ຄົນຂັບຣົຖບັນທຸກ ສິນຄ້າໄປຈີນ ຕ້ອງຜ່ານອຸປສັກ ຫຼາຍຢ່າງ
ຄົນຂັບຣົຖຂົນສົ່ງສິນຄ້າ ທີ່ຈະເຂົ້າໄປຈີນ ໂດຍຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ຕ້ອງພົບອຸປສັກຫຼາຍຢ່າງ ໂດຍສະເພາ ໄລຍະເວລາທີ່ຕ້ອງລໍຖ້າ ຢູ່ດ່ານເພື່ອເຂົ້າໄປຈີນ ເນື່ອງຈາກ ຈີນຍັງຈຳກັດ ຈຳນວນຣົຖທີ່ຈະເຂົ້າໄປຈີນຢູ່ ຊຶ່ງຫຼາຍຄົນກໍໄດ້ປ່ຽນເສັ້ນທາງ ໄປໃຊ້ດ່ານລານຕຸຍ ແຂວງຜົ້ງສາລີ ແທນ.
-
ຈຳປາທອງ
2022-05-03 -
-
-
Your browser doesn’t support HTML5 audio
ມາເຖິງປັດຈຸບັນ ທາງການຈີນກໍຍັງຈໍາກັດ ຈໍານວນຣົຖບັນທຸກຂົນສົ່ງສິນຄ້າ ຈາກປະເທດລາວເຂົ້າໄປຈີນຢູ່ ຄືມື້ນຶ່ງບໍ່ໃຫ້ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ກາຍ 200 ຄັນ ຕາມມາຕການປ້ອງກັນໂຄວິດ-19, ເຮັດໃຫ້ຣົຖອັ່ງອໍກັນ ລໍຖ້າຫລາຍຢູ່ບ່ອນທີ່ທາງການຈີນ ຈັດສັນໃຫ້ຢູ່ເບື້ອງລາວ ຢູ່ກາງເດີ່ນ ຢູ່ບ່ອນທີ່ບໍ່ມີສຸຂະອະນາມັຍ, ບໍ່ມີໄຟຟ້າ ແລະນໍ້າປະປາໃຊ້ເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ່ ປະຈໍາດ່ານບໍ່ເຕັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ພຶສພານີ້ວ່າ:
“ສະເພາະບ່ອນທີ່ວ່າໂຊເຟີ້ຣົຖນໍ ເພິ່ນຈັດສັນໃຫ້ເປັນຕູບໆ ຈະລໍຖ້າເອົາຣົຖ ເພາະວ່າເພິ່ນນອນຢູ່ ຢູ່ບ້ານຈັດສັນຂອງເຂດ ປະມານຮອດ 300-400 ພຸ້ນແຫລະ. ນໍ້າ, ໄຟນີ້ເກາະ ກໍບໍ່ສະດວກປານໃດ ເພາະວ່າມັນຢູ່ຫ່າງຈາກ ເຂດບໍ່ເຕັນແນ່, ມັນເປັນເຂດຢູ່ສນາມນໍ”
ປັດຈຸບັນ ຣົຖບັນທຸກຂົນສົ່ງສິນຄ້າ ຈາກລາວຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ໄປຈີນ ມີບັນຫາຣົຖຕິດຍາວໄປເຖິງ 10 ປາຍກິໂລແມັດ, ຄົນຂັບຣົຖໃຊ້ຊີວິດຢູ່ໃນຣົຖປະມານ 3 ຫາ 5 ມື້, ຕອນຣົຖເຂົ້າໄປຈີນກໍຕ້ອງໄດ້ນອນຕູບ.
ດັ່ງຄົນຂັບຣົຖບັນທຸກ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ອໍ! ໂຕນັ້ນແມ່ນອັນໂຊເຟີຣົຖ (ຄົນ) ລາວ ທີ່ວ່າຂົນເຄື່ອງຈາກລາວໄປຈີນຫັ້ນນະ ແມ່ນລະ ເພາະວ່າຣົຖເຮົາໄດ້ເຂົ້າໄປໃນຈີນ ຈະໄດ້ໄປນອນຕູບ ນອນຫຍັງຫັ້ນນະນໍ ແບບວ່າມັນຈະມີຄົນຈີນມາຂັບເອົາຣົຖຄົນລາວເຂົ້າໄປນໍ ແລ້ວບາດນີ້ຄົນລາວບໍ່ມີບ່ອນນອນ ຈະຕ້ອງໄດ້ນອນຫັ້ນ ຢູ່ແຖວຊາຍແດນໃກ້ໆດ່ານ.”
ແລະກໍມີຄົນຂັບຣົຖຈໍານວນນຶ່ງ ໄປເຊົ່າຫ້ອງພັກ ຫລືພັກເຊົາຢູ່ໃນຕູບນ້ອຍ ທີ່ທາງການຈີນຈັດສັນໃຫ້ໃນໄລຍະເວລາລໍຖ້າເຂົ້າໄປຈີນ.
ດັ່ງຄົນຂັບຣົຖບັນທຸກ ອີກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ພຶສພານີ້ວ່າ:
“ເອີ! ເພິ່່ນແຕ່ຣົຖບັນທຸກ ຄົນໄປບໍ່ໄດ້ ແມ່ນຂັບມາຮອດດ່ານບໍ່ຫານ-ບໍ່ເຕັນແລ້ວ ກໍເຊົ່າບ້ານພັກ ເຊົ່າໂຮງແຮມ ນອນຢູ່ບໍ່ເຕັນໄປເລີຍ ກໍ 4-5 ມື້ ຄົນນຶ່ງ 150,000 ຢູ່ແຖວນີ້ມັນຕ້ອງແພງ ມີໆ ເພິ່ນກໍເອົາເຕັນ ກໍເອົາມາກາງໃຊ້ຢູ່ກັນໄປປົກກະຕິ ຄືຫລາຍຄົນ ຫລາຍຄົນກໍເຄີຍຢູ່ແບບນັ້ນ.”
ແລະຄົນຂັບຣົຖບັນທຸກອີກຜູ້ນຶ່ງກໍເວົ້າວ່າ ຍ້ອນຣົຖບັນທຸກຂົນສົ່ງສິນຄ້າເຂົ້າໄປຈີນ ອັ່ງອໍກັນຫລາຍຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ ເຮັດໃຫ້ຄົນຂັບຣົຖບັນທຸກຈໍານວນນຶ່ງ ປ່ຽນເສັ້ນທາງໄປຂ້າມດ່ານລານຕຸຍ ເມືອງຍອດອູ ແຂວງຜົ້ງສາລີ ເຖິງມັນຈະຢູ່ໄກແດ່ກໍຕາມ. ສໍາລັບຕົນເອງກໍໄປທາງດ່ານນີ້.
“ຄົນລາວຂະເຈົ້າບໍ່ໃຫ້ເຂົ້າ ເພາະວ່າຣົຖເຮົາໄປຮອດດ່ານບໍ່ເຕັນຫັ້ນ ແລ້ວຈະມີພະນັກງານຢູ່ດ່ານຂັບໄປຕ່າງຫາກ ມັນກໍກິນຢູ່ຂຶ້ນກັບເຮົາເອງ ແລ້ວບາດນີ້ນ່າ ເປັນຕູບນ້ອຍ ເປັນຕູບລວມເລີຍ ເວລານອນກໍນອນເຕັນມັນແຫລະ ຊ່ວງນີ້ເຮົາກໍບໍ່ໄດ້ເຂົ້າໄປແລ້ວດ່ານຫັ້ນ ເພາະວ່າເຄື່ອງຕ່າງໆ ມັນກໍລາຄາຖືກ ນໍ້າມັນມັນກໍແພງ.”
ທີ່ຜ່ານມາ ທາງການລາວ ແລະທາງການຈີນ ເຫັນດີເປີດຊ່ອງທາງຕື່ມ ທີ່ຢູ່ຫ່າງຈາກດ່ານບໍ່ເຕັນ-ບໍ່ຫານປະມານ 500 ແມັດ ສໍາລັບຣົຖບັນທຸກຂົນສົ່ງສິນຄ້າ ແຕ່ມາເຖິງປັດຈຸນ ທາງການຈີນກໍຍັງບໍ່ເຫັນດີໃຫ້ໃຊ້ເທື່ອ ແລະບໍ່ຮູ້ວ່າຈະອະນຸຍາດໃຫ້ໃຊ້ເມື່ອໃດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບເຣື່ອງນີ້ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ບໍ່ທັນເປີດ ຍ້ອນວ່າພວກເຮົາຍັງລໍຖ້າຝ່າຍຈີນນໍ ແຕ່ວ່າການກໍ່ສ້າງໃນເບື້ອງລາວແມ່ນຫຍັງ ພວກເຮົາກໍກໍ່ສ້າງສໍາເຣັດແລ້ວ ປີກາຍພຸ້ນແຫລະ. ພວກເຮົາກໍລໍຖ້າຝ່າຍຈີນ ວ່າເພິ່ນຊິພ້ອມເປີດເມື່ອໃດ ຣົຖອັນນະຕິດຫລາຍນໍ ສະນັ້ນ 2 ຝ່າຍກໍເລີຍວ່າ ເຫັນດີສ້າງປະຕູເຂົ້າເມືອງໃໝ່ຫັ້ນແຫລະ ກໍຢູ່ບໍຣິເວນດຽວກັນຫັ້ນແຫລະ ແຕ່ເຮັດແຍກມາສໍາລັບດ່ານຣົຖບັນທຸກ ໝາຍຄວາມວ່າໃຫ້ເຂົ້າຊ່ອງນີ້ນໍ.”
ເມື່ອວັນທີ 1 ມີນາທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການໃຫ້ເລັ່ງແກ້ໄຂບັນຫາຣົຖບັນທຸກສິນຄ້າ ທີ່ອັ່ງອໍກັນຢູ່ດ່ານສາກົນບໍ່ເຕັນ ພາຍຫລັງທີ່ທາງການຈີນ ໄດ້ສັ່ງໃຫ້ປິດດ່ານສາກົນບໍ່ຫານ ມາຕັ້ງແຕ່ຕົ້ນເດືອນຕຸລາປີກາຍ ເມື່ອກວດພົບວ່າ ມີຄົນຂັບຣົຖຈີນ ຕິດເຊື້ອໂຄວິດ-19 ມາຈາກປະເທດລາວ. ທາງການລາວໃຫ້ກະຊວງທີ່ກ່ຽວຂ້ອງ ສົມທົບກັບອໍານາດການປົກຄອງແຂວງຫລວງນໍ້າທາ, ບໍຣິສັດທາງຣົຖໄຟລາວ-ຈີນ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ ຮ່ວມເຈຣະຈາກັບຝ່າຍຈີນໂດຍດ່ວນ ແລະທັງໃຫ້ປຶກສາຫາລື ເຣື່ອງການຂົນສົ່ງສິນຄ້າທາງຣົຖໄຟ ເຂົ້າໄປຈີນຫລາຍຂຶ້ນ ຊຶ່ງໃນປັດຈຸບັນ ມີຜູ້ປະກອບການຈໍານວນນຶ່ງ ຫັນມາໃຊ້ຣົຖໄຟແທນການຂົນສົ່ງສິນຄ້າ ຂອງຕົນທາງຣົຖບັນທຸກນັ້ນແລ້ວ.