ສິ້ນໄໝກ໊ອບປີ້ຂອງຈີນ ກະທົບ ສິ້ນໄໝລາວ

ສິ້ນໄໝ ກ໊ອບປີ້ ຂອງຈີນ ສ້າງຜົລກະທົບ ເປັນຕ່ອງໂສ້ ນັບແຕ່ ຜູ້ປະກອບການ ຕ້ອງໄດ້ຢຸດກິຈການ, ຜູ້ຍຶດອາຊີບຕໍ່າຫູກ ຕ້ອງວ່າງງານ ຫັນໄປ ອອກແຮງງານ ຢູ່ຕ່າງປະເທດ.

ສິ້ນໄໝກອບປີ້ຂອງຈີນ ທີ່ມີຈໍາໜ່າຍ ຢູ່ທົົ່ວໄປ ນັກຂ່າວພົລເມືອງ

ບັນຫາ ຈີນ ກ໊ອບປີ້ ສິ້ນໄໝລາວ ມີມາຫຼາຍປີແລ້ວ ເຊິ່ງວາງຂາຍແຂ່ງ ກັບສິ້ນໄໝລາວ ຕາມຕລາດທົ່ວປະເທດ. ຕໍ່ບັນຫາດັ່ງກ່າວ ໄດ້ສົ່ງຜົລກະທົບເປັນຕ່ອງໂສ້, ທັງຜູ້ປະກອບການ, ຜູ້ຂາຍ ແລະ ຜູ້ຕໍ່າຫູກຢູ່ ລາວ. ຜົລກະທົບທີ່ໜັກກວ່າໝູ່ ແມ່ນຜູ້ປະກອບການ ແລະ ຜູ້ຕໍ່າຜ້າໄໝ ເພາະເປັນຕົ້ນນໍ້າ. ສ່ວນຜູ້ຂາຍ ນັ້ນບໍ່ມີບັນຫາເນື່ອງຈາກຂາຍທັງຂອງກ໊ອບປີ້ ແລະ ຂອງແທ້ ໄປພ້ອມໆກັນ ແລ້ວແຕ່ລູກຄ້າ ຕ້ອງການ.

ຜູ້ປະກອບການທ່ານນຶ່ງ ທີ່ນຳເອົາສິ້ນເຂົ້າມາຂາຍ ໃນສະຫະຣັຖອາເມຣິກາ ກໍໄດ້ຮັບຜົລກະທົບ ຈານສິ້ນໄໝຈີນກອບປີ້ເຊັ່ນກັນ. ເຊິ່ງ ຍານາງເດືອນ ໄດ້ໃຫ້ສັມພາດ ຕໍ່ທີມຂ່າວ RFA ເຖິງຜົລກະທົບ ເມື່ອວັນທີ 11 ກຸມພາ 2021 ວ່າ:

ສຽງສັມພາດ ຍານາງ ເດືອນ, ຜູ້ປະກອບການສິ້ນໄໝລາວ ຢູ່ ອາເມຣິກາ.

ກຸ່ມຕໍ່າສິ້ນໄໝ ທີ່ບໍ່ປະສົງອອກຊື່ແລະສຽງ ໃຫ້ຄຳເຫັນວ່າ ຜູ້ປະກອບການສິ້ນໄໝຫຼາຍ ຂະເຈົ້າໄດ້ຢຸດກິຈການ ຍ້ອນສິ້ນໄໝລາວ ຂາຍບໍ່ໄດ້. ພາຍຫຼັງທີ່ສິ້ນໄໝຈີນ ເຂົ້າມາຕລາດໃນ ຣາຄາຖືກ.

ຂນະທີ່ ລວດລາຍ ແມ່ນກ໊ອບປີ້ ແບບສິ້ນໄໝລາວ ເຮັດໃຫ້ຜູ້ຊົມໃຊ້ຫັນໄປຊື້ສິ້ນໄໝຈີນ ແຕ່ຄຸນນະພາບ ທຽບໄໝລາວບໍ່ໄດ້. ຕໍ່ບັນຫາດັ່ງກ່າວ ຫຼາຍຄອບຄົວຕ້ອງວ່າງງານ ຍ້ອນຜູ້ ປະກອບການ ຢຸດກິຈການ.

ທາງດ້ານເຈົ້າຂອງທຸຣະກິຈຂາຍຍ່ອຍ ຢູ່ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ກ່າວວ່າ ຕົນເປັນຜູ້ສົ່ງເສີມໃຫ້ ປະຊາຊົນຕໍ່າສິ້ນໄໝ, ເຮັດທຸຣະກິຈ ມາ 20 ປີ ແລ້ວ. ຕ້ອງຍອມຮັບສະພາບວ່າ ແຕ່ປີ 2013 ເປັນຕົ້ນມາ ເຖິງປັຈຈຸບັນ ສິ້ນໄໝລາວ ຂາຍບໍ່ໄດ້ດີ. ຕົນຈຶ່ງຢຸ່ດກິຈການ. ຈາກທີ່ເຄີຍຊຸກຍູ້ ປະຊາຊົນຫຼາຍຮ້ອຍຄອບຄົວ ຕໍ່າສິ້ນໄໝ ໂດຍຕົນເອງ ໃຫ້ທຶນຕ້ອງນີ້ຕ້ອງຢຸດເຊົາໄປ.

ອີງຕາມການສອບຖາມຣາຄາສິ້ນ ໃນທ້ອງຕລາດທົ່ວໄປ. ສິ້ນໄໝລາວ ຂອງແທ້ແມ່ນມີຣາຄາ ສອງລ້ານກີບຂິ້ນໄປ. ສ່ວນສິ້ນໄໝ ຈີນ ກ໊ອບປີ້ຂາຍໃນຮາຄາ 70 ພັນກີບ.

ຕໍ່ບັນຫາ ນີ້ທາງເຈົ້າໜ້າທີ່ ກົມຊັບສິນ ທາງປັນຍາ ກໍໄດ້ໃຫ້ຄຳຕອບວ່າ ກໍມີຄວາມພຍາຍາມ ໂດຍສະເພາະ ແມ່ນມໍຣະດົກຂອງ ລາວຫຼາຍພາກສ່ວນກໍກຳລັງຮີບໂຮມນຳສເນີ ຈົດທະບຽນຕໍ່ ອົງການຊັບສິນທາງປັນຍາໂລກ, ເຣື່ອງນີ້ ມັນເປັນເຣື່ອງຣະອຽດ ບໍ່ສາມາດຕອບໄດ້ເພາະມັນກ່ຽວເນື່ອງເຖິງຫຼາຍພາກສ່ວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org