ສາຍການບິນລາວ ຕ້ອງປັບປຸງ ເພື່ອຢູ່ລອດ
ໃນປີ 2020 ສາຍການບິນລາວ ລາຍໄດ້ ຫຼຸດລົງຫຼາຍ ເນື່ອງຈາກ ໄດ້ຮັບຜົລກະທົບ ຈາກໂຄວິດ-19 ຂະນະທີ່ ນັກວິຊາການ ເຫັນວ່າ ເຖິງເວລາທີ່ ເໝາະສົມແລ້ວ ຖ້າຫາກຈະມີ ການປັບປຸງ ສາຍການບິນລາວ ຄັ້ງໃຫຍ່ ເພື່ອໃຫ້ສາມາດ ກັບມາແຂ່ງຂັນໄດ້.
-
ພູວົງສ໌
2021-02-20 -
-
-
Your browser doesn’t support HTML5 audio
ໃນປີ 2020 ທີ່ຜ່ານມາ, ຣັຖວິສາຫະກິຈ ການບິນລາວ ຫຼືທີ່ຮູ້ຈັກກັນດີໃນຊື່ “ການບິນລາວ” ທີ່ເປັນສາຍການບິນແຫ່ງຊາຕລາວ ກໍຄືກັບສາຍການບິນແຫ່ງຕ່າງໆໃນທົ່ວໂລກ ພວມຢູ່ໃນສະພາວະ ທີ່ລາຍຮັບຫຼຸດລົງຢ່າງໜັກ ອັນເນື່ອງຈາກໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19.
ຫຼ້າສຸດນີ້, ທ່ານ ຄຳຫຼ້າ ພົມມະວັນ, ຜູ້ອຳນວຍການ ສາຍການບິນລາວ ໄດ້ຖແລງຂ່າວເມື່ອເດືອນ ມົກຣາ 2021 ນີ້ວ່າ ສາຍການບິນລາວ ມີລາຍຮັບປະຈຳປີ ຫຼຸດລົງປະມານ 70% ຈາກທີ່ມີລາຍຮັບ ໃນປີ 2019 ປະມານ 31 ລ້ານໂດລ້າສະຫະຣັຖ ຫຼຸດລົງມາເຫຼືອພຽງ 13 ລ້ານໂດລ້າສະຫະຣັຖ ໃນປີ 2020.
ຕໍ່ສະພາບດັ່ງກ່າວ ແລະ ເພື່ອປະຄັບປະຄອງ ໃຫ້ຜ່ານພົ້ນວິກິຈໂຄວິດ-19 ນັ້ນ, ການບິນລາວ ຈຶ່ງໄດ້ມີນະໂຍບາຍ ໃຫ້ພະນັກງານ ສາມາດລາພັກໄດ້ເຖິງ 15 ມື້ຕໍ່ເດືອນ ແລະ ຫຼຸດຊົ່ວໂມງເຮັດວຽກ ແລະ ຫຼຸດເງິນຄ່າຕອບແທນ ໃນຮູບແບບຕ່າງໆ ຂອງພະນັກງານ ໃນບາງຕຳແໜ່ງ, ທັງກຸ່ມນັກບິນ, ກຸ່ມພະນັກງານບໍຣິການ ເທິງສາຍການບິນ ແລະ ກຸ່ມພະນັກງານພາກພື້ນ ເນື່ອງຈາກຖ້ຽວບິນ ຣະຫວ່າງປະເທດ ຖືກໂຈະເປັນສ່ວນໃຫຍ່, ອີງຕາມແຫຼ່ງຂ່າວຈາກ ສາຍການບິນລາວ.
ໃນຂະນະດຽວກັນ, ນັກສັງເກດການ ດ້ານເສຖກິຈລາວ ໃນປະເທດລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກໍໄດ້ໃຫ້ຄວາມເຫັນ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:
“ເຖິງເວລາແລ້ວ ທີ່ສາຍການບິນລາວ ຄວນຈະຫາວິທີປະຕິຮູບ ຫຼືປັບປຸງໂຕເອງ ໃນທຸກດ້ານ ເພື່ອໃຫ້ສາມາດ ກັບມາແຂ່ງຂັນ ກັບສາຍການບິນຄູ່ແຂ່ງ ໃນເຂດພາກພື້ນ ແລະ ສາມາດສ້າງກຳລັຍ ໃນອະນາຄົດໄດ້ ເນື່ອງຈາກໄລຍະຜ່ານມາ ມັກຈະປະສົບ ກັບບັນຫາ ການຂາດທຶນສະສົມ ຈົນເປັນພາຣະ ດ້ານງົບປະມານ ຂອງປະເທດ ມາຫຼາຍປີແລ້ວ.”
ນອກຈາກນີ້, ນັກສັງເກດການ ດ້ານເສຖກິຈລາວ ອີກທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຣັຖບານລາວ ຮັບຮູ້ບັນຫາ ຂອງການບິນລາວ ຢ່າງດີ ແລະ ມີຄວາມພະຍາຍາມປັບປຸງ ການບິນລາວ ມາຕລອດ, ແຕ່ກໍຍັງບໍ່ທັນ ປະສົບຜົລສຳເຣັດເທື່ອ. ແຕ່ຖ້າຈະປັບປຸງແທ້, ກໍຄວນຫັນໃຫ້ເປັນຮູບແບບທຸຣະກິຈ ແລະ ມີການປັບປຸງການຈັດຕັ້ງ ທີ່ເປັນມືອາຊີພ ແລະ ທຳການວິຈັຍບັນຫາ ໃຫ້ຖືກຈຸດ.
“ບໍຣິຫານເກີນອັດຕຣາທີ່ກຳນົດ ມັນກະໄປຍາກແຫຼະ ທຸຣະກິຈນ່າ. ເອີ່, ມັນມີບັນຫາບ່ອນວ່າ ບໍ່ແມ່ນນັກທຸຣະກິຈ ໄປບໍຣິຫານ. ເອີ່, ຄັນວ່າປັບປຸງໄປແບບຮູບແບບທຸຣະກິຈ ມັນກະໄດ້ຫັ້ນແຫຼະ. ອັນນີ້ເພິ່ນກະປັບປຸງຢູ່, ແຕ່ວ່າຄັນມາປັບປຸງ ມັນຕ້ອງເຮັດຫຼາຍຢ່າງ ເວົ້າຄວາມຊື່. ມັນຕ້ອງໄດ້ເຮັດບົດສຶກສາໃໝ່ ບົດສຶກສາຄວາມເປັນໄປໄດ້ໃໝ່, ເຈົ້າວ່າເຈົ້າເປັນຫຍັງ ເຈົ້າຮູ້ຈັກຈຸດດ້ອຍຂອງມັນ ເຈົ້າຈະຕ້ອງໄດ້ວິເຄາະ ວິຈັຍທຸກຢ່າງຕົ່ວ ຈັ່ງໄດ້.”
ຊາວລາວທີ່ເຄີຍໃຊ້ບໍຣິການ ສາຍການບິນ ຍັງເຫັນວ່າ ການບິນລາວ ຄວນປັບປຸງລາຄາຄ່າໂດຍສານຄືນໃໝ່ ໃຫ້ມີລາຄາທີ່ເໝາະສົມ ແລະ ສາມາດແຂ່ງຂັນກັບຄູ່ແຂ່ງໄດ້ ເພື່ອດຶງດູດໃຫ້ຄົນລາວ ທີ່ມັກໄປໃຊ້ບໍຣິການ ສາຍການບິນທີ່ປະເທດໄທຍ ຫັນມາໃຊ້ບໍຣິການ ສາຍການບິນ ພາຍໃນປະເທດໃຫ້ຫຼາຍຂຶ້ນ, ໂຕຢ່າງວ່າ ລາຄາຄ່າໂດຍສານເຮືອບິນ ເສັ້ນທາງຣະຫວ່າງ ວຽງຈັນ-ບາງກອກ-ວຽງຈັນ ເພື່ອໃຫ້ສາມາດແຂ່ງຂັນກັບ ເສັ້ນທາງຣະຫວ່າງ ອຸດອນ-ບາງກອກ-ອຸດອນ.
“ຄືສົມມຸດວ່າ ອຸດອນໄປພຸ້ນເນາະ ຢູ່ພຸ້ນ 1,200 ບາທ ໄປ, ຂາໄປຢ່າງດຽວ. ຖ້າຢູ່ລາວ ກະໜ້າຈະ 2,000 ປາຍ. ແມ່ນ, ໃຊ້ຫຼາຍ ສ່ວນຫຼາຍເຂົາເຈົ້າຊິເອົາຣົດໄປເອງ ເຂົາເຈົ້າເອົາຣົດໄປຝາກຢູ່ສາຍການບິນ ຢູ່ອຸດອນ. ສາຍການບິນເຂົາມັນຫຼາຍກວ່າເຮົາ, ຖ້ຽວຍົນເຂົາ ມັນຫຼາຍກວ່າຖ້ຽວບ້ານເຮົາ.”
ໃນຄວາມເປັນຈິງແລ້ວ, ນັບແຕ່ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ໄດ້ມາດຳຣົງຕຳແໜ່ງນາຍົກຣັຖມົນຕຣີ ໃນປີ 2016 ກໍມີຄວາມພະຍາຍາມ ທີ່ຈະປັບປຸງ ຣັຖວິສາຫະກິຈ ການບິນລາວ ມາໂດຍຕລອດ ເຖິງວ່າຈະບໍ່ໄດ້ຣະບຸວ່າ ຣັຖວິສາຫະກິຈ ການບິນລາວ ມີຍອດສະສົມການຂາດທຶນ ຈຳນວນຫຼາຍເທົ່າໃດ. ໂຕຢ່າງທີ່ຈະແຈ້ງທີ່ສຸດ ໃນຄວາມພະຍາຍາມທີ່ ທີ່ຈະປັບປຸງ ຣັຖວິສາຫະກິ ການບິນລາວ ສະແດງອອກຢູ່ໃນບົດຣາຍງານ ຈາກກອງປະຊຸມ ຣັຖບານເປີດກວ້າງຄັ້ງທີ 1 ເມື່ອເດືອນກັນຍາ ປີ 2017 ທີ່ໄດ້ຣະບຸວ່າ:
“ຣັຖບານລາວ ຈະສືບຕໍ່ປັບປຸງ ຫຼື ປະຕິຮູບ ບັນດາຣັຖວິສາຫະກິຈ ທີ່ເຄື່ອນໄຫວບໍ່ມີປະສິດທິຜົລ ຫຼື ມີປະສິດທິຜົລຕ່ຳ, ເປັນຕົ້ນແມ່ນຣັຖວິສາຫະກິຈ ການບິນລາວ. ການປັບປຸງຣັຖວິສາຫະກິຈ ທີ່ວ່ານັ້ນ ສາມາດເຮັດ ໃນຫຼາຍຮູບການ ຕາມຈຸດພິເສດ ແລະ ສະພາບຄວາມເປັນຈິງ ຂອງວິສາຫະກິຈ ເຊັ່ນ: ຍົກຣະດັບຄວາມຮູ້ຄວາມສາມາດ ຂອງຜູ້ບໍຣິຫານ ແລະ ພະນັກງານ, ການປັບປຸງຄະນະບໍຣິຫານ ທີ່ເຮັດວຽກບໍ່ມີປະສິດທິຜົລ ຫຼື ກ້າວໄປສູ່ການນຳໃຊ້ຜູ້ບໍຣິຫານ ມືອາຊີພ, ຫັນຣັຖວິສາຫະກິຈ ໄປສູ່ຮູບການລົງທຶນ ຫຼື ສັນຍາຈ້າງບໍຣິຫານ ທີ່ມີປະສິດທິຜົລ ຫຼື ຫັນໄປສູ່ຮູບກັມມະສິດອື່ນ, ແຕ່ຕ້ອງໄດ້ຄົ້ນຄວ້າວິຈັຍ ແລະ ຊັ່ງຊາໃຫ້ເລິກເຊິ່ງ ແລະ ຮອບຄອບ ເພື່ອບໍ່ໃຫ້ຣັຖບານ ເສັຽຜົລປໂຍດ ພ້ອມທັງ ໃຫ້ການປັບປຸງ ສອດຄ່ອງກັບທິດທາງ ແລະ ເປົ້າໝາຍການພັທນາປະເທດ ໃນໄລຍະຍາວ.”
ເມື່ອເດືອນມິຖຸນາ ປີ 2017 ນັ້ນເອງ, ທ່ານ ຈະເລີນ ເຢັ່ຽປ່າວເຮີ້, ຣັຖມົນຕຣີປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ທັງເປັນໂຄສົກຣັຖບານ ກໍໄດ້ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນວ່າ ຣັຖບານລາວ ພວມຢູ່ໃນຣະຫວ່າງ ຊອກຫາຜູ້ລົງທຶນ ທີ່ຈະມາຮ່ວມລົງທຶນກັບສາຍການບິນລາວ ແລະ ມີຄວາມເປັນໄປໄດ້ວ່າ ຖ້າມີການຮ່ວມທຶນ ແບບແບ່ງປັນຫຸ້ນສ່ວນ ຂອງຊັພສິນ, ຣັຖບານລາວ ຈະຂາຍຫຸ້ນຈຳນວນ 30% ຂອງມູລຄ່າຊັພສິນທັງໝົດ ໃຫ້ກັບຜູ້ລົງທຶນ.
ເຖິງຢ່າງໃດກໍຕາມ, ຂ່າວຄາວອັນຫຼ້າສຸດ ກ່ຽວກັບຄວາມພະຍາຍາມ ທີ່ຈະສະສາງບັນຫາ ຫຼືປັບປຸງ ຣັຖວິສາຫະກິຈ ການບິນລາວ ໃຫ້ມີປະສິດທິຜົລນັ້ນ, ໃນປີ 2018 ສື່ມວນຊົນລາວ ໄດ້ສເນີຂ່າວ ໂດຍອ້າງອີງແຫຼ່ງຂ່າວ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ:
“ຄນະກັມມະການ ປັບປຸງວິສາຫະກິຈ ການບິນລາວ ໄດ້ໂອ້ລົມກັບ ນັກລົງທຶນຈາກປະເທດຈີນ, ເກົາຫຼີໃຕ້ ແລະ ໄທຍ ທີ່ສົນໃຈຈະ ຮ່ວມລົງທຶນ ກັບສາຍການບິນລາວ, ແຕ່ເນື່ອງຈາກຍັງພົບບາງບັນຫາ ຈຶ່ງຍັງບໍ່ສາມາດບັນລຸຂໍ້ຕົກລົງ ທີ່ຈະເລືອກຜູ້ທີ່ຈະມາຮ່ວມ ລົງທຶນໄດ້. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ໄດ້ຜູ້ລົງທຶນຮ່ວມທີ່ດີທີ່ສຸດນັ້ນ, ຣັຖບານລາວ ຍັງເປີດປະຕູຕ້ອນຮັບ ຜູ້ທີ່ຈະມາຮ່ວມ ລົງທຶນຢູ່ຕລອດເວລາ.”
ແຕ່ໃນຄວາມເປັນຈິງ, ຜ່ານໄປເປັນເວລາ 3 ປີ ແລະເກືອບ 4 ປີແລ້ວ, ຂ່າວຄາວເຣື່ອງການປະຕິຮູບ, ການປັບປຸງ ຫຼືການຊອກຫາ ຜູ້ລົງທຶນຮ່ວມ ຈາກຕ່າງປະເທດ ທີ່ຈະເຂົ້າມາລົງທຶນ ຮ່ວມກັບສາຍການບິນລາວ ກໍມິດງຽບໄປ ຈົນເທົ່າສູ່ມື້ນີ້.