ່ນ ເຕົ່າ ເສືອ ຊ້າງ ທີ່ສົ່ງໄປ ຂາຍຢູ່ ຈີນ ແລະວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org