ຣົດໄຟໃກ້ແລ້ວຊາວລາວ ຍັງບໍ່ພ້ອມ ຫາປໂຍດ
ຊາວລາວ ທີ່ຢູ່ຕາມແລວ ທາງຣົດໄຟ ລາວ-ຈີນ ຍັງບໍ່ໄດ້ຮັບ ຄໍາແນະນໍາ ແນວໃດ ເພື່ອຈະໄດ້ ຜົລປໂຍດ ຈາກ ທາງຣົດໄຟ.
-
ມະນີຈັນ
2020-09-17 -
-
-
Your browser doesn’t support HTML5 audio
ປະຊາຊົນລາວທີ່ອາສັຍ ຢູ່ຕາມແລວທາງຣົດໄຟ ລາວ-ຈີນ ຍັງບໍ່ໄດ້ຮັບຄໍາແນະນໍາ ໃຫ້ກຽມພ້ອມແນວໃດ ເພື່ອຈະໄດ້ຮັບ ຜົລປໂຍດຈາກ ທາງຣົດໄຟນັ້ນ ຂນະທີ່ອຸມົງຂ້າມຊາຍແດນ ລາວ-ຈີນສ້າງແລ້ວໆ ເພື່ອວາງພື້ນຖານທີ່ໝັ້ນຄົງ ສໍາລັບການດໍາເນີນງານ ຢ່າງເຕັມຮູບແບບ ຂອງທາງຣົດໄຟ ທັງສາຍນັ້ນ, ອີງຕາມຄໍາເວົ້າຂອງ ຊາວລາວ ຄົນນຶ່ງຢູ່ເມືອງໄຊ ແຂວງ ອຸດົມໄຊ ຜູ້ຂໍສງວນຊື່ ຕໍ່ RFA ເມື່ອໄວໆມານີ້. ທ່ານກ່າວວ່າ ຄົນລາວຢູ່ແຖບນັ້ນ ຍັງບໍ່ໄດ້ກຽມພ້ອມ ຮັບມືກັບການປ່ຽນແປງ ເມື່ອທາງຣົດໄຟ ເປີດໃຊ້ບໍຣິການ ໃນທ້າຍປີ 2021 ຊຶ່ງ ທາງການກໍຍັງ ບໍ່ລົງໄປໃຫ້ຄວາມຮູ້ ແກ່ຊາວບ້ານເທື່ອ:
“ບໍ່ ບໍ່ຮູ້ເທື່ອນະດຽວນີ້ນະ ຂະເຈົ້າກະມີແຜນຊ່ວຍເຫລືອ ຈັ່ງໃດກະບໍ່ຮູ້ ເຮັດຢູ່ ແຕ່ມັນບໍ່ມີບ່ອນເດ໊ ແລະກະບໍ່ມີທຶນ ເອື້ອຍນີ້ຢາກເຮັດ ໂອ໊ຍ ຢາກເຮັດ ເພິ່ນສິວ່າຈັ່ງໃດ.”
ຊາວລາວຜູ້ນີ້ກ່າວວ່າ ຢາກມີວຽກງານເຮັດແບບໝັ້ນຄົງ ມີຣາຍໄດ້ຈາກທາງຣົດໄຟ ລາວ-ຈີນ ຢູ່ພາຍໃນແຂວງຂອງຕົນເອງໂດຍບໍ່ຕ້ອງ ເດີນທາງ ໄປຫາເຮັດວຽກບ່ອນອື່ນ. ແຕ່ ກໍບໍ່ຮູ້ຈະເລີ່ມຕົ້ນ ຈາກຈຸດໃດກ່ອນ ຍັງຄາທັງເຣື່ອງສະຖານທີ່ ເງິນທຶນ ທັງບໍ່ໄດ້ຮຽນໜັງສື.
ຖ້າຫາກໄດ້ຮັບ ການສນັບສນູນ ໄດ້ຮັບຄໍາແນະນໍາ ຈາກພາກຣັຖ ໃນການກຽມຄວາມພ້ອມ ກໍຈະເປັນການດີ ສໍາລັບຊາວບ້ານ ຮວມທັງ ຕົນເອງນໍາດ້ວຍ.
ແລະ ຊາວລາວ ອີກຄົນນຶ່ງ ຜູ້ຂໍສງວນຊື່ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຄືກັນ ກໍເວົ້າຕໍ່ RFA ວ່າ ບໍ່ເຫັນທາງການ ລົງມາໃຫ້ຄວາມຮູ້ແກ່ ຊາວບ້ານໃນເຣື່ອງກຽມ ຄວາມພ້ອມນັ້ນເທື່ອ:
"ຄົນລາວເຮົາ ກະບໍ່ຮູ້ຄືກັນອັນນີ້ ເພາະວ່າມີໂຮງແຮມ 2 ຫລັງຕິດກັນຢູ່ນີ້ ມັນຂຍັບຂຍາຍ ກະສິບໍ່ມີບ່ອນ ເບິ່ນນິ້.”
ທີ່ເມືອງຫີນເຫີບແຂວງວຽງຈັນ ຊາວລາວຄົນນຶ່ງ ຜູ້ຂໍສງວນຊື່ກໍເວົ້າວ່າ ສໍາລັບເມືອງຫີນເຫີບເປັນພຽງທາງຜ່ານ ຂອງຣົດໄຟລາວ-ຈີນ ບໍ່ມີ ສະຖານີຈອດ:
“ອັນນີ້ກະຍັງບໍ່ຮູ້ນ່າ ແຕ່ວ່າມັນບໍ່ມີແບບນັກທ່ອງທ່ຽວ ມາຫລິ້ນຫລາຍ ມັນບໍ່ຄືວັງວຽງ ແບບມັນເປັນທາງຜ່ານຊື່ໆ.”
ກ່ຽວກັບວຽກກຽມຄວາມພ້ອມ ໃຫ້ແກ່ຊາວບ້ານ ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດິການສັງຄົມ ແຂວງຫຼວງພຣະບາງ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ບໍ່ເຄີຍໄດ້ຍິນກ່ຽວກັບ ເຣື່ອງນີ້ ບໍ່ເຫັນພາກສ່ວນໃດ ສເນີແຜນເຂົ້າມາເທື່ອ:
“ອັນນີ້ເຮົາກະຍັງບໍ່ທັນຮູ້ໄດ້ ບໍ່ໄດ້ລົງໄປຕິດຕາມຫັ້ນນ່າ ຍັງບໍ່ທັນເຫັນແຜນ ຍັງບໍ່ທັນມີ.”
ທາງດ້ານເຈົ້າໜ້າທີ່ວິຊາການ ຈາກກະຊວງຖແລງຂ່າວ ວັທນະທັມແລະການທ່ອງທ່ຽວ ຜູ້ຂໍສງວນຊື່ ກ່າວຕໍ່ RFA ວ່າຣັຖບານລາວຍັງບໍ່ ສາມາດຕອບໂຈດໄດ້ ໃນເຣື່ອງນີ້ ວ່າຈະເຮັດ ແນວໃດ:
“ໂຕນີ້ະວກເຮົາກະເປັນຫ່ວງຫລາຍ ໃດ໋ ບໍ່ສາມາດຕອບໂຈດໄດ້ວ່າ ເຮົາຕ້ອງເຮັດອັນໃດແດ່ຫັ້ນນ່າ ເຮົາຕ້ອງຕຽມອັນໃດແດ່ ບຸຄລາກອນເຮົາ ປະຊາຊົນເຮົາ ຫັ້ນນ່າ ມີຄວາມຮູ້ຄວາມ ສາມາດແນວໃດ ແລ້ວສິປົກປ້ອງສິດຜົລປະໂຫຍດ ຂອງເຂົາເຈົ້າໄດ້ ແນວໃດ ເຮົາກະເປັນຫ່ວງ ຄືກັນ. ທາງຣັຖບານເຮົາ ບຸຄລາກອນຢູ່ ຣັຖບານເຮົາ ຄົນເກັ່ງມັນມີໜ້ອຍ ສ່ວນຫຼາຍເຂົາ ໄປຢູ່ນໍາເອກຊົນ.”
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າເຖິງສິ່ງທີ່ ຣັຖບານລາວ ຄວນເອົາໃຈໃສ່ຕື່ມ ຄືຫລຸດ ຜ່ອນຜົລກະທົບຕໍ່ຄົນລາວ ຄືການລົງທຶນສ້າງງານ ວິຈັຍ ຄົ້ນຄວ້າ ສຶກສາແບບລະອຽດອອກໄປ ໃຫ້ຄວາມຮູ້ ສ້າງຄວາມເຂົ້າໃຈໃຫ້ແກ່ຊາວບ້ານ ເພື່ອໃຫ້ຊາວບ້ານມີຄວາມພ້ອມ ໃນການຮັບມື ກັບການປ່ຽນແປງ ທີ່ຈະເກີດຂຶ້ນຫລັງຈາກ ສ້າງທາງຣົດໄຟແລ້ວ. ແຕ່ຣັຖບານລາວ ກໍມີບັນຫາທ້າທາຍໜັກ ຄືບຸຄລາກອນມີໜ້ອຍ ແລະຍັງ ຂາດຄວາມຮູ້ຄວາມສາມາດ ຢູ່.
ໃນຣະຫວ່າງວັນທີ 10 ຫາ 12 ສິງຫາຜ່ານມານີ້ ບໍຣິສັດທາງຣົດໄຟລາວ-ຈີນ ໄດ້ຈັດຕັ້ງຄັດເລືອກບຸຄລາກອນ ຊຸດທີ 2 ແລະ ທີ 3 ເພື່ອເຂົ້າຮ່ວມຝຶກ ອົບຮົມ ວິຊາສະເພາະ ໃນໄລຍະ ດໍາເນີນການ ຂອງໂຄງການທາງຣົດໄຟ ລາວ-ຈີນ ຊຶ່ງມີຜູ້ເຂົ້າ ສມັກເຖິງ 1 ພັນ ປາຍຄົນ ແລະກໍານົດຄັດເລືອກ ເອົາພຽງ 550 ຄົນເທົ່ານັ້ນ.
ທະນາຄານກຸງເທບ ປະເທດໄທ ຣາຍງານ ເມື່ອວັນທີ 24 ມິຖຸນາປີກາຍ ວ່າ ເມື່ອທາງຣົດໄຟລາວ-ຈີນ ສ້າງສໍາເຣັດໃນ ທ້າຍປີ 2021 ຈະເຮັດໃຫ້ລາວ ເປັນໜ້າສົນໃຈທີ່ສຸດ ໃນອາຊຽນ ແລະຈະມີກຸ່ມທຶນ ຍ້າຍເຂົ້າໄປລົງທຶນ ໃນລາວ ເພີີ່ມຂຶ້ນ ຂນະທີ່ທາງການລາວ ກໍປ່ອຍ ໃຫ້ນັກລົງທຶນ ເຊົ່າສັມປະທານທີ່ດິນ ໄດ້ດົນເຖິງ 99 ປີ. ນອກຈາກນີ້ ຄົນງານຈາກປະເທດ ເພື່ອນບ້ານ ກໍຈະອົພຍົບເຂົ້າລາວເພື່ອຊອກ ວຽກເຮັດ ເປັນຈໍານວນຫລວງຫລາຍ ກໍອາດເປັນໄດ້ ທັງຈາກໄທຍ ເກົາຫລີ ແລະວຽດນາມ.