ໂຄງການທາງດ່ວນ ພາກເໜືອ ໄລຍະທີ 2-3 ບໍ່ມີຄວາມຄືບໜ້າ

ເນື່ອງຈາກ ແຜນການກໍ່ສ້າງເສັ້ນທາງດ່ວນ ໄລຍະທີ 2 ຕໍ່ຈາກ ວັງວຽງ ຫາ ຫຼວງພຣະບາງ ແລະ ໄລຍະທີ 3 ຈາກ ຫຼວງພຣະບາງ ຫາ ອຸດົມໄຊ ຂອງບໍຣິສັດຈີນ ບໍ່ມີຄວາມຄືບໜ້າ, ຣັຖບານ ຈຶ່ງຊອກຫາ ນັກລົງທຶນໃໝ່ ມາສືບຕໍ່ໂຄງການ ດັ່ງກ່າວ.

ຮູບໂຮຢ່າງທາງດ່ວນ: ອຸມົງມິຕພາບລາວ-ຈີນ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ (TS), ວັນທີ 27 ເດືອນທັນວາ 2020. RFA

ຣັ​ຖ​ບານ​ລາວ ​ຊອກ​ນັກ​ລົງ​ທຶນ​ໃໝ່ ເພື່ອ​ມາ​ສືບ​ຕໍ່​ ໂຄງ​ການ​ທາງ​ດ່ວນ ​ພາກ​ເໜືອໄລ​ຍະ​ທີ 2 ແລະ ໄລ​ຍະ​ທີ 3 ຍ້ອນ ການ​ປະ​ຕິ​ບັດ​ໂຄງ​ການ ບໍ່​ມີ​ຄວາມ​ຄືບ​ໜ້າ ຕາມ​ແຜນ​ການ. ຫ້ອງວ່າ​ການ​ສຳ​ນັກ​ງານ ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ອອກ​ແຈ້ງ​ການໃນ​ວັນ​ທີ 30 ມີ​ນາ 2022 ສະ​ບັບ​ເລກ​ທີ 431 ວ່າ ບໍ່​ເຫັນ​ດີ​ໃຫ້​ບໍ​ຣິ​ສັດ Yunnan Construction and Investment Holding Group Co., Ltd ຂອງ​ຈີນ ຕໍ່​ອາ​ຍຸ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໂຄງ​ການ​ລົງ​ທຶນ ກໍ່​ສ້າງ​ທາງ​ດ່ວນ ​ສາຍ​ພາກ​ເໜືອ​ໄລ​ຍະ 3. ເນື້ອ​ໃນ​ແຈ້ງ​ການ​ໄດ້​ລະ​ບຸ​ອີກວ່າ ໃຫ້​ຍົກ​ເລີກ​ໂຄງ​ການ ​ທາງ​ດ່ວນ​ໄລ​ຍະ 2 ຢູ່​ເມືອງວັງ​ວຽງ ແຂວງວຽງ​ຈັນ ຫາ ແຂວງ​ຫລວງ​ພ​ຣະ​ບາງ ແລະ ໄລທີ​ຍະ 3 ຈາກ​ແຂວງ​ຫລວງ​ພ​ຣະ​ບາງ ຫາ ແຂວງ​ອຸດ​ດົມ​ໄຊ. ສາ​ເຫດ ​ຍ້ອນ​ວ່າ ​ທີ່​ຜ່ານ​ມາ ບໍ​ຣິ​ສັດ​ດັ່ງ​ກ່າວ ໄດ້​ຕໍ່​ອາ​ຍຸ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ມາ 3 ຄັ້ງ​ແລ້ວ ແຕ່ບໍ່​ມີ​ຄວາມ​ຄືບ​ໜ້າ ເຖິງວ່າ ບໍ​ຣິ​ສັດ ໄດ້​ສຳ​ຣວດ​ສຶກ​ສາ​ ຂໍ້​ມູນ​ມາ​ຫຼາຍ​ປີ​ແລ້ວ ແຕ່​ວຽກ​ງານ​ຍັງ​ຄ້າງ​ຄາ ​ຫຼາຍ​ຢ່າງເປັນ​ຕົ້ນ ​ການ​ສຳ​ຣວດຂໍ້​ມູນ ​ຜົ​ລ​ກະ​ທົບ​ບໍ່​ຈະ​ແຈ້ງ ​ຄົບ​ຖ້ວນ ອີງ​ຕາມ​ແຈ້ງ​ການ.

ໜ່ວຍ​ງານ ​ຂອງ​ແຂວງຫລວງ​ພ​ຣະ​ບາງ ຍັງ​ບໍ່​ທັນ​ຮັບ​ຮູ້​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ໂຄງ​ການ​ດັ່ງ​ກ່າວ. ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ແຂວງ​ຫລວງ​ພ​ຣະ​ບາງ ຜູ້​ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ໃນ​ວັນ​ທີ 20 ມົກ​ກະ​ຣາ ວ່າ:

ເພິ່ນກຳລັງສຶກສາ ເພິ່ນບໍ່ໄດ້ເຮັດຫຍັງເທື່ອ ເພິ່ນບໍ່ໄດ້ວ່າແນວໃດ ເທື່ອ ມັນຂອງກະຊວງບໍ່ເຫັນເພິ່ນແຈ້ງຫຍັງເລີຍນ່າ ງຽບໄປມີແຕ່ເພິ່ນໃຫ້ລໍຖ້າຟັງຂ່າວ.”

ສ່ວນ​ວ່າ ຢູ່ແຂວງວຽງ​ຈັນ ກຳ​ລັງ​ມີ​ການ​ສຶກ​ສາ ​ຂໍ້​ມູນ​ຢູ່ ແຕ່ ກໍ​ຍັງ​ບໍ່​ມີ​ຣາຍ​ລະ​ອຽດອອກ​ມາ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ແຂວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ແມ່ນໆ ສຶກສາອອແບບຄວາມເປັນໄປໄດ້ຢູ່ ໂຕນີ້ນ່າ ມັນຍັງຄາຢູ່ ເລັ່ງຢູ່ວ່າ ຊັ້ນສາ.”

ອີງ​ຕາມ​ແຈ້ງ​ການ ຂອງ​ຫ້ອງວ່າການ ສຳ​ນັກ​ງານ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ, ຣັ​ຖ​ບານ​ຕຣຽມ​ຫາ ​ບໍ​ຣິ​ສັດ​ໃໝ່ ທີ່​ມີ​ເງື່ອນ​ໄຂ​ ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ ເພື່ອ​ສືບ​ຕໍ່​ວຽກ​ງານ​ດັ່ງ​ກ່າວ ເຮັດ​ໃຫ້​ໂຄງ​ການ ສາ​ມາດ​ຈັດ​ຕັ້ງ ແລະ ປະ​ຕິ​ບັດ​ໄດ້​ໄວ​ຂຶ້​ນ.

ສ່ວນ​ທາງ​ດ່ວນ ​ໄລ​ຍະ​ທີ 4 ແຂວງ ອຸ​ດົມ​ໄຊ ຫາ ຊາຍ​ແດນ​ລາວ-ຈີນ ດ່ານບໍ່​ເດັນ-ບໍ່​ຫານ ຣັ​ຖ​ບານ​ລາວ ຍັງ​ໃຫ້​ບໍ​ຣິ​ສັດ Yunnan construction and Investment Holding Group Co., Ltd ຂອງ​ຈີນ ສືບ​ຕໍ່​ໂຄງ​ການ ກໍ່​ສ້າງ​ທາງ​ດ່ວນ​ຕໍ່ ຍ້ອນ​ວ່າ ບໍ​ຣິ​ສັດ​ດັ່ງ​ກ່າວ ໄດ້​ດຳ​ເນີນ​ການ​ ສຳ​ຣວດ​ສຶກ​ສາ​ ຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ສະ​ພາບ ​ທາງ​ດ່ວນ​ຜ່ານ​ມາ ແລະ ໄດ້​ມີ​ຂໍ້​ມູນ​ຈຳ​ນວນ​ນຶ່ງ​ແລ້ວ.  

ວິທຍຸ ເອ​ເຊັຽ ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ແລະ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ແຂວງ​ອຸ​ດົ​ມ​ໄຊ ເພື່ອ​ສອບ​ຖາມ​ເພີ່​ມ​ຕື່ມ ແຕ່​ຍັງ​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ກ່ຽວ​ກັບ​ເຣື່ອງນີ້ ຊາວ​ບ້ານ​ໃນ​ແຂວງ​ຫລວງ​ພ​ຣະ​ບາງ ເຫັນ​ວ່າ ຍັງ​ບໍ່​ເຫັນມີ​ການກໍ່​ສ້າງ ເຖິ​ງວ່າ ຈະ​ມີ​ຂ່າວ​ວ່າ ຣັ​ຖ​ບານ​ຈະ​ກໍ່​ສ້າງທາງ​ດ່ວນ​ກໍ​ຕາມ. ຊາວ​ບ້ານບໍ່​ໄດ້​ຂັດ​ຂ້ອງ ຖ້າ​ວ່າ ຣັ​ຖ​ບານ​ຈະ​ສ້າງ, ແຕ່ ຊາວ​ບ້ານ​ຢາກ​ໃຫ້​ຣັ​ຖ​ບານ ສຳ​ຣວດ​ຂໍ້​ມູນ​ລະ​ອຽດ ແລະ ຄ່າ​ຊົດ​ເຊີຍ​ໃຫ້​ເໝາະ​ສົມ.

ຊາວ​ບ້ານ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ວ່າ:

ເຣື່ອງພໍ່ແມ່ປະຊາຊົນນີ້ ຄັນຖ້າວ່າ ມັນຖືກຜົກະທົບເຂົາເຈົ້າ ມີການທົດແທນ ບໍ່ຫັ້ນນ່າ ການເສັຽຫາຍຂອງເຂົາເຈົ້າ ເຂົາເຈົ້າກໍບໍ່ມີບັນຫາຫຍັງ ຖ້າວ່າ ການໃຊ້ແທນ ສິ່ງທີ່ເສັຽຫາຍ ພໍເໝາະສົມເຂົາເຈົ້າກໍບໍ່ຂັດຂ້ອງ.”

ຊາວ​ບ້ານ ຢູ່​ແຂວງ​ອຸ​ດົ​ມ​ໄຊ ຍັງ​ບໍ່​ຮູ້​ຣາຍ​ລະ​ອຽດ​ເຊັ່ນ​ກັນວ່າ​ ຈະ​ສ້າງ​ທາງ​ດ່ວນ​ຢູ່​ຈຸດ​ໃດ ແລະ ຖືກ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ແນວ​ໃດ. ຊາວ​ບ້ານ ຢູ່​ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ວ່າ:

ປັດຈຸບັນນີ້ ຮູ້ຂ່າວວ່າ ເພິ່ນຈະເຮັດ ຈັກຈະມາຈຸດໃດ ຍັງບໍ່ທັນຮູ້ເທື່ອນ່າ ກໍຢາກໃຫ້ທາງດ້ານວິຊາການ ຂຶ້ນມາກວດກາ ມັນຖືກເນື້ອທີ່ໄຮ່ ທີ່ສວນ ຫຼື ວ່າ ຖືກຕົ້ນໄມ້ຕົ້ນຕໍຂອງປະຊາຊົນ ຊົດເຊີຍຕາມລະດັບຊ່ຳໃດ ຊ່ຳນຶ່ງ.”

ຊາວ​ເມືອງວັງ​ວຽງ ແຂວງວຽງ​ຈັນ ກໍ​ເຫັນ​ດີ ທີ່​ຣັ​ຖ​ບານ​ຈະ​ກໍ່​ສ້າງ​ທາງ​ດ່ວນ ເພາະ ການ​ເດີນ​ທາງ​ສະ​ດວກ​ສະ​ບາຍ​ຂຶ້ນ ລວມ​ເຖິງ​ການ​ຂົນ​ສົ່ງ​ສິນ​ຄ້າ ກໍ​ຈະ​ໃຊ້​ເວ​ລາ​ເດີນ​ທາງ​ໄວ​ຂຶ້ນ.

ດັ່ງ​ ທ່ານ​ກ່າວ​ວ່າ: 

ກໍເຫັນດີຫັ້ນແຫຼະ ກ່ຽວກັບການກໍ່ສ້າງພື້ນຖານໂຄລ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມ ໃນການຂົນສົ່ງສິນຄ້າເບາະ ຫຼືການສະດວກໃນການສັນຈອນນີ້.”

ໃນ​ທ້າຍປີ 2020 ຣັບານລາວ ໄດ້ມີການສໍຣວດ ສຶກສາຄວາມເປັນໄປໄດ້ມາແລ້ວ ກ່ຽວກັບການກໍ່ສ້າງທາງດ່ວນ ສາຍ​​ເໜືອ ໂດຍໄດ້ສຳຣວດ ໄລຍະທີ 3 ຈາກນະຄອນຫລວງຣະບາງ ແຂວງຫລວງຣະບາງ ຫາ ເມືອງໄຊ ແຂວງອຸດົມໄຊ ໄດ້ມີການປຽບທຽບເປັນ 3 ແລວທາງ ຄື ແລວທາງ K, A, ແລະ B.

ສະ​ເພາະ​ ໄລ​ຍະທາງຜ່ານ​ແຂວງ​ຫລວງ​ພ​ຣະ​ບາງ ຫາ ເມືອງ​ງາ ເກືອບ 30 ກິ​ໂລ​ແມັດ ສ່ວນ ທາງ​ດ່ວນ ຈາກ​ບ້ານ​ນາ​ຄົກ ເມືອງ​ງາ ຫາ ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ມີ​ຄວາມ​ຍາວ​ປະ​ມານ 84 ກິ​ໂລ​ແມັດ.

ເນື້ອ​ທີ່ ​ໃຊ້ທັງ​ໝົດປະ​ມານ 1,000 ເຮັກ​ຕ້າຣ໌, ຈະ​ສ້າງ​ຂົວທັງ​ໝົດ 96 ແຫ່ງ ຄວາມ​ຍາວປະ​ມານ 19 ກິ​ໂລ​ແມັດ, ອຸ​ໂມງ 8 ແຫ່ງ ຍາວເກືອບ 15 ກິ​ໂລ​ແມັດ ຈຸດ​ລົງ 5 ແຫ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org