ລາວ ຍັງມີຣົດເຖື່ອນ ຫຼາຍຢູ່

ທາງການລາວ ຍັງມີຂໍ້ຫຍຸ້ງຍາກ ໃນດ້ານກວດກາຣົດເຖື່ອນ.

ຣົດເຖື່ອນ ທີ່ນໍາເຂົ້າມາຊຸກເຊື່ອງໄວ້ ຢູ່ແຂວງຫຼວງນໍ້າທາ RFA/VD

ເມື່ອຕົ້ນປີ 2017 ຜ່ານມາ ສໍານັກ ນາຍຍົກຣັຖມົນຕຣີ ໄດ້ມີຄໍາສັ່ງ ໃຫ້ກະຊວງການເງິນ, ຕໍາຣວດ ແລະ ແຂວງກວດກາ ແລະ ແກ້ໄຂ ບັນຫາຣົດເຖື່ອນ ທີ່ນໍາເຂົ້າ ແບບບໍ່ຖືກຕ້ອງ ໃນທົ່ວປະເທດ ແຕ່ການກວດກາ ຂອງເຈົ້າໜ້າທີ່ ປະສົບກັບ ຄວາມຫຍຸ້ງຍາກ ຫຼາຍຢ່າງ ໂດຍສະເພາະ ໃນແຂວງບໍຣິຄໍາໄຊ ທີ່ມີຣົດເຖື່ອນ ປະມານ 2 ພັນຄັນ, ດັ່ງເຈົ້າໜ້າທີ່ ຄນະກວດກາຣົດເຖື່ອນ ຜແນກການເງິນ ແຂວງບໍຣິຄໍາໄຊ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ອັນນັນຖືວ່າເຮົາ ດໍາເນີນຕົວເກົ່າຢູ່ ບໍ່ທັນແລ້ວ ມາເບີ່ງສພາບຕົວຈິງຫັ້ນ ຕົວເກົ່າ ເຮົາກໍແກ້ໄຂ ຣັຖທີ່ວ່າ ນໍາເຂົ້າ ມາແລ້ວ ມາເສັຽພາສີ ຣົດ ທີ່ນໍາເຂົ້າ ບໍ່ຖືກຕ້ອງ ຕົວນີ້ ຍັງດໍາເນີນການຢູ່ ແຕ່ວ່າ ລັກເຂົ້າມາໃໝ່ ບໍ່ມີແລ້ວ ມິດງຽບແຫລະ”

ທ່ານອະທິບາຍວ່າ ຄວາມຫຍຸ້ງຍາກຕ່າງໆ ໃນການກວດກາ ຂອງເຈົ້າໜ້າທີ່ ກໍຄື: ບໍ່ຮູ້ວ່າ ຣົດທີ່ຖືກລັກ ເຂົ້າມານັ້ນ ມາຈາກໃສ ເວລາໃດ ບໍ່ຮູ້ກຸ່ມຄົນ ຫຼື ບໍຣິສັດໃດ ເປັນຜູ້ນໍາເຂົ້າ ແລະ ປອມແປງ ເອກສານ ທະບຽນຣົດໃຫ້.

ແລະວ່າ ປ້າຍທະບຽນປອມ ກໍມີຫຼາຍ ທີ່ເຈົ້າຂອງຣົດໃຊ້ ເພື່ອຫລີກຫລ່ຽງ ການກວດກາ ຂອງເຈົ້າໜ້າທີ່ ແລະ ການຈ່າຍພາສີ ຖ້າຈະກວດກາ ປ້າຍທະບຽນຣົດທັງໝົດ ຈະຕ້ອງໃຊ້ເວລາຫຼາຍ ແລະ ຕ້ອງມີເຈົ້າໜ້າທີ່ຫຼາຍຄົນ ຊຶ່ງປັດຈຸບັນ ແຂວງບໍຣິິຄໍາໄຊ ມີເຈົ້າໜ້າທີ່ ກວດກາທັງໝົດ ພຽງ 3 ຄົນເທົ່ານັ້ນ.

ອີກປະການນຶ່ງ ພະນັກງານຣັຖບາງຄົນ ຍັງສົມຮູ້ຮ່ວມຄິດ ກັບກຸ່ມຄົນລັກຣົດເຖື່ອນ ເຂົ້າລາວນໍາອີກ ແລະ ຍັງອໍານວຍ ຄວາມສດວກ ໃຫ້ແກ່ ຄົນກຸ່ມນີ້ ປອມແປງ ເອກສານ ຊື້ຂາຍຣົດ ປອມທະບຽນຣົດໃຫ້ອີກ.

ເມື່ອປີ 2017 ຜ່ານມາ ແຂວງບໍຣິຄໍາໄຊ ຍຶດຣົດນໍາເຂົ້າ ທີ່ບໍ່ຖກຕ້ອງຕາມກົດໝາຍ ໄດ້ 647 ຄັນ ໃນນັ້ນ ເປັນຣົດໃຫຍ່ 174 ຄັນ ແລະ ຣົດຈັກ 473 ຄັນ ສ່ວນຫຼາຍຈະ ຖືກນໍາເຂົ້າຈາກ ປະເທດວຽດນາມ, ໄທ ແລະ ຈີນ. ເຖິງຢ່າງໃດກໍຕາມ ປັດຈຸບັນ ທາງຣັຖບານລາວ ໄດ້ ສັ່ງໃຫ້ ເຈົ້າໜ້າທີ່ ແຕ່ລະແຂວງ ສໍາຣວດ ກວດກາ ຣົດເຖື່ອນ ຢ່າງເຂັ້ມງວດ ດັ່ງເຈົ້າໜ້າທີ່ ກົມພາສີ ກະຊວງການເງິນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ເພາະວ່າ ເພິ່ນນະ ເຂັ້ມຂື້ນຕລອດ ແບບວ່າ ໃຫ້ເລັ່ງ ເຂົ້າສູ່ຣະບຽບກົດໝາຍ ມັນຄັນວ່າບໍເຮັດ ນໍາກັນຈັ່ງຊັ້ນ ແລ້ວ ມັນກໍມີຄວາມສ່ຽງ ບ່ອນວ່າ ການລັກຣົຖເນາະ ເປົ້າໝາຍສູງ ມັນກໍລັກເນາະ ອັນຂາຍຣົຖ ຂາຍລາ ການຂິ້ລັກ ປະເພດຣົຖນີ້ ກໍສິລຸດນ້ອຍຖອຍລົງ ແຕ່ວ່າຊິໃຫ້ໝົດຄືຊິບໍ່ໝົດ.”

ເຖີງຢ່າງໃດກໍຕາມ, ເຈົ້າໜ້າທີ່ທ່ານນີ້ ຍອມຮັບວ່າ ຢາກປາບປາມ ຣົດເຖື່ອນ ໃຫ້ສິ້ນສຸດ ຢ່າງສິ້ນເຊີງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org