ການລົງທຶນຂອງຈີນບໍ່ຕອບ ສນອງ ຄົນລາວ
ນັກເສຖກິຈຂອງລາວ ເວົ້າວ່າ ການລົງທຶນ ຂອງຈີນ ໃນໄລຍະ 5 ປີ ຫຼັງມານີ້ ຍັງບໍ່ທັນ ຕອບສນອງ ວຽກເຮັດງານທໍາ ຣາຍຮັບ ຂອງປະຊາຊົນ ເທົ່າທີ່ຄວນ.
-
ໄມຊູລີ
2017-11-15 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ດ້ານເສຖກິຈຂອງລາວ ຜູ້ຂໍສງວນຊື່ແລະສຽງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໃນໄລຍະ 5 ປີຫຼັງມານີ້ ການ ລົງທຶນຂອງຈີນ ໃນປະເທສລາວ ຕາມແຂວງຕ່າງໆນັ້ນ ແມ່ນຍັງບໍ່ທັນ ຕອບສນອງ ວຽກເຮັດງານທຳ ທີ່ຕິດພັນ ກັບຣາຍຮັບ ຂອງປະຊາ ຊົນ ເທົ່າທີ່ຄວນເທື່ອ ພ້ອມກັນ ຫຼາຍໂຄງການ ກໍມີການທຳຣາຍ ສິ່ງແວດລ້ອມ ຢ່າງກວ້າງຂວາງ ນຳອີກ. ທ່ານວ່າ:
“ການລົງທຶນຂອງຈີນ ຍັງບໍ່ທັນໄດ້ ຕິດພັນກັບການແກ້ໄຂ ດ້ານຣາຍຮັບ ຂອງປະຊາຊົນ ເທົ່າທີ່ຄວນ ເປັນຕົ້ນ ແມ່ນການລົງທຶນ ຢູ່ໃນເຂດ ເສຖກິຈພິເສດ ແຫ່ງຕ່າງໆ, ຊຶ່ງ ຖ້າມີການ ກໍ່ສ້າງ ສ່ວນຫຼາຍກໍຈະ ມີແຕ່ ນຳໃຊ້ ກັມມະກອນຈີນ, ແຕ່ ສິ່ງຈະມາ ສົ່ງເສີມຕິດພັນ ກັບ ຣາຍຮັບ ຂອງ ປະຊາຊົນ ໃນເຂດຊົນນະບົດ ແລະ ການ ສ້າງວຽກເຮັດ ງານທຳ ແມ່ນ ຍັງມີບໍ່ ທົ່ວເຖິງ. ນອຈາກນີ້, ການລົງທຶນດ້ານ ການກະເສດ ຜ່ານໂຄງການ ຂອງນັກລົງທຶນຈີນ ເປັນຕົ້ນ ການປູກສາລີ, ຢາງພາຣາ, ມັນຕົ້ນ ແລະ ປູກ ໝາກເດືອຍ ກໍ ຍັງບໍ່ໄດ້ຮັບ ປະກັນ ດ້ານຣາຄາ ໃຫ້ແກ່ປະຊາຊົນ ແລະ ມີຫຼາຍໂຄງການ ໄດ້ ແຕະຕ້ອງ ເຖິງ ສິທທິ ການນຳໃຊ້ ທີ່ດິນ ຂອງປະຊາຊົນ ແລະ ມີການ ນຳໃຊ້ ສານເຄມີ ຢ່າງຊະຊາຍ”.
ໃນຂະນະດຽວກັນ, ຊາວລາວ ໃນແຂວງພາກໃຕ້ທ່ານນຶ່ງ ກໍໃຫ້ທັສນະວ່າ ການພົວພັນຮ່ວມມືຣະຫວ່າງ ລາວ-ຈີນ ພາຍໃຕ້ ຮູບແບບການ ຮ່ວມມື ດ້ານເສຖກິຈ ນີ້ໄດ້ເຮັດໃຫ້ ປະຊາຊົນ ຕ້ອງໄດ້ໂຍກຍ້າຍ ທີ່ຢູ່ອາໃສ ເປັນຈຳນວນຫຼາຍ.
“ຄືວ່າຍົກຍ້າຍເຂື່ອນເນາະ ຄົນເຄີຍເຮັດໄຮ່ເຮັດນາ ພໍຢູ່ພໍກິນຢູ່ ລະໃຫ້ເຂົາໜີ ຈາກໝ້ອງເຂົາ ທຳມາຫາກິນ. ລະໄປຢູ່ໝ້ອງທຳມາຫາກິນ ຊິເຮັດຢູ່ເຮັດກິນ ກະບໍ່ມີບາດນີ້ ແມ່ນບໍ? ມັນກະເດືອດຮ້ອນ. ຄົນຈີນເຂົ້າມາຫຼາຍ ສ່ວນຫຼາຍມີແຕ່ ນາຍທຶນຈີນ ເນາະ ບາດນີ້ຄົນລາວ ຈັກຊິໄປຢູ່ໃສ ຢູ່ແຖວບ້ານນອກບ້ານນາ ພຸ້ນແຫຼະບາດນີ້”.
ທ່ານ ອິນຊີທອງ, ໂຄສົກອົງການຟຣີລາວແຄມເປນ ຊາວລາວ-ອະເມຣິກັນ ທີ່ຕິດຕາມບັນຫາ ໃນລາວ ຢ່າງໃກ້ຊິດ ກໍຕັ້ງຂໍ້ສັງເກດວ່າ ການລົງທຶນ ຂອງຈີນໃນລາວ ໄດ້ໃຫ້ໂທສ ຫຼາຍກວ່າໃຫ້ຄຸນປໂຍດ ແກ່ປະຊາຊົນລາວ.
“ມັນສແດງເຫັນແຈ້ງຢູ່ບ່ອນນີ້ເນາະ ຈີນນີ້ມາລົງທຶນ ຢູ່ໃນປະເທສລາວນີ້ ມາປູກກ້ວຍສາ, ເວົ້າເປັນຕົວຢ່າງ ຫຼືວ່າມາຂຸດຄົ້ນບໍ່ແຮ່ ຕ່າງໆ ນາໆຫັ້ນນ່າ. ໃນເມື່ອຂຸດຄົ້ນແລ້ວ ເຂົາກະປະຖິ້ມສານເຄມີ ບໍ່ໄດ້ບຳບັດ, ແລ້ວມັນເຮັດໃຫ້ ສານເຄມີມັນເຈືອປົນ ຫຼືວ່າຢູ່ໃນຜືນ ໃນເນື້ອທີ່ ຂຸດຄົ້ນຫັ້ນ ມັນເປັນອັນຕະຣາຍ ຕໍ່ຊີວິຕຂອງປະຊາຊົນລາວ ຫຼືວ່າຄົນລາວ ຜູ້ທີ່ວ່າເຮັດວຽກຢູ່ໃນຫັ້ນ”.
ໃນໄລຍະຂອງການ ຢ້ຽມຢາມລາວ ຂອງທ່ານ ສີ-ຈິ້ນຜິງ, ປະທານ ປະເທສຈີນ ສອງຝ່າຍລາວ-ຈີນ ໄດ້ເຊັນສັນຍາ ຮ່ວມກັນເຖິງ 17 ສບັບ ທີ່ຣະບຸການຮ່ວມມື ກັນດ້ານຫຼາຍດ້ານ, ໂດຍສະເພາະແມ່ນດ້ານ ເສຖກິຈ, ຊຶ່ງ ຊາວລາວຫຼາຍຄົນ ກໍເປັນຫ່ວງ ວ່າການເຂົ້າມາ ມີບົດບາດ ດ້ານເສຖກິຈ ຂອງຈີນ ຢ່າງຮອບດ້ານ ຢູ່ລາວນີ້ ອາຈເຮັດໃຫ້ ຣັຖບານລາວ ຂາດອຳນາດ ໃນການ ຕໍ່ລອງ ດ້ານເສຖກິຈ ໃນໄລຍະຍາວ ແລະ ຕ້ອງ ຍິນຍອມຈີນ ໃນທຸກໆເງື່ອນໄຂ.