ເປີດບໍຣິການ ຣົຖໄຟຂົນສົ່ງສິນຄ້າ ລະຫວ່າງ ຊຽງໄຮ້-ສປປ ລາວ
ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຊຽງໄຮ້-ຢຸນນານ, ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປີດໃຊ້ຢ່າງເປັນທາງການແລ້ວ ໂດຍເຣີ່ມຈາກ ນະຄອນຊຽງໄຮ້ ປະເທດຈີນ ຜ່ານນະຄອນຄຸນໝິງ, ຜ່່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ແລະ ມາສິ້ນສຸດສະຖານີ ນະຄອນຫຼວງວຽງຈັນ.
-
ໄຊຍາ
2023-10-11 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 08 ຕຸລາ 2023 ທີ່ຜ່ານມານີ້ ຂະບວນຣົຖໄຟ ຂົນສົ່ງສິນຄ້າສາກົລ ຊຽງໄຮ້-ຢຸນນານ, ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປີດໃຊ້ຢ່າງເປັນທາງການແລ້ວ ໂດຍເຣີ່ມເດີນທາງຈາກ ມະຫານະຄອນຊຽງໄຮ້ ປະເທດຈີນຜ່ານນະຄອນຄຸນໝິງ ຜ່່ານດ່ານສາກົລບໍ່ເຕັນ-ບໍ່ຫານ ມາສິ້ນສຸດສະຖານີ ປາຍທາງນະຄອນຫຼວງວຽງຈັນ. ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ລະຫວ່າງລາວ-ຈີນ ຕາມການສນອງຂໍ້ລິເຣີ່ມ ນຶ່ງແລວທາງ ນຶ່ງເສັ້ນທາງ ຂອງ ທ່ານ ສີ ຈີ້ນຜິງ ປະທານປະເທດຈີນ. ອີງຕາມການຣາຍງານ ຂອງສຳນັກງານຂ່າວສານ ປະເທດລາວ ເມື່ອວັນທີ 10 ຕຸລາ 2023.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ກ່າວວ່າ ປັດຈຸບັນການຂົນສົ່ງສິນຄ້າ ໄປ ນະຄອນຊຽງໄຮ້ ປະເທດຈີນ ໄດ້ເປີດໃຫ້ບໍຣິການແລ້ວ ແຕ່ການຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ຕ້ອງໄດ້ເຮັດສັນຍາກັບ ບໍຣິສັດ ທາງຣົົຖໄຟ ລາວ-ຈີນ ຈຳກັດກ່ອນເທົ່ານັ້ນ.
ດັ່ງຍານາງກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 11 ຕຸລາ ນີ້ວ່າ:
“ຊຽງໄຮ້-ວຽງຈັນສົ່ງໄດ້ປົກກະຕິ ຊິເອົາໄປຈີນນີ້ຢູ່ວຽງຈັນ ໄປເກັບສົ່ງໃຫ້ ປົກກະຕິທົ່ວປະເທດຈີນເລີຍ ຕ້ອງມີສັນຍາກ່ອນ ກ່ອນຊິອັນນັ້ນ ຄັນຕູ້ໂຕເອງກໍຕ້ອງເຊັນສັນຍາວ່າ ຊິຂົນສົ່ງຕູ້ໂຕເອງ ຄັນແມ່ນຢາກໄດ້ຕູ້ຂອງທາງຣົຖໄຟເນາະ ກໍຕ້ອງມາເຊັນສັນຍາວ່າ ໃຊ້ຂອງທາງຣົຖໄຟ ແລ້ວກໍຄ່າໃຊ້ຈ່າຍອິຫຍັງແມ່ນເຮັດອີກສັນຍານຶ່ງ.”
ຜູ້ປະກອບການຂົນສົ່ງສິນຄ້າ ລາວ-ຈີນ ຈໍານວນນຶ່ງກໍຍັງບໍ່ທັນມີແຜນ ທີ່ຈະຂົນສົ່ງສິນຄ້າ ດ້ວຍທາງຣົຖໄຟລາວ-ຈີນ ເພື່ອໄປຍັງນະຄອນຄຸນໝິງ ແລະ ແຂວງອື່ນໆ ຂອງຈີນຍ້ອນວ່າ ການຂົນສົ່ງສິນຄ້າດ້ວຍທາງຣົຖໄຟ ລາວ-ຈີນ ນັ້ນຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນມີການແຍກປະເພດສິນຄ້າ ໃນແຕ່ລະຕູ້ຫາກບໍ່ເຊັ່ນນັ້ນ ຕ້ອງມີຕູ້ສິນຄ້າເປັນຂອງໂຕເອງ ຈຶ່ງຈະສາມາດຂົນສົ່ງສິນຄ້າ ລວມກັນໄດ້ ແຕ່ຕ້ອງໃຊ້ຄ່າໃຊ້ຈ່າຍຫຼາຍ.
ດັ່ງພະນັກງານ ບໍຣິສັດຂົນສົ່ງສິນຄ້າ ລາວ-ຈີນ ທ່ານນຶ່ງກ່າວວ່າ:
“ໂຕທາງຣົຖໄຟຫັ້ນ ຄືເຮົາຕ້ອງຖາມກ່ອນວ່າ ຊິຝາກຫຍັງມານ່າ ເພາະວ່າທາງຣົຖໄຟຫັ້ນ ເຂົາເຈົ້າແຍກປະເພດນ່າຖ້າແມ່ນກົລຈັກ ກະຄືກັນຈັກໝົດຕູ້ເລີຍ ຖ້າເປັນໝາກໄມ້ກາເປັນໝາກໄມ້ໝົດເລີຍ ສ່ວນຫຼາຍເຮົາຈະທາງຣົຖ ຄັນເຄື່ອງລາວໄປຈີນນີ້ ໃຊ້ເວລາປະມານ 10 ປາຍ ຫຼື 20 ປາຍມື້.”
ສ່ວນຜູ້ປະກອບການ ບໍຣິສັດຂົນສົ່ງສິນຄ້າ ລາວ-ຈີນ ກ່າວວ່າ ບໍຣິສັດຂອງຍານາງເອງ ຍັງບໍ່ມີແຜນທີ່ຈະໃຊ້ບໍຣິການຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ເທື່ອ ເນື່ອງຈາກຍັງບໍ່ທັນໄດ້ສຶກສາ ຣາຍລະອຽດຕ່າງໆ ລວມເຖີງຕົ້ນທຶນ ໃນການຂົນສົ່ງ ແລະ ສ່ວນໃຫຍ່ແລ້ວກໍຍັງໃຊ້ການຂົນສົ່ງ ຜ່ານຣົຖບັນທຸກ ຈຶ່ງບໍ່ສາມາດອອກຄຳເຫັນໂຕນີ້ໄດ້.
“ບໍ່ນ່າເຮົາກາບໍ່ຮູ້ຄືກັນ ເພາະວ່າເຮົາບໍ່ເຄີຍສຶກສາ, ໃຊ້ຣົຖຂົນສົ່ງທົ່ວໄປ ເຮົາເປັນຂົນສົ່ງກັບພອນແກ້ວນ່າ.”
ທາງດ້ານຜູ້ປະກອບການ ຂົນສົ່ງສິນຄ້າລະຫວ່າງ ລາວ-ໄທຍ ແລະ ຈີນ ຢູ່ແຂວງຊຽງຮາຍ ປະເທດໄທຍທ່ານນຶ່ງ ກ່າວວ່າ ກ່ຽວກັບການເປີດຂະບວນຣົຖໄຟ ຂົນສົ່ງສິນຄ້າສາກົລ ຊຽງໄຮ້-ຢຸນນານ, ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັ້ນ ທາງບໍຣິສັດຂອງທ່ານ ອາດປັບປ່ຽນແຜນ ໄປໃຊ້ການຂົນສົ່ງຜ່ານ ຂະບວນຣົຖໄຟດັ່ງກ່າວນັ້ນ ແຕ່ຍັງບໍ່ທັນຮູ້ຣາຍລະອຽດ ຢ່າງຈະແຈ້ງ ແລະ ໃນໄລຍະນີ້ ຍັງຂົນສົ່ງສິນຄ້າ ຈາກໄທຍຜ່ານລາວ ໄປຈີນດ້ວຍຣົຖບັນທຸກຢູ່.
ດັ່ງທ່ານໄດ້ກ່າວວ່າ:
(ໄທຍ) “ທ່ານກ່າວວ່າຖ້າມີໂອກາດ ກໍອາດໄປໃຊ້ ແຕ່ຍັງບໍ່ໄດ້ສຶກສາເລີຍ ຄັນມີການໃຫ້ຂໍ້ມູນ ຫຼືຣາຍລະອຽດເພີ່ມຕື່ມ ກໍຈະເປັນການດີ ດຽວນີ້ຍັງຂົນສົ່ງສິນຄ້າ ດ້ວຍຣົຖບັນທຸກຢູ່ ທີ່ເຮັດກັນມາຕາມປົກກະຕິ ແລະຄັນມີບັນຫາ ໃນລະຫວ່າງການຂົນສົ່ງ ກໍມີການແກ້ໄຂບັນຫາ ສະເພາະໜ້າໄປ.”
ທາງດ້ານເຈົ້າໜ້າທີ່ໄທຍ ກໍເຫັນວ່າການເປີດຂະບວນຣົຖໄຟ ຂົນສົ່ງສິນຄ້າສາກົລ ຊຽງໄຮ້-ຢຸນນານ, ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຖືວ່າເປັນຜົລດີ ຕໍ່ການຂົນສົ່ງສິນຄ້າ ລະຫວ່າງໄທຍ, ລາວ ແລະ ຈີນ ເຊິ່ງຈະຊ່ອຍເພີ່ມມູນຄ້າ ການຄ້າຂອງ 3 ປະເທດຫຼາຍຂຶ້ນ. ຍົກໂຕຢ່າງຈະເຮັດໃຫ້ສິນຄ້າ ດ້ານການກະເສດຈາກພາກອີ່ສານ ຂອງໄທຍ ສາມາດຂົນສົ່ງໄປປະເທດຈີນ ໄດ້ຫຼາຍຂຶ້ນໃນອະນາຄົດ.
ດັ່ງທ່ານ ບຸນເພັ້ງ ລາມຄຳ ປະທານຫໍການຄ້າ ແຂວງບຶງການປະເທດໄທຍ ກ່າວວ່າ:
(ໄທຍ) “ ກໍດີຫຼາຍເປັນເສັ້ນທາງທີ່ສົ່ງຜົລດີ ຕໍ່ດ້ານການຄ້າການລົງທຶນ ລະຫວ່າງ 3 ປະເທດ. ຈີນ, ລາວ, ໄທຍ ເປັນເຣື່ອງທີ່ດີສຳລັບໄທຍດ້ວຍ ໂດຍສະເພາະສິນຄ້າ ພາກການກະເສດໃນອະນາຄົດຂ້າງໜ້າ ໂດຍສະເພາະ ເອົາມາເຊື່ອມຕໍ່ທີ່ພາກອີ່ສານ ຖືວ່າເປັນຍຸດທະສາດ ໃໝ່ທີ່ພວກເຮົາຈະເຮັດການຄ້າ ການລົງທຶນລະຫວ່າງຈີນ-ໄທຍ.”
ມີຣາຍງານຕື່ມວ່າ ສໍາລັບຂະບວນຣົຖໄຟ ຈາກມະຫານະຄອນຊຽງໄຮ້ ຫາ ນະຄອນຫຼວງວຽງຈັນຄາດວ່າຈະໃຊ້ໄລຍະເວລາເດີນ ທາງທັງໝົດ ປະມານ 82 ຊົ່ວໂມງ ຫຼື ປະມານເກືອບ 3 ມື້ເຄິ່ງ ເຊິ່ງຂະບວນຣົຖໄຟ ດັ່ງກ່າວແມ່ນໃຊ້ລະບົບລາງຄູ່. ປັດຈຸບັນເສັ້ນທາງຣົຖໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າໄປຍັງຈຸດໝາຍປາຍທາງຕ່າງໆ ໄດ້ແລ້ວປະມານ 27 ລ້ານຕັນ ໃນນັ້ນລວມເຖິງລາວ, ໄທຍ, ວຽດນາມ ແລະ ພະມ້າ ອີກທັງປະເທດຈີນ ໄດ້ເປີດໃຫ້ບໍຣິການຣົຖໄຟ ຂົນສົ່ງສິນຄ້າ ຂ້າມຊາຍແດນ ໃນພື້ນທີ່ຫຼາຍກ່ວາ 25 ມົນທົນແລ້ວ. ອີງຕາມຂໍ້ມູນ ຈາກໜັງສືພິມວຽງຈັນທາມສ໌ ວັນທີ 10 ຕຸລາ 2023.