ບັນຫາ ການເຮັດໜັງສືຜ່ານແດນ ຊັກຊ້າ, ມີນາຍໜ້າ ເຂົ້າມາກ່ຽວຂ້ອງ ຍັງແກ້ໄຂບໍ່ໄດ້
ການເຮັດໜັງສືຜ່ານແດນທີ່ຊັກຊ້າ ແລະ ມີນາຍໜ້າເຂົ້າມາພົວພັນ ເປັນບັນຫາມາດົນແລ້ວ ເຊິ່ງຣັຖບານພະຍາຍາມແກ້ໄຂ ດ້ວຍການອອກບັດຄິວ ອອນລາຍນ໌ ແຕ່ບັນຫາດັ່ງກ່າວ ບໍ່ໄດ້ຫຼຸດລົງ ມາເຖິງຕອນນີ້ ທາງການລາວ ຈະປັບປຸງ ການອອກໜັງສືຜ່ານແດນ ໃຫ້ດີຂຶ້ນດ້ວຍການເພີ່ມ ເຄື່ອງພິມ ແລະບຸກຄະລາກອນ.
-
ສຸພັດຕາ
2023-04-07 -
-
-
Your browser doesn’t support HTML5 audio
ໃນວັນທີ 6 ເມສາ ທີ່ຜ່ານມາ ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າຜແນກໜັງສືຜ່ານແດນ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນ ກ່ຽວກັບສະພາບການເຮັດໜັງສືຜ່ານແດນ ໃນປັດຈຸບັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງ ການເລັ່ງເພີ່ມເຄື່ອງພິມ ແລະບຸກຄະລາກອນ ເພື່ອດໍາເນີນການແກ້ໄຂ ຄວາມຊັກຊ້າ. ທີ່ຜ່ານມາ ຊາວລາວ ທີ່ຕ້ອງການເຮັດໜັງສືຜ່ານແດນ ຈໍາເປັນຕ້ອງໄດ້ລໍຖ້າເປັນໄລຍະເວລາ ປະມານ 2-3 ເດືອນ.
ດັ່ງຊາວລາວ ທີ່ເຄີຍເດີນທາງໄປເຮັດໜັງສືຜ່ານແດນ ຢູ່ສູນຮັບຄໍາຮ້ອງເຮັດໜັງສືຜ່ານແດນ ແຂວງໄຊຍະບູຣີ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສາ 2023 ນີ້ວ່າ:
“ຈອງຄິວອ໋ອນລາຍນ໌ຫວາ ອັນນີ້ບໍ່ແນ່ໃຈເດີ້ ເພາະວ່າ ຈຸຂ້ອຍລະແມ່ນໄປຕໍ່ຄິວອັນນັ້ນເລີຍ ມີແຕ່ເຮົາຕ້ອງໄປຈອງຄິວຢູ່ອັນນັ້ນ ຢູ່ບ່ອນສັມພາດເລີຍ ຖ້າເຈົ້າເຂົ້າໄປເຮັດເອງ ປະມານຊ່ວງນີ້ຫັ້ນ ແມ່ນເຮັດພາສປອດຫຼາຍ ປະມານກໍຂັ້ນຕໍ່າກໍປະມານ 2 ເດືອນປາຍ 3 ເດືອນ ບໍ່ຄືແຕ່ກີ້ ແຕ່ກີ້ລະແມ່ນປະມານເດືອນ ເດືອນປາຍກໍເຮັດແລ້ວເດີ້ ຊ່ວງນີ້ຫັ້ນ ຄົນເຮັດພາສປອດຫຼາຍ ມັນຈະດົນ.”
ຂະນະທີ່ ຊາວລາວ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາຄວາມຫຍຸ້ງຍາກ ດັ່ງກ່າວນີ້ ທັງພາຍໃນນະຄອນຫຼວງວຽງຈັນ ແລະສູນຮັບຄໍາຮ້ອງເຮັດໜັງສືຜ່ານແດນ ໃນຕ່າງແຂວງອີກ 6 ໜ່ວຍງານນໍາດ້ວຍ ເປັນຕົ້ນ ແຂວງອຸດົມໄຊ, ຊຽງຂວາງ, ໄຊຍະບູຣີ, ຄໍາມ່ວນ, ສວັນນະເຂດ ແລະແຂວງຈໍາປາສັກ ເພື່ອປ້ອງກັນນາຍໜ້າ ຮຽກເກັບເງິນຄ່າແລ່ນເອກກະສານ ຈາກປະຊາຊົນ ປະມານ 2,500,000 ກີບ ຫາ 2,700,000 ກີບ/ຫົວ.
ດັ່ງນາຍໜ້າ ຮັບແລ່ນເອກກະສານ ຢູ່ແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕອນນີ້ ອ້າຍບໍ່ໄດ້ຮັບ ນະຄອນຫຼວງວຽງຈັນ ອ້າຍຮັບສະເພາະຕ່າງແຂວງເດີ້ ໄຊຍະບູຣີ ແຕ່ເປັນບາງເຂດເນາະ ຢູ່ພີ້ກໍຮັບປມະມານ 2,500,000 ກີບ ຢູ່ພີ້ ມັນກໍຖືກກວ່າ ແມ່ນແລ້ວ ຢູ່ນະຄອນຫຼວງ ມັນກໍຈະໄວກວ່ານີ້ ນະຄອນຫຼວງ.”
ເຖິງແມ່ນວ່າ ທາງດ້ານຜແນກໜັງສືຜ່ານແດນ ກົມກົງສຸນ ກະຊວງການຕ່າງປະເທດ ຈະຮັບຮູ້ກ່ຽວກັບກໍຣະນີ ພະນັກງານກົມກົງສຸນ ມີສ່ວນພົວພັນກັບນາຍໜ້າ ໃນການຮຽກເກັບເງິນນໍາປະຊາຊົນ ທີ່ເຂົ້າມາໃຊ້ບໍຣິການ ເຮັດໜັງສືຜ່ານແດນ ເກີນອັດຕຣາທີ່ກໍານົດ ແຕ່ຢ່າງໃດກໍຕາມ ພັດຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວນີ້ໄດ້ເທື່ອ ເຊິ່ງເຮັດໃຫ້ປະຊາຊົນຈໍານວນນຶ່ງ ທີ່ຕ້ອງການໄດ້ໜັງສືຶຜ່ານແດນ ແບບຮີບດ່ວນ ຈໍາເປັນຕ້ອງເສັຍເງິນ ໃຫ້ແກ່ນາຍໜ້າຮັບແລ່ນເອກກະສານ ເປັນຈໍານວນຫຼາຍກວ່າ ທີ່ທາງການກໍານົດ.
ດັ່ງຊາວບ້ານ ຢູ່ແຂວງຄໍາມ່ວນ ນາງນຶ່ງ ກ່າວວ່າ:
“ເຮັດທັມມະດາ ທັມມະດາກໍດົນໃດ໋ 2-3 ເດືອນປາຍພຸ້ນໃດ໋ ຈຶ່ງໄດ້ໃດ໋ ປະກອບເອກກະສານ ເບິດເລີຍເນາະ ທັມມະດາກໍ 3,500 ແມ່ນ 3,500 ບາທ (ປະມານ 1,750,000 ກີບ) 5,000 ບາທ (ປະມານ 2,500,000 ກີບ) ລະ 10 ມື້ເນາະ ຄັນທັມມະດາ ລະ 2 ເດືອນເຄິ່ງ ມັນດົນ ທັມມະດາຫັ້ນ ເອີ່ ກໍລຽງຄິວ ເອີ່ກໍຫຼາຍຢູ່ໃດ໋.”
ອີງຕາມຂໍ້ກໍານົດ ຂອງກົມກົງສູນ ກະຊວງການຕ່າງປະເທດລາວ ລະບຸວ່າ ສໍາລັບຜູ້ທີ່ຕ້ອງເຮັດໜັງສືຜ່ານແດນ ແບບບາງ ຢູ່ນະຄອນຫຼວງວຽງຈັນ ຈະມີຄ່າໃຊ້ຈ່າຍ ຢູ່ປະມານ 450,000 ກີບ/ຫົວ ສ່ວນຕ່າງແຂວງ ຈະມີຄ່າໃຊ້ຈ່າຍ 500,000 ກີບ/ຫົວ ຂະນະທີ່ ການເຮັດໜັງສືຜ່ານ ແບບໜາ ຢູ່ນະຄອນຫຼວງວຽງຈັນ ຈະມີຄ່າໃຊ້ຈ່າຍ 600,000 ກີບ/ຫົວ ສ່ວນຕ່າງແຂວງ ຈະມີຄ່າໃຊ້ຈ່າຍ 700,000 ກີບ/ຫົວ ທັງນີ້ ຈະໃຊ້ໄລຍະເວລາປະມານ 10-15 ມື້ (ບໍ່ຮວມມື້ພັກທາງຣັຖການ) ແຕ່ບັນດານາຍໜ້າ ພັດເກັບຄ່າທໍານຽມຫຼາຍກວ່າ ອັດຕຣາທີ່ທາງການກໍານົດ.
ສໍາລັບສາເຫດນຶ່ງ ທີ່ເຮັດໃຫ້ການເຮັດໜັງສືຜ່ານແດນ ປະສົບຄວາມຫຍຸ້ງຍາກ ແມ່ນເປັນຍ້ອນ ໃນໄລຍະການແຜ່ຣະບາດຂອງ ໂຄວິດ-19 ມີຄົນງານລາວຈໍານວນຫຼາຍ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ໄດ້ເດີນທາງກັບຄືນມາປະເທດລາວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:
“ຊ່ວງໂຄວິດ-19 ແຮງງານລາວ ກັບມາລາວຫັ້ນ ແລ້ວຂະເຈົ້າຖິ້ມພາສປອດ ຖືກຍຶດໄວ້ ຢູ່ບ່ອນກັກໂຕຫັ້ນນ່າ ແລ້ວຂະເຈົ້າລັກອອກ ແລ້ວຂະເຈົ້າລັກໜີ ແລ້ວຂະເຈົ້າກໍຖິ້ມປຶຶ້ມແນວນີ້ຊີ້ນ່່າ ແລ້ວບາດນີ້ເວລາໄປເຮັດວຽກໃໝ່ຊີ້ນ່າ ຂະເຈົ້າຕ້ອງໄປຄົ້ນຊື່ເນາະ ຜູ້ນີ້ ສົມມຸດວ່າ ຊື່ ທ້າວ ກ. ນາງ ກ. ຊີ້ນ່າ ມັນຈະຂຶ້ນຊື່ຢູ່ກົມກົງສຸນບໍ ມັນເລີຍເຮັດໃຫ້ກະຊວງແຮງງານຫັ້ນ ເຮັດວຽກໜັກ ຄືຂະເຈົ້າຕ້ອງໄປເບິ່ງກ່ອນວ່າ ປຶ້ມເຈົ້ານີ້ ເຈົ້າເຮັດຫຼືບໍ່ເຮັດ ມັນນຕ້ອງໄດ້ເບິ່ງວ່າ ເຈົ້າຊິແຈ້ງເສັຍບໍ່ ຫຼືເຈົ້າຊິເຮັດໃໝ່ ເຈົ້າມີປຶ້ມຢູ່ແລ້ວ ແຕ່ເຈົ້າບໍ່ແຈ້ງເສັຍ ເຈົ້າຊິຖືກປັບໃໝ.”
ປັດຈຸບັນ ການຈັບຈອງຄິວເຮັດໜັງສືຜ່່ານແດນ ຜ່ານລະບົບອ໋ອນລາຍນ໌ ຖືກຈັບຈອງເຕັມ ໄປຈົນຮອດມື້ວັນທີ 10 ພຶສພາ 2023 ແລ້ວ.
ດັ່ງເຈົ້າໜ້າທີ່ ສູນຮັບຄໍາຮ້ອງ ເຮັດໜັງສືຜ່ານແດນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ຈອງອ໋ອນລາຍນ໌ໜ້າຈະບໍ່ເຫັນ ເພາະວ່າ ລະບົບມັນບໍ່ສອດຄ່ອງ ລາວຕ້ອງກັບມາ ກໍຄືວ່າ ເອກກະສານຫັ້ນນ່າ ລາວຕ້ອງໄດ້ໄປເຊັນບ້ານດ້ວຍໂຕເອງ ເຊັນຫ້ອງການບ້ານຫັ້ນນ່າ ລາວຕ້ອງມີບັດປະຈໍາໂຕ ແລ້ວກໍສັມມະໂນຄົວຂອງລາວ ຈອງອ໋ອນລາຍນ໌ຈັ່ງວ່າ ໜ້າຈະບໍ່ໄດ້ ເພາະວ່າຂະເຈົ້າ ກໍຕ້ອງມາຈ້າງ Shipping ແລ່ນຄືເກົ່າຫັ້ນນ່າ ເພາະວ່າດຽວນີ້ ມັນຂ້ອນຂ້າງຢາກຍາກແລ້ວດຽວນີ້ ຄັນວ່າ ທັມມະດາເນາະ ຄັນວ່າ ໄປແລ່ນເອງນີ້ ໂອ້ 3-4 ເດືອນ ຈຶ່ງໄດ້.”
ອີງຕາມການຣາຍງານ ຂອງກົມກົງສຸນ ກະຊວງການຕ່າງປະເທດ ລະບຸວ່າ ການເປີດຈອງຄິວເຮັດໜັງສືຜ່ານແດນ ຜ່ານລະບົບອ໋ອນລາຍນ໌ ໃນປັດຈຸບັນ ແມ່ນຍັງມີຄວາມຫຍຸ້ງຍາກ ແລະເກີດທຸຣກິຈ ຮັບຈອງຜ່ານລະບົບອ໋ອນລາຍນ໌ ເຊິ່ງໃນສະພາບໂຕຈິງແລ້ວ ພໍ່ແມ່ປະຊາຊົນ ສາມາດຮຽນຮູ້ວິທີຈອງຄິວ ຜ່ານລະບົບອ໋ອນລາຍນ໌ໄດ້ ຢູ່ບ່ອນປ້າຍບໍຣິເວນ ປະຕູທາງເຂົ້າ ຂອງກົມກົງສຸນ ອີກທັງ ການຈອງຄິວອ໋ອນລາຍນ໌ ແມ່ນທຸກຄົນ ສາມາດດໍາເນີນການໄດ້ ແຕ່ມີຂໍ້ກໍານົດວ່າ ໂທຣະສັບ 1 ເຄື່ອງ ສາມາດຈອງໄດ້ພຽງແຕ່ 5 ຄົນ/ມື້ເທົ່ານັ້ນ ທັງນີ້ ກໍເພື່ອປ້ອງກັນກບໍ່ໃຫ້ນາຍໜ້າ ສວຍໂອກາດຮຽກເກັບເງິນ ນໍາພໍ່ແມ່ປະຊາຊົນ ເພື່ອໃຫ້ການເຮັດໜັງສືຜ່ານແດນ ມີຄວາມສະດວກສະບາຍ ທາງດ້ານກົມກົງສຸນ ໄດ້ມີແຜນວ່າ ຈະເພີ່ມໂມງຣັຖການ ແຕ່ລະມື້ ຮອດ 18 ໂມງ ແລະຮັບສັມພາດ ເກັບຂໍ້ມູນ ໃຫ້ໄດ້ຫຼາຍກວ່າ 500 ຄົນ/ຕໍ່ມື້ ເຊິ່ງຖ້າຮວມ 6 ສູນຮັບຄໍາຮ້ອງທົ່ວປະເທດ ກໍຈະສາມາດຮອງຮັບໄດ້ 1,700-1,800 ຄົນ/ມື້ ອີກທັງ ຍັງມີແຜນທີ່ຈະປັບປຸງສະຖານທີ່ ເພີື່ອຕິດຕັ້ງເຄື່ອງພິມໃໝ່ ຈາກທີ່ມີຢູ່ 7 ເຄື່ອງ ເພີ່ມເປັນ 12 ເຄື່ອງ ເຊິ່ງຄາດວ່າ ໃນໄລຍະເດືອນພຶສພາ ຫາ ເດືອນມິຖຸນາ ປີ 2023 ນີ້ ກໍຈະໄດ້ຮັບຄວາມສະດວກຂຶ້ນ.
ກ່ອນໜ້ານີ້ ທ່ານ ອໍາໄພວັນ ຈັນທະວົງ ຕາງໜ້າ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຖແລງຂ່າວວ່າ ຄວາມຕ້ອງການ ຂໍນໍາໃຊ້ໜັງສືຜ່ານແດນຂອງປະຊາຊົນ ມີປະຣິມານເກີນຄວາມສາມາດ.