ຣັຖບານເປີດເຜີຍ ຈຳນວນຄອບຄົວ ຫຼຸດພົ້ນຄວາມທຸກຍາກ

ທາງການລາວ ອອກມາເປີດເຜີຍໂຕເລກ ຄອບຄົວທີ່ໄດ້ຮັບການພັດທະນາ ແລະ ຫລຸດຜ່ອນຄວາມທຸກຍາກ ຢູ່ພາຍໃນປະເທດລາວ ໃນປີ 2022 ຈຳນວນ 25,778 ຄອບຄົວ ເຊິ່ງເທົ່າກັບ 69.94% ຂອງຈໍານວນເປົ້າໝາຍ ຂະນະທີ່ປະຊາຊົນບອກວ່າ ຄວາມທຸກຍາກຍັງສູງ ໂດຍສະເພາະ ໃນເຂດຊົນນະບົດ.

ວິຖີຊີວິດຊາວບ້ານ ເຂດຊົນນະບົດ ໃນແຂວງພາກເໜືອ ຂອງລາວ, ວັນທີ 15 ຕຸລາ ປີ 2022. RFA

ທ່ານ ເພັດ ພົມພິພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ໄດ້ເຜີຍແພ່ ຈໍານວນຄອບຄົວ ທີ່ໄດ້ຮັບການພັດທະນາ ແລະ ຫລຸດຜ່ອນຄວາມທຸກຍາກ ຢູ່ປະເທດລາວໃນປີ 2022  25,778 ຄອບຄົວ ເທົ່າກັບ 69.94% ຂອງຈໍານວນເປົ້າໝາຍ. ປັດຈຸບັນ ຈໍານວນຄອບຄົວ ທີ່ພັດທະນາແລ້ວມີ 787,702 ຄອບຄົວ ໃນຂະນະທີ່ຍັງບໍ່ມີໂຄງການໃດເຂົ້າໄປຊ່ອຍເຫລືອ ປະຊາຊົນຫລາຍຄອບຄົວ ໃນເຂດຊົນນະບົດ ໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກ.

ດັ່ງຊາວນາ ຢູ່ເມືອງແປກ ແຂວງຊຽງຂວາງ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 17 ກຸມພານີ້ວ່າ:

ໂອ້ ບໍ່ມີໂຄງການໃດເຂົ້າມາເນາະ ບໍ່ມີໃຜລົງມາບໍ່ເຄີຍມີ ເພາະວ່າເປັນເຂດຊົນນະບົດ ແລ້ວບໍ່ເຄີຍມີໂຄງການໃດ ເຂົ້າເລີຍອັນທີ່ຈະມາຊ່ວຍເຫລືອ ຄອບຄົວ ທີ່ບໍ່ໄດ້ຮັບຜົນຜລິດເຕັມເມັດ ເຕັມໜ່ວຍ ໃຫ້ພໍກຸ້ມຢູ່ກຸ້ມກິນ.

ຊາວນາຜູ້ດຽວກັນນີ້ ເວົ້າຕື່ມວ່າ ຢາກໃຫ້ທາງການເພິ່ນຊ່ອຍສົ່ງເສີມ ການຜລິດ ເປັນຕົ້ນຊ່ອຍຢາຂ້າຫຍ້າ, ປຸ໋ຍຊີວະພາບ ເພື່ອໃຫ້ໄດ້ຜົລຜລິດສູງ ໃນການຜລິດ ຍ້ອນວ່າ ບາງປີເຮັດນາບໍ່ໄດ້ຮັບຜົລ ເຕັມເມັດເຕັມໜ່ວຍ, ຕົ້ນເຂົ້າບໍ່ໃຫຍ່ເພາະຫຍ້າຂຶ້ນຫລາຍ.

ໃນຂະນະດຽວກັນ ຊາວນາຢູ່ແຂວງຊຽງຂວາງ ອີກຜູ້ນຶ່ງກໍເວົ້າວ່າ ຍັງບໍ່ມີໂຄງການ ຂອງທາງການລາວ ແລະອົງການຈັດຕັ້ງ ສາກົນໃດເຂົ້າມາຊ່ອຍເຫລືອ ແນະນໍາດ້ານວິຊາການ ແລະດ້ານອື່ນໆໃນການເຮັດກະສິກັມ, ເຮັດໃຫ້ຊາວບ້ານເຮັດນາ ຂອງໃຜຂອງລາວແບບເດີມໆຄືເກົ່າ, ຍາມຝົນຕົກຫລາຍນໍ້າກໍຖ້ວມ, ຍາມແລ້ງມາກໍບໍ່ມີນໍ້າເຮັດນາ.

ດັ່ງຊາວນາຜູ້ນີ້ ເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ມີບໍ່ມີໄຜມາຊ່ວຍເຫລືອອີ່ຫຍັງ ສ່ວນຫລາຍພວກເຂົາເຈົ້າກໍເຮັດເອງ ຂອງໄຜຂອງມັນ ດ້ານວິຊາການກ່ຽວກັບແນະນໍາ ວ່າເຮັດແບບນີ້ແບບນີ້ ຍັງບໍ່ມີບໍ່ມີຄວາມຮູ້ດ້ານນີ້ເນາະ ກໍເຮັດແບບເດີມຢູ່ເລື້ອຍໆ.

ເວົ້າເຣື່ອງການຊ່ອຍເຫລືອ ຜູ້ປະສົບພັຍທໍາມະຊາດ ປະຊາຊົນຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 17 ກຸມພານີ້ວ່າ ທີ່ຜ່ານມາ ນອກຈາກຄວາມທຸກຍາກແລ້ວ ຊາວກະສິກອນຍັງປະສົບກັບບັນຫາໄພພິບັດຕ່າງໆ ບໍ່ວ່າຈະເປັນໄພນໍ້າຖ້ວມ ຫລືໄພແຫ້ງແລ້ງຕື່ມອີກ, ເຖິງໄດ້ຮັບການຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ແລະພາກເອກກະຊົນ ເປັນເຄື່ອງອຸປະໂພກ-ບໍຣິໂພກ ຊຶ່ງກໍເປັນການຊ່ອຍເຫລືອ ທີ່ບໍ່ແມ່ນສໍາລັບການພັດທະ ນາກະສິກັມແບບຍືນຍົງ.

ກໍມີຢູ່ເພາະວ່າບາງບ່ອນ ບາງແຫ່ງເຂົາກໍມາຊ່ວຍ ເຫລືອຢູ່ ເປັນເຂົ້າສານບໍ່ ຄອບຄົວລະກະສອບບໍ່ທີ່ນາເຂົາກະທົບເນາະນໍ້າຖ້ວມນໍ້າຫຍັງ.

ເຮືອນຊາວບ້ານ ເຂດຊົນນະບົດ ໃນແຂວງພາກເໜືອ ຂອງລາວ, ວັນທີ 15 ຕຸລາ ປີ 2022.

ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນອື່ນໆ ທີ່ໃຫ້ການຊ່ອຍເຫລືອ ຈະສາມາດລຶບລ້າງ ຄອບຄົວທຸກຍາກໄດ້ ແລ້ວບາງສ່ວນກໍດີ ແຕ່ກໍຍັງມີຄອບຄົວທຸກຍາກຢູ່ອີກ ເປັນຈໍານວນຫລວງຫລາຍ ທີ່ຍັງລໍຖ້າການຊ່ອຍເຫລືອ ບໍ່ວ່າຈະເປັນເຄື່ອງອຸປະໂພກ-ບໍຣິໂພກ, ທີ່ພັກອາໄສ ແລະທີ່ດິນເຮັດໄຮ່ເຮັດນາ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຫລຸດຜ່ອນ ຄວາມທຸກຍາກ ໃຫ້ແກ່ປະຊາຊົນ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງເວົ້າວ່າ ຂະນະນີ້ກໍກໍາລັງດໍາເນີນການຢູ່.

“ກໍກໍາລັງດໍາເນີນຢູ່ ກໍຖ້າຫາກວ່າຄອບຄົວ ທີ່ອະນາຖາແທ້ໆ ກໍສິຊ່ວຍເຫລືອທຸກຢ່າງຫັ້ນແຫລະເນາະ ເປັນທີ່ພັກພາອາໄສ ເຮົາກໍສິຊ່ວຍເຫລືອຫັ້ນແຫລະເນາະ ສະຖານທີ່ທໍາຢູ່ທໍາກິນ ກໍໄດ້ໄປຊອກໃຫ້ເພິ່ນຫັ້ນແຫລະເນາະ ຊອກຫາຈັດສັນໃຫ້ ທາງພາກຣັຖກໍຕ້ອງໄປຊ່ວຍ ເພື່ອໃຫ້ພົ້ນຈາກຄອບຄົວທຸກຍາກເດ້.”

ໃນປີ 2022 ທີ່ຜ່ານມາ ພາກກະສິກັມ ປ່າໄມ້ ແລະການພັດທະນາຊົນນະບົດ ຂຍາຍໂຕ 2.9% ຄືຂຍາຍໂຕເພີ່ມຂຶ້ນ 0.2% ຈາກໂຕເລກທີ່ສະພາແຫ່ງຊາຕ ຄາດການໄວ້ 2.7% ຫລື ເທົ່າກັບ 17.5% ຂອງລວມຍອດມູນຄ່າ ຜລິດຕະພັນພາຍໃນ ຫລື GDP ຂອງລາວ.

ໃນປັດຈຸບັນ ທາງການລາວ ໄດ້ໃຊ້ງົບປະມານຈໍານວນ 136 ຕື້ກີບ ໃນການດໍາເນີນໂຄງການ ຫລຸດຜ່ອນຄວາມທຸກຍາກ ໃນທົ່ວປະເທດ ຊຶ່ງມີທັງໝົດ 589 ໂຄງການ.

ໃນປີ 2023 ຣັຖບານລາວ ໄດ້ຕັ້ງເປົ້າໝາຍໃນການແກ້ໄຂ ໃຫ້ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້ 30,654 ຄອບຄົວ ຫລືປະມານ 11.12% ຂອງຈໍານວນຄອບຄົວ ທີ່ທຸກຍາກທັງໝົດ 275,553 ຄອບຄົວ.

ພ້ອມກັນນັ້ນ ທາງການລາວ ແລະພາກສ່ວນອື່ນໆ ຍັງໄດ້ຮວບຮວມເອົາ ແຜນທີ່ພາກຣັຖຈະສ້າງເມືອງ ພົ້ນທຸກໃຫ້ໄດ້ 12 ເມືອງ ເທົ່າກັບ 8.1% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ ທີ່ມີ 148 ເມືອງ ແລະ ຈະສ້າງບ້ານພົ້ນທຸກໃຫ້ໄດ້ 466 ບ້ານ ຫລືເທົ່າກັບ 12.82% ຂອງຈໍານວນບ້ານ ທຸກຍາກ ທີ່ຍັງມີທັງໝົດ 3,634 ບ້ານນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org