ພໍ່ຄ້າລາວຊື້ງົວແຂ່ງ ພໍ່ຄ້າຈີນ ບໍ່ໄດ້

ຊາວລາວ ທີ່ຄ້າຂາຍງົວ ຢູ່ ແຂວງໄຊຍະບູຣີ ບໍ່ສາມາດຊື້ງົວ ແຂ່ງກັບ ພໍ່ຄ້າ ຈາກຖິ່ນອື່ນ ທີ່ ຊື້ງົວໄປຂາຍໃຫ້ ຄົນຈີນ ໄດ້.

ຝຸງງົວລ້ຽງ ຢູ່ເມືອງໄຊຍະບູລີ ເພື່ອສົ່ງຂາຍ ໃຫ້ພໍ່ຄ້າງົວ ທັງພາຍໃນ ແລະ ຕ່າງປະເທດ ພາບຈາກ: ວີດີໂອ ພົລເມືອງ

ພໍ່ຄ້າງົວຄົນລາວ ເມືອງໄຊຍະບູຣີ, ເມືອງພຽງ ແຂວງໄຊຍະບູຣີ ປະສົບກັບບັນຫາ ຊື້ງົວບໍ່ໄດ້ຍ້ອນໃຫ້ຣາຄາຕໍ່າ ເຈົ້າຂອງງົວພາກັນ ຖ້າຂາຍໃຫ້ພໍ່ຄ້າ ທັງຢູ່ໃນແຂວງ, ຕ່າງແຂວງ ແລະ ທີ່ມາຈາກຕ່າງປະເທດ ຊຶ່ງເຂົ້າມາຊື້ໃນຣາຄາທີ່ສູງກວ່າ.

ກ່ຽວກັບເຣື່ອງນີ້ ພໍ່ຄ້າງົວເມືອງພຽງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ສິງຫາ ນີ້ວ່າ ຕົນເປັນພໍ່ຄ້າທີ່ຮັບຊື້ງົວ ຈາກຊາວບ້ານໄປ ຂາຍຢູ່ພາຍໃນປະເທດ ເທົ່ານັ້ນ ແຕ່ຕົກມາໃນ ເດືອນກໍຣະກະດາ ແລະ ເດືອນສິງຫາ ນີ້ ມີບັນຫາເຣື່ອງການຊື້ງົວ ຈາກ ປະຊາຊົນ ບໍ່ໄດ້ຍ້ອນພວກເຂົາເຈົ້າພາກັນ ຈົ່ງງົວໄວ້ຂາຍໃຫ້ ພໍ່ຄ້າງົວຕ່າງຖິ່ນ ຈາກແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ວຽດນາມ ທີ່ມາຮັບຊື້ໃນຣາຄາ ທີ່ສູງກວ່າຕົນໃຫ້ ຄືງົວແມ່ສາວໂຕນຶ່ງ ຕົນຊື້ໃນຣາຄາສູງສຸດ 6 ລ້ານປາຍກີບ, ແຕ່ພໍ່ຄ້າຕ່າງຖິ່ນ ທີ່ມາຊື້ສົ່ງໄປ ຂາຍໃຫ້ຈີນ ແມ່ນໃຫ້ຣາຄາສູງກວ່າ ຄືເຖິງ 7 ລ້ານກີບ ດັ່ງທີ່ທ່ານເວົ້າວ່າ:

“ພໍ່ຄ້າມາແຕ່ບ່ອນອື່ນ ຖ້າວ່າມາຊື້ຢູ່ບ່ອນແຂວງເຮົາເນາະ ຊື້ບໍ່ໄດ້ ງົວແມ່ນີ້ ສົມຸດ 6 ລ້ານກີບ ຊື້ບໍ່ໄດ້. ແຕ່ຖ້າໄປຊື້ນໍາປະຊາຊົນນີ້ ບາງເທື່ອ 7 ລ້ານ ເຂົາເຈົ້າ-ພໍ່ຄ້າທ້ອງຖິ່ນ-ກໍຊື້.”

ພໍ່ຄ້າຜູ້ນີ້ເວົ້າຕື່ມວ່າ ງົວ ແຕ່ລະໂຕທີ່ຕົນຮັບຊື້ໄດ້ ແມ່ນຕາມຣາຄາ ທີ່ຕົນໃຫ້ໄດ້ເທົ່ານັ້ນ ຍ້ອນວ່າ ງົວໂຕນຶ່ງຂາຍໄດ້ກໍາໄລຣະຫວ່າງ 50 ພັນກີບ ຫາ 1 ແສນກີບ ເທົ່ານັ້ນ ຄືໄດ້ພໍໃຫ້ ທຸຣະກິດ ດໍາເນີນໄປໄດ້.

ແລະພໍ່ຄ້າງົວ ຢູ່ເມືອງໄຊຍະບູຣີ ກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ຕລາດງົວ ພາຍໃນປະເທດລາວ ມີພໍ່ຄ້າຮັບຊື້-ຂາຍຫຼາຍຂຶ້ນ ເຮັດໃຫ້ການຕໍ່ລອງຣາຄາ ໃນການຊື້ ເພື່ອຂາຍຕໍ່ນັ້ນ ສູງຂຶ້ນ. ປົກກະຕິ ຕົນສາມາດຊື້ ງົວ-ແມ່ລູກ ນໍາຊາວບ້ານໄດ້ຄູ່ລະ 7 ລ້ານກີບ ແຕ່ພໍ່ ຄ້າງົວ ທີ່ມາຮັບຊື້ເພື່ອສົ່ງຂາຍໄປຈີນ ນັ້ນ ຊື້ຄູ່ລະ 8 ລ້ານກີບ:

“ກໍສິມີຄົນມາໃຫ້ຣາຄາ ມີຄົນຈະມາ.. ຣາຄາ ຂ້ອຍກໍສູ້ຣາຄາບໍ່ໄດ້ ຂ້ອຍສົ່ງໄປໃຫ້ເຖົ້າແກ່-ພໍ່ຄ້າງົວ ຣາຍໃຫຍ່ ເຂົາເຈົ້າກໍໄລ່ຣາຄາໃຫ້ ຂ້ອຍຕໍ່າກວ່າຕົ້ນທຶນ ທີ່ຮັບຊື້ງົວມາ ແລ້ວຂ້ອຍກໍ ຊື້ ງົວ ຊາວບ້ານບໍ່ໄດ້ ຂ້ອຍກໍບໍ່ເຫລືອຫຍັງ ແລ້ວຂ້ອຍກໍຊື້ງົວ ຊາວບ້ານບໍ່ໄດ້ ຂ້ອຍກໍບໍ່ຊ່າງສິຊື້ ງົວຊາວບ້ານນີ້.”

ຊາວບ້ານ ທີ່ລ້ຽງງົວ ຢູ່ເມືອງໄຊຍະບູຣີ ເວົ້າວ່າ ສາເຫດທີ່ເຮັດໃຫ້ຕົນຂາຍງົວ ໃຫ້ພໍ່ຄ້າ ທີ່ມາຮັບຊື້ເພື່ອສົ່ງໄປຈີນນັ້ນ ກໍຍ້ອນວ່າໄດ້ ຣາຄາສູງ, ງົວແມ່ສາວ ຂາຍໄດ້ໂຕລະ 4-5 ລ້ານ ກີບ, ແຕ່ເມື່ອພໍ່ຄ້າງົວ ຊື້ໄປລ້ຽງໃນຟາມຂອງເຂົາ ໃຫ້ໄດ້ນໍ້າໜັກຕາມ ມາຕຖານ ຂອງຈີນ ນັ້ນ ຈະຂາຍໄດ້ເຖິງໂຕລະ 7 ລ້ານກີບ:

“ສ່ວນຫຼາຍຈະມີຜູ້ຕໍ່ກໍຕໍ່ ກໍມີເຂົາເຈົ້າມັກຕໍ່ຣາຄາ ຫລຸດຣາຄາຫັ້ນນ່າ ຄັນລົມກັນໄດ້ທໍ່ໃດກໍຂາຍໄປ. ສົມມຸດວ່າງົວແມ່ສາວ ຄົນພາຍໃນ ເຮົານີ້ ຮັບຊື້ປະມານ 4-5 ລ້ານກີບ. ແຕ່ເຂົາ ຢູ່ແກ່ນທ້າວ ຂ້ອຍກໍວ່າສິຈົ່ງໄວ້ໃຫ້ເຂົາເຈົ້າຫັ້ນແຫລະ ເຂົາເຈົ້າກໍວ່າຮັບຊື້ປະມານ 7 ລ້ານກີບ.”

ເວົ້າເຣື່ອງການຊື້ງົວ ຈາກຊາວບ້ານ ຂອງພໍ່ຄ້າງົວທ້ອງຖິ່ນ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງພຽງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 19 ສິງຫາ ນີ້ວ່າ ຈໍານວນນຶ່ງ ບໍ່ໄດ້ເຮັດເອກສານ ຜ່ານທາງການ ຕາມຣະບບຽບຫຼັກການ ໃນການຊື້-ຂາຍງົວ ຢ່າງຖືກຕ້ອງ:

“ຄືເປັນບັນຫາເຣື່ອງ ສ່ວນຫຼາຍເຂົາເຈົ້າບໍ່ມາແລ່ນເຣື່ອງເອກສານ ຫັ້ນແຫຼະ ມີແຕ່ຊື້ແລ້ວ ຢາກລັກເອົາໄວ້ ລອບເອົາໄປ ຄືເປັນ ຄືຜ່ານມາ ມັນບໍ່ໄດ້ ມັນຕ້ອງໄດ້ເຂົ້າສູ່ຣະບຽບ ຫຼັກການ.”

ທ່ານກ່າວຕື່ມວ່າ ສໍາລັບຣາຄາ ຊີ້ນງົວ ທີ່ຂາຍຢູ່ຕລາດໃນເມືືອງພຽງນີ້ ຍັງປົກກະຕິຢູ່ ຄື 70 ພັນກີບ ຕໍ່ກິໂລ ແລະໃນຕໍ່ໜ້າ ຣາຄາ ຈະແພງຂຶ້ນ ຫລືບໍ່ ກໍຍັງບໍ່ສາມາດຄາດຄະເນໄດ້. ແຕ່ເຖິງແນວໃດກໍຕາມ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ຕິດຕາມຢ່າງບໍ່ລົດລະ ຣາຄາຊີ້ນງົວໃນທ້ອງຕລາດ ໃຫ້ຢູ່ໃນຣະດັບປົກກະຕິ.

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ເມືອງພຽງ ທ່ານດຽວກັນນີ້ແລ້ວແມ່ນວ່າ ໃນໄລຍະນີ້ ຜູ້ປະກອບການທຸຣະກິດ ປູກຫຍ້າລ້ຽງງົວ ຈະພາກັນຄ່ອຍໆຊື້ງົວ ນໍາຊາວບ້ານ ເພື່ອນໍາໄປລ້ຽງຕໍ່ ບໍາຣຸງໃຫ້ກິນຫຍ້າ ກິນອາຫານໃຫ້ໄດ້ນໍ້າໜັກ ຕາມມາຕຖານ ແລ້ວສົ່ງອອກໄປຂາຍໃຫ້ຈີນ ໄດ້ຕາມທີ່ຈີນຕ້ອງການ.

ໃນຂນະດຽວກັນ ຢູ່ເມືອງໄຊຍະບູຣີ ຈະບໍ່ຄ່ອຍເຫັນຊີ້ນງົວວາງຂາຍ ໃນຕລາດ ເນື່ອງຈາກງົວຕິດພຍາດຜິວໜັງອັກເສບ ແລະ ເຈົ້າໜ້າທີ່ ສັ່ງຫ້າມຂ້າງົວຊົ່ວຄາວ ອີງຕາມຄໍາເວົ້າຂອງ ຊາວບ້ານ ຢູ່ເມືອງໄຊຍະບູຣີ.

ແຕ່ເຖິງຢ່າງໃດກໍຕາມ ອົງການຂ່າວຊິນຮົວ ຂອງທາງການຈີນ ກໍໄດ້ຣາຍງານວ່າ ຕັ້ງແຕ່ມື້ວັນທີ 28 ເມສາເຖິງ 4 ພຶສພາ 2021, ເມືອງສິງ ແຂວງຫລວງນໍ້າທາ ໄດ້ສົ່ງງົວອອກ ໄປຈີນ ຈໍານວນ 2 ພັນໂຕ, ຕາມໂຄຕ້າ ທີ່ລາວໄດ້ຮັບຈາກ ຈີນ ແມ່ນ ແຕ່ລະປີ ລາວສາມາດສົ່ງງົວ ອອກໄປຂາຍໃຫ້ຈີນ ໄດ້ປີລະ 500,000 ໂຕ ຕາມທ່າແຮງ ແລະ ຄວາມສາມາດ ຂອງຝ່າຍລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org