ຕາມບົດຣາຍງານເສຖກິດ ລາວ ຖົດຖອຍ

ເສຖກິດຂອງລາວຖົດຖອຍ, ອີງຕາມບົດຣາຍງານ Lao Economic Monitor ເດືອນ ມົກຣາ 2021 ຂອງ ທະນາຄານໂລກ.

ຫ້ອງການຊາຍແດນ ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຣົດຂົນສົ່ງສິນຄ້າ ເຂົ້າ-ອອກ ງຽບເຫງົາ ໃນຊ້ວງມາຕການຄວບຄຸມ ໂຄວິດ-19 ພາບປະກອບ: ນັກຂ່າວພົລເມືອງ

ບົດຣາຍງານ ການຕິດຕາມເສຖກິດລາວ Lao Economic Monitor ຂອງ/ທະນາຄານໂລກ ເດືອນມົກຣາ 2021: ການສນັບສນູນ ການຟື້ນຕົວດ້ານເສຖກິດ. ໃນນັ້ນ ຣະບຸເຖິງການຄົ້ນພົບສໍາຄັນ ຫລາຍປະການ ດັ່ງນີ້:

. ການຣະບາດຂອງໂຄວິດ-19 ເຮັດໃຫ້ເສຖກິດລາວ ທີ່ເຕີບໂຕຊ້າລົງຢູ່ນີ້ ກ້າວເຂົ້າສູ່ສະພາບ ຖົດຖອຍເປັນຄັ້ງທໍາອິດ ນັບຕັ້ງແຕ່ ເກີດວິກິດການ ການເງິນໃນເອເຊັຽເມື່ອທ້າຍຊຸມປີ 1990 ມາ. ຄາດວ່າ ການຟື້ນຕົວ ຈະມີຂຶ້ນໃນປີ 2021 ນີ້ໃນໄລຍະກາງ.

.ການເຕີບໂຕຂອງຜົລຜະລິດ ຮວມຍອດພາຍໃນຫລື GDP ຂອງລາວຫລຸດລົງເຫລືອ 0.6% ໃນປີ 2020 ໃນຂະນະທີ່ທຸກຂແນງ ການໄດ້ຮັບຜົລກະທົບ ຮ້າຍແຮງກວ່າໝູ່ກໍແມ່ນຂແນງການ ບໍຣິການແລະອຸດສາຫະກັມ.

.ການຣະບາດຂອງໂຄວິດ-19 ສົ່ງຜົລກະທົບ ໜັກໜ່ວງໃສ່ການເດີນທາງແລະການທ່ອງທ່ຽວ ຕັ້ງແຕ່ ເດືອນມົກຣາ ຫາ ກັນຍາ 2020 ຊຶ່ງລາວ ມີນັກທ່ອງທ່ຽວ ຫລຸດລົງ 74% ເມື່ອທຽບໃສ່ແຕ່ລະປີກ່ອນນັ້ນ.

.ແຮງກົດດັນຕໍ່ເງິນກີບຂອງລາວ ຍັງສູງ. ຊ່ອງຫວ່າງອັດຕຣາການແລກປ່ຽນ ຢ່າງເປັນທາງການແລະອັດຕຣາທີ່ທາງຫ້ອງການ ແລກປ່ຽນ ບັນທຶກໄວ້ນັ້ນແມ່ນກວ້າງ ເຖິງແມ່ນວ່າຈະຫລຸດລົງເລັກນ້ອຍ ຈາກຈຸດສູງສຸດ 9.7% ໃນທ້າຍເດືອນກໍຣະກະດາ 2020 ພາຍຫລັງມີການເຂັ້ນງວດຂຶ້ນ ໃນຕລາດແລກປ່ຽນເງິນຕຣາຕ່າງປະເທດ.

.ອັດຕຣາເງິນເຟີ້ ຢູ່ໃນຣະດັບສູງ ຍ້ອນຣາຄາອາຫານແພງຂຶ້ນ ແລະເງິນກີບ ອ່ອນຄ່າ.

.ຣັຖບານລາວ ປະເຊີນກັບບັນຫາທ້າທາຍ ທາງດ້ານການຄັງ ແບບທີ່ບໍ່ເຄີຍມີມາກ່ອນ. ການຈັດເກັບຣາຍຮັບ ແຕ່ເດືອນມົກຣາ ຫາ ພຶສຈິກາ 2020 ໄດ້ພຽງ 77% ຂອງງົບປະມານທີ່ຖືກແກ້ໄຂ. ການຂາດດູລງົບປະມານ ຄາດວ່າຈະເພີ່ມຂຶ້ນເປັນ 7.6% ຂອງ GDP ໃນປີ 2020.

.ຊ່ອງຫວ່າງຂອງໂຄງສ້າງ ໄດ້ເພີ່ມພາຣະໜີ້ສາທາຣະນະ ແລະຄວາມຫຍູ້ງຍາກໃນການຊໍາຣະໜີ້. ໜີ້ສາທາຣະນະ ຄາດວ່າຈະເພີ່ມ ຂຶ້ນເຖິງ 69% ຂອງ GDP ໃນປີ 2020. ການຊໍາຣະໜີ້ຕ່າງປະເທດ ແມ່ນຢູ່ທີ 1 ພັນ 200 ລ້ານໂດລາສະຫະຣັຖສໍາລັບປີ 2020.

.ພາຍໃຕ້ສະພາບການ ທີ່ເປັນພື້ນຖານ ຄາດວ່າ ການເຕີບໂຕໃນປີ 2021 ນີ້ຈະຟື້ນຕົວເປັນ 4.9%. ການຂຍາຍຕົວໃນໄລຍະກາງ ຄາດວ່າຈະຄ່ອຍໆຟື້ນຕົວ ຍ້ອນການລົງທຶນໂຄງຮ່າງພື້ນຖານ ທີ່ຕິດພັນກັບການຂຍາຍຕົວ ຂອງພາກບໍຣິການ, ການສົ່ງອອກ ແລະບໍຣິໂພກຂອງຜູ້ຄົນ.

.ຄວາມສ່ຽງດ້ານລົບ ທີ່ທ້າທາຍແນວໂນ້ມການເຕີບໂຕ ມີຮວມທັງການຣະບາດຂອງໂຄວິດ-19 ທີ່ຍືດເຍື້ອ, ການຟຶ້ນຕົວຊ້າລົງ ຂອງປະເທດຄູ່ຄ້າ, ຄວາມຫຍູ້ງຍາກໃນການປະຕິບັດພັນທະ ຊໍາຣະໜີ້ສາທາຣະນະ, ຄວາມບອບບາງຂອງຂແນງການເງິນ, ຣາຄາອາຫານແພງຂຶ້ນ ແລະຄວາມບໍ່ແນ່ນອນຂອງ ວຽກເຮັດງານທໍາ,

ອີງຕາມບົດຣາຍງານ Economic Monitor ຂອງທະນາຄານໂລກ ເດືອນ ມົກຣາ 2021.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org