ການເຂົ້າສູ່ປະຊາຄົມອາຊຽນ ຂອງ ລາວ
ສປປລາວ ຍັງ ມີບັນຫາ ທ້າທາຍ ຫຼາຍຢ່າງ ໃນການ ທີ່ ຈະກ້າວ ເຂົ້າສູ່ ປະຊາຄົມ ອາຊຽນ.
-
ສົມເນ
2015-02-09 -
-
-
Your browser doesn’t support HTML5 audio
ກອງ ປະຊຸມ ສົນທະນາ ກ່ຽວກັບ ເສຖກິຈ ທີ່ ຈັດຂື້ນ ຢູ່ ນະຄອນ ຫຼວງ ວຽງຈັນ ເມື່ອ ວັນສຸກ ວັນທີ 6 ກຸມພາ ພາຍໃຕ້ ຫົວຂໍ້ “ສິ່ງ ທ້າທາຍ ຕ່າງໆ ໃນການ ກ້າວ ເຂົ້າສູ່ ການ ເຊື່ອມ ໂຍງ ພາກພື້ນ”. ທາງການ ລາວ ແລະ ຄູ່ຮ່ວມ ພັທນາ ຂອງລາວ ໃຫ້ ທັສນະ ວ່າ ສປປລາວ ຍັງມີ ບັນຫາ ທ້າທາຍ ຫຼາຍຢ່າງ ທີ່ ຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ ຢ່າງ ຮີບດ່ວນ ບໍ່ວ່າຈະ ເປັນ ບັນຫາ ຂາດ ແຮງງານ ທີ່ ມີສີມື, ບັນຫາ ການ ບໍ່ເຄົາຣົບ ຣະບຽບ ກົດໝາຍ ໃນການ ດຳເນີນ ທຸຣະກິຈ, ບັນຫາ ຄວາມ ບໍ່ໂປ່ງໃສ, ແລະ ບັນຫາ ການສໍ້ຣາສ ບັງຫຼວງ ດັ່ງ ເຈົ້າ ໜ້າທີ່ ຣະດັບສູງ ໄດ້ ກ່າວວ່າ:
"ເຮົາເຫັນ ສະພາບ ຄວາມ ເປັນຈິງ ແຮງງານ ທີ່ ມີສີມື ບໍ່ຄ່ອຍມີ ແຮງງານ ຕ່ຳ ແຕ່ວ່າ ພັດຄ່າ ແຮງງານ ພັດ ເພີ້ມຂຶ້ນ. ລະ ພວກເຮົາ ຍັງ ເຫັນວ່າ ຣະບຽບ ການ ຄວາມຄຸມ ໃນການ ສົ່ງເສີມ ທຸຣະກິຈ ຂອງ ພວກເຮົາ ຍັງມີ ຄວາມ ສັບສົນ ແລະ ການ ຈັດຕັ້ງ ປະຕິບັດ ກົດໝາຍ ກະຍັງບໍ່ ແຂງແຮງ. ເຣື້ອງ ຄວາມ ໂປ່ງໃສ Transparency Governance ກ່ຽວກັບ ເຣື້ອງ Corruption ກະຍັງ ເຫັນວ່າ ຍັງບໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດ ຢ່າງ ເຂັ້ມງວດ".
ນັກຊ່ຽວຊານ ແລະ ນັກ ຄົ້ນຄວ້າ ຈາກ ມະຫາ ວິທຍາໄລ ປະເທດ ຝຣັ່ງ ໃຫ້ ທັສນະ ຕື່ມວ່າ ການ ຈະກ້າວ ເຂົ້າສູ່ ປະຊາຄົມ ເສຖກິຈ ອາຊຽນ ແລະ ການ ເຊື່ອມໂຍງ ໃນພາກພື້ນ ອາຊີ ຂອງ ສປປລາວ ອາຈ ເຮັດໃຫ້ ປະຊາຊົນ ລາວ ຈຳນວນ ບໍ່ໜ້ອຍ ສູນເສັຽ ຜົນ ປໂຍດ ດັ່ງທ່ານ ກ່າວ:
"ມີໃຈ ຄວາມວ່າ: ຄົນລາວ ສ່ວນໃຫຍ່, ໂດຍ ສະເພາະ ແມ່ນ ກຸ່ມຄົນ ທີ່ ຢູ່ ຊົນນະບົດ, ຊາວບ້ານ ແລະ ກຸ່ມຄົນ ຊົນເຜົ່າ ນ້ອຍ ຈະເປັນຜູ້ ເສັຽຜົນ ປໂຍດ ຕົວຈິງ ຍ້ອນວ່າ ມັນ ເປັນທີ່ ປະຈັກຕາ ແລ້ວວ່າ ປະເທດ ລາວ ບໍ່ສາມາດ ແຂ່ງຂັນ ກັບ ບັນດາ ປະເທດ ເພື່ອນບ້ານ ໄດ້".
ກອງປະຊຸມ ເທື່ອນີ້ ມີນັກ ຄົ້ນຄວ້າ ຮັບເຊີນ ຈາກ ມະຫາ ວິທຍາໄລ ປະເທດ ຝຣັ່ງ, ຕົວແທນ ທະນາຄານ ພັທນາ ເອເຊັຽ ແລະ ທະນາຄານ ໂລກ, ມະຫາ ວິທຍາໄລ ແຫ່ງຊາດ ລາວ, ແລະ ທ່ານ ມິນ ຟາມ, ຜູ້ແທນ ປະຈຳການ ອົງການ ສະຫະ ປະຊາຊາດ ເພື່ອ ການພັທນາ ປະຈຳ ປະເທດ ລາວ ເຂົ້າຮ່ວມ.