ປະຊາຊົນສ່ວນນຶ່ງ ເດືອດຮ້ອນ ຈາກການຂຶ້ນ ຄ່າທາງດ່ວນ

ຜູ້ໃຊ້ເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ບໍ່ພໍໃຈ ທີ່ບໍຣິສັດ ທາງດ່ວນ ປັບຂຶ້ນຄ່າທາງດ່ວນ ຕາມກໍານົດອັຕຣາ ເຣທເງິນໂດລ້າຣ໌ສະຫະຣັຖ ຊຶ່ງສ້າງຄວາມເດືອດຮ້ອນ ເພາະຄ່າເງິນກີບອ່ອນລົງ ເປັນການຖິ້ມພາຣະຮັບຜິດຊອບ ໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ.

ສະຖານີເກັບເງິນ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ບໍຣິສັດ ຮ່ວມທຶນພັທນາ ທາງດ່ວນ ລາວ-ຈີນ ຈໍາກັດ ຂອງນັກລົງທຶນຈີນ ທີ່ເປັນເຈົ້າຂອງ ສັມປະທານ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ໄດ້ແຈ້ງປັບຂຶ້ນຂຶ້ນ ຄ່າຜ່ານທາງ ໂດຍອີງຕາມເຣທເງິນ ໂດລ້າຣ໌ສະຫະຣັຖ ເຊິ່ງທາງບໍຣິສັດ ຈະເຣີ່ມປັບຂຶ້ນຂຶ້ນ ຄ່າຜ່ານທາງ ນັບຕັ້ງແຕ່ວັນທີ 1 ມົກກະຣາ 2023 ນີ້ເປັນຕົ້ນໄປ. 

ດັ່ງພນັກງານຜູ້ນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ຮ່ວມທຶນພັທນາ ທາງດ່ວນ ລາວ-ຈີນ ຈໍາກັດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ  ໃນມື້ວັນທີ 4 ມົກກະຣາ ນີ້ວ່າ:

ຄ່າໃຊ້ຈ່າຍທາງດ່ວນມັນ 2-3 ແສນເນາະ ມັນຂຶ້ນນໍາເຣທໂດລ້າຣ໌ ຄັນໂດລ້າຣ໌ຂຶ້ນສູງເນາະ ມັກະຊິຄູນຂຶ້ນຕາມເຣທ ຕ່າງແຕ່ວ່າ ເຮົາໄດ້ເພີ່ມຂຶ້ນ ຫລື ຫລຸດລົງ. 

ພນັກງານຜູ້ນີ້  ຍັງກ່າວຕື່ມອີກວ່າ ສ່ວນສາເຫດ ທີ່ບໍຣິສັດ ຮ່ວມທຶນພັທນາ ທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງປັບຂຶ້ນຂຶ້ນ ຄ່າຜ່ານທາງ ຕາມເຣທເງິນໂດລ້າຣ໌ສະຫະຣັຖນັ້ນ ກໍເປັນໄປຕາມ ນະໂຍບາຍ ຂອງບໍຣິສັດ ແລະ ຜູ້ບໍຣິຫານລະດັບສູງ ແຕ່ບໍ່ໄດ້ມີການເປີດເຜີຍ ຂໍ້ມູນໃຫ້ພະນັກງານໄດ້ ຮັບຮູ້ຣາຍລະອຽດຕ່າງໆ. 

ກ່ອນໜ້ານີ້ ໃນມື້ວັນທີ 28 ມີຖຸນາ 2022 ທີ່ຜ່ານມາ ບໍຣິສັດຜູ້ພັທນາ ກໍໄດ້ຕັ້ງລາຄາຄ່າຜ່ານທາງ ເປັນເງິນກີບລາວ ແລະຖືປຕິບັດມາຈົນຮອດທ້າຍປີ 2022 ເຊິ່ງແຍກອອກເປັນ 5 ປະເພດ ດັ່ງນີ້.

  • ປະເພດ 1 ຣົຖນ້ໍາໜັກ 2 ຕັ່ນລົງມາ, ລາຄາ 100,000 ກີບຕໍ່ຖ້ຽວ,
  • ປະເພດທີ່ 2 ຣົຖນ້ໍາໜັກ 2 ຕັ່ນ ແຕ່ບໍ່ເກີນ 5 ຕັ່ນ, ລາຄາ 166,000 ກີບຕໍ່ຖ້ຽວ
  • ປະເພດທີ່ 3 ຣົຖນ້ໍາໜັກ 5 ຕັ່ນ ແຕ່ບໍ່ເກີນ 10 ຕັ່ນ, ລາຄາ 232,000 ກີບຕໍ່ຖ້ຽວ,
  • ປະເພດທີ່ 4  ຣົຖນໍາໜັກ 10 ຕັ່ນ ແຕ່ບໍ່ເກີນ 15 ຕັ່ນ, ລາຄາ 331,000 ກີບຕໍ່ຖ້ຽວ ແລະ
  • ປະເພດ ທີ່ 5 ຣົຖ ນ້ໍາໜັກ 15 ຕັ່ນ ແຕ່ບໍ່ເກີນ 20 ຕັ່ນ, ລາຄາ 430,000 ກີບຕໍ່ຖ້ຽວ.

ພາຍຫລັງທີ່ບໍຣິສັດ ໄດ້ແຈ້ງປັບຂຶ້ນຄ່າຜ່ານທາງ ຕາມເຣທເງິນໂດລ້າຣ໌ສະຫະຣັຖ ກໍເຮັດໃຫ້ຜູ້ໃຊ້ເສັ້ນທາງ ແລະຊາວລາວຈໍານວນນຶ່ງ ຮູ້ສືກບໍ່ພໍໃຈ ແລະ ສັບສົນກ່ຽວກັບແຈ້ງການດັ່ງກ່າວ ໂດຍເຫັນວ່າ ຫາກປັບຂຶ້ນຄ່າຜ່ານທາງຕາມເຣທເງິນໂດລ້າຣ໌ສະຫະຣັຖ ກໍຈະເຮັດໃຫ້ຄ່າຜ່ານທາງດ່ວນ ມີລາຄາແພງຂຶ້ນ.

ດັ່ງ ຊາວລາວຜູ້ນຶ່ງ ໃນແຂວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ໆ ເງິນກີບຫັ້ນແຫລະ ຕ່າງແຕ່ວ່າ ຂະເຈົ້າປັບຂຶ້ນຄ່າ ຂຶ້ນຕາມເຣທເງິນໂດລ້າຣ໌ ຂະເຈົ້າຫາກະປັບຂຶ້ນ ມີແຕ່ປັບຂຶ້ນລາຄາຂຶ້ນສື່ໆ ກະແພງຂຶ້ນກ່ອນເກົ່າໜ້ອຍນຶ່ງ.

ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ແລະຍັງເປັນເຈົ້າຂອງບໍຣິສັດ ຣົຖເຊົ່າ ກ່າວວ່າ ການປັບຂຶ້ນຄ່າຜ່ານທາງ ຕາມເຣທເງິນໂດລ້າຣ໌ສະຫະຣັຖ ຂອງບໍຣິສັດຈີນໃນຄັ້ງນີ້ ບໍ່ເປັນທັມ ກັບຜູ້ໃຊ້ເສັ້ນທາງດັ່ກ່າວ ເນື່ອງຈາກ ເງິນກີບອອ່ນຄ່າລົງຫລາຍ ເມື່ອທຽບໃສ່ເງິນໂດລ້າຣ໌ສະຫະຣັຖ ໃນປັດຈຸບັນ ເຮັດໃຫ້ຜູ້ໃຊ້ເສັ້ນທາງ ຕ້ອງຈ່າຍຄ່າຜ່ານທາງແພງຂຶ້ນ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຄືເຮົາແກ່ເຄື່ອງຫລາຍເບາະ ມີຄົນຂຶ້ນຕາມຈໍານວນຫັ້ນນ່າ ຖ້າເປັນກະບະ ເປັນປິ໊ກອັບ ແດ່ກະແພງ ເພິ່ນໄລ່ເຣທເປັນເງິນໂດລ້າຣ໌ ແຕ່ເພິ່ນເກັບເປັນເງິນກີບເຈົ້າ.

ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ຜູ້ໃຊ້ເສັ້ນທາງດ່ວນເປັນປະຈໍາ ແລະ ຊາວລາວສ່ວນຫລາຍ ກໍບໍ່ໄດ້ເຫັນດີນໍາແຈ້ງການຂອງບໍຣິສັດຈີນ ຂນະທີ່ທາງການລາວ ກໍພາກັນມິດງຽບ ບໍ່ໄດ້ອອກຊີ້ແຈ້ງກ່ຽວກັບເຣຶ່ອງດັ່ງກ່າວ ເພື່ອໃຫ້ປະຊາຊົນເຂົ້າໃຈ ເຖິງເຫດຜົລທີ່ຕ້ອງປັບຂຶ້ນ ຄ່າຜ່ານທາງ ຕາມເຣທເງິນໂດລ້າຣ໌ສະຫະຣັຖ

ເຫດຜົລທີ່ບໍ່ເຫັນດີ ໃຫ້ປັບຂຶ້ນ ຄ່າຜ່ານທາງຕາມເຣທເງິນ ໂດລ້າຣ໌ສະຫະຣັຖ ກໍເນື່ອງຈາກ ເງິນກີບລາວອ່ອນຄ່າລົງຫລາຍ ເມື່ອທຽບໃສ່ເງິນໂດລ້າຣ໌ ສະຫະຣັຖ ບວກກັບ ສະພາບເສຖກິຈ-ການເງິນ ຂອງປະຊາຊົນລາວ ກໍຢູ່ໃນໄລຍະຕົກຕ່ໍາ ບໍ່ຢາກຈ່າຍເງິນຄ່າຜ່ານທາງ ດ່ວນແພງຂຶ້ນ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ. 

ປະຊາຊົນຫລາຍຄົນເຂົາກະຢາກເວົ້າ ຢາກວ່າເນາະ ເງິນກະຕົກ ທຸກໆຄົນເນາະ ໃຜກະບໍ່ຢາກເສັຍ ເພາະວ່າ ເວລາໃຊ້ ກະຫລາຍຄົນທຽວນໍາກັນ.

ທາງດ້ານ ເຈົ້າໜ້າທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ສງວນຊື່ແລະສຽງ ກ່າວວ່າ ເຫັນປະຊາຊົນໂພສແຈ້ງການດັ່ງກ່າວ ຜ່ານທາງສື່ສັງຄົມອອນລາຍນ໌ ແລ້ວ ແຕ່ການກໍານົດອັຕຣາຄ່າຜ່ານທາງ ແລະການຄິດໄລ່ຄ່າຜ່ານທາງ ແມ່ນເປັນບູຣິມະສິດ ຂອງບໍຣິສັດ ຮ່ວມທຶນພັທນາທາງດ່ວນລາວ-ຈີນ ຈຳກັດ ຂອງນັກລົງທຶນຈີນ ເຊິ່ງເປັນເຈົ້າຂອງສັມປະທານ ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ແລະ ທາງການລາວ ກໍບໍ່ໄດ້ເຂົ້າໄປມີສ່ວນກ່ຽວຂ້ອງ ໃນການອອກລະບຽບ ແລະ ຄຸ້ມຄອງ ທາງດ່ວນແຕ່ຢ່າງໃດ.

ດັ່ງ ເຈົ້າໜ້າທີ່ທານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເຫັນຂະເຈົ້າລົງເຟສ ເຂົາຂຶ້ນຕາມເຣທເງິນໂດລ້າຣ໌ ຄ່າທາງດ່ວນນີ້ ໄທເຮົາກະບໍ່ຮູ້ຄືກັນໄດ໋ ເອອ...ມັນເປັນສະເພາະ ຂອງບໍຣິສັດເຂົາຕ່າງຫາກ ພວກຄຸ້ມຄອງ ມັນມີພວກບໍຣິສັດຂອງເຂົາສະເພາະເລີຍ.

ເຖິງແນວໃດກໍຕາມ ພາຍຫລັງທີ່ແຈ້ງການດັ່ງກ່າວ ຖືກເຜີຍແຜ່ ຜ່ານສື່ສັງຄົມອອນລາຍນ໌ ກໍໄດ້ມີຊາວລາວຈໍານວນຫລາຍ ໄດ້ອອກມາ ສະແດງຄວາມຄິດ ຄວາມເຫັນ ກ່ຽວກັບເຣຶ່ອງນີ້ ເຊິ່ງຊາວລາວສ່ວນໃຫຍ່ ເຫັນວ່າ ບໍ່ເປັນທັມ ຕໍ່ປະຊາຊົນລາວ ເຖິງອັຕຣາແລກປ່ຽນເງິນ ຈະເຫນັງຕີງແນວໃດ ກໍບໍ່ຄວນຈະເອົາຜົລກະທົບ ມາຖິ້ມໃຫ້ປະຊາຊົນ ຕ້ອງຮັບຜິດຊອບ ແລະໂຄງການດັ່ງກ່າວ ກໍສ້າງຢູ່ປະທດລາວ ເປັນຫຍັງຈຶ່ງຕ້ອງມາຄິດໄລ່ ຄ່າຜ່ານທາງ ຕາມເຣທເງິນໂດລ້າຣ໌ສະຫະຣັຖ.

ນອກຈາກນີ້ ຜູ້ໃຊ້ເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຍັງໄດ້ຮຽກຮ້ອງໃຫ້ບໍຣິສັດ ຜູ້ພັທນາ ໃຫ້ເປີດໄຟອຸໂມງ ເພື່ອຄວາມປອດພັຍ ຂອງຜູ້ຂັບຣົຖ ສັນຈອນໄປ-ມາ ເຊິ່ງໄລຍະທີ່ຜ່ານມາ ກໍມີການຮຽກຮ້ອງໄປຍັງບໍຣິສັດແລ້ວ ຫລາຍເທື່ອ ແຕ່ກໍມິດງຽບ ບໍ່ມີການປັບຂຶ້ນປຸງແກ້ໄແນວໃດ. 

ອີງຕາມກົດໝາຍ ວ່າດ້ວຍ ການຄຸ້ມຄອງເງິນຕຣາ ຕ່າງປະເທດ ມາຕຣາ 28 ລະບຸວ່າ ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸຣະກິຈ ແລະ ດໍາເນີນທຸຣະກິຈ ຢູ່ປະທດລາວ ຮັບຊໍາຣະ, ແລະ ຊໍາຣະຄ່າສິນຄ້າ, ຄ່າບໍຣິການ, ຊໍາຣະໜີ້, ເບີກຈ່າຍເງິນເດືອນ, ປຕິບັດພັນທະຕໍ່ຣັຖ, ກໍານົດມູນຄ່າສັນຍາ, ຕິດປະກາດ ແລະ ໂຄສະນາລາຄາ ແລະ ຄ່າອື່ນໆ ໃນປະທດລາວ ເປັນເງິນຕຣາຕ່າງປະເທດ ໂດຍບໍ່ໄດ້ຮັບອານຸຍາດ ແລະ ດໍາເນີນທຸຣະກິຈເງິນຕຣາຕ່າງປະເທດ ໂດຍບໍ່ໄດ້ຮັບອານຸຍາດ.

 ເມື່ອປີ 2022 ທີ່ຜ່ານມານັ້ນ ບໍຣິສັດ ຮ່ວມທຶນພັທນາ ທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ອອກມາເປີດເຜີຍວ່າ ການດໍາເນີນທຸຣະກິຈ ຂອງບໍຣິສັດ ໄດ້ຮັບຜົລກະທົບ ຈາກການເຫນັ່ງຕີງ ຂອງອັຕຣາແລກປ່ຽນ ຂອງເງິນກີບ ກັບເງິນໂດລ້າຣ໌ ສະຫະຣັຖ ເພື່ອໃຫ້ບໍຣິສັດ ສາມາດດໍາເນີນທຸຣະກິຈ ພາຍໃຕ້ສະພາບອັຕຣາ ແລກປ່ຽນເຫນັ່ງຕີງຫລາຍ ຈຶ່ງມີການປັບຂຶ້ນ ລາຄາໄປຕາມສະພາບ. 

ໂຄງການທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຕັດຜ່ານ 4 ເມືອງ ຄື ເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫິນເຫີບ ແລະ ເມືອງວັງວຽງ, ລວມມີຄວາມຍາວ 109.11 ກິໂລແມັດ, ກ້ວາງ 23 ແມັດ, ມີ 4 ຊ່ອງສັນຈອນ ແລະ ມີ 2 ແລວໄປ-ກັບ 

ສໍາລັບ ໂຄງການທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ແມ່ນເປັນສ່ວນນຶ່ງ ຂອງໂຄງການທາງດ່ວນ ລາວ-ຈີນ ທີ່ມີຈຸດເຣີ່ມຕົ້ນ ແຕ່ນະຄອນຫລວງວຽງຈັນ ໄປຫາເມືອງບໍ່ເຕັນ ແຂວງຫລວງນ້ໍາທາ ແລະ ເຊື່ອມຕໍ່ໄປຫາຊາຍແດນຂອງປະເທດຈີນ ໂດຍຕັດຜ່ານ ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພຣະບາງ, ອຸດົມໄຊ ແລະ ຫລວງນ້ໍາທາ ລວມມູນຄ່າກາກໍ່ສ້າງ ທັງໝົດ 1,192 ລ້ານ ໂດລ້າຣ໌ ສະຫະຣັຖ. ໂດຍເປັນການລົງທຶນຂອງກຸ່ມບໍຣິສັດ ວິສະວະກັມກໍ່ສ້າງແຂວງຍຸນນານ ຈໍາກັດ (Yunnan Construction Engineering) ໃນຮູບແບບ Build Operate and Transfer (BOT)  ຄວາມໝາຍຄື ບໍຣິສັດຜູ້ລົງທຶນ ຈົນກ່ວາຈະໝົດສັນຍາ ສັມປະທານ ຈາກຣັຖບານ ໃນການລົງທຶນ ແລະ ດຳເນີນການ ໂດຍສິດທັງໝົດ ຈະຕົກຢູ່ພາຍໃຕ້ ບໍຣິສັດຜູ້ລົງທຶນ ຈົນກວ່າຈະໝົດສັນຍາ ສັມປະທານ 50 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org