ລາວຮັບເງິນກູ້ຈາກຍີ່ປຸ່ນ

ເຈົ້າຫນ້າທີ່ ລາວ ເວົ້າວ່າ ເງີນກູ້ ຈາກ ຍີ່ປຸ່ນ ຈະໃຊ້ ໃນການ ປັບປຸງ ສນາມບິນ ວັດໃຕ ແລະ ໃນໂຄງການ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ.

ສນາມບິນນາໆຊາດ ວັດໄຕ ໄດ້ຮັບທຶນ ຈາກປະເທດຍີ່ປຸ່ນ ເພື່ອປັບປຸງ ຂຍາຍອອກ ໃຫ້ເຖິງຣະດັບ ສາກົນ Photo Gallery Vientiane Airport

 

ໂດຍຜ່ານທາງອົງການຊ່ອຍເຫລືອໃຈກ໊າ ຣັຖບານຍີ່ປຸ່ນ ໄດ້ອະນຸມັດ ເງິນກູ້ໃຫ້ແກ່ ສປປລາວ 95.44 ລ້ານໂດລາ ສະຫະຣັດ ເພື່ອໃຊ້ໃນ ການປັບປຸງ ສນາມບີນວັດໃຕ ແລະໃນໂຄງການຫລຸດຜ່ອນຄວາມທຸກ ຍາກໃນລາວ ຫລາຍໂຄງການ.

ເງິນກູ້ສ່ວນໃຫຍ່ ຈະໃຊ້ໃນການຂຍາຍ ຕຶກຜູ້ໂດຍສານ ທີ່ສນາມບີນ ນານາຊາດວັດໃຕ ມີພຽງແຕ່ 5 ລ້ານໂດລາ ເທົ່ານັ້ນທີ່ຈະໃຊ້ໃນໂຄງ ການ ຫລຸດຜ່ອນ ຄວາມທຸກ ຍາກຂອງຊາວລາວ.

ຂໍ້ຕົກລົງດັ່ງກ່າວ ໄດ້ລົງນາມກັນ ໃນມື້ວັນສຸກ ຜ່ານມາ ທີ່ນະຄອນ ຫລວງວຽງຈັນ ຣະຫວ່າງ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ກະ ຊວງການເງິນ ສປປລາວ ກັບ ຕົວແທນອົງການໃຈກ໊າ ປະຈຳລາວ ທ່ານ ໂກຊີ ຕາເກະ.

ສນາມບິນວັດໃຕ ເປັນສນາມບິນນານາຊາດ ແຫ່ງທຳອິດ ທີ່ສຳຄັນ ໃນລາວ ເລີ້ມແຕ່ການກໍ່ສ້າງມາ ຣັຖບານລາວໄດ້ຮັບເງິນຈາກຫຼາຍປະເທດ ໃນການຍົກຣະດັບ ສນາມບິນດັ່ງກ່າວນີ້.

ໂຄງການຂຍາຍສນາມບິນ ແລະຕຶກອາຄານຜູ້ໂດຍສານ ກໍເພື່ອຮອງ ຮັບນັກທ່ອງທ່ຽວ ທີ່ຈະເພີ້ມຂຶ້ນໃນອະນາຄົດ ແລະ ເພື່ອຍົກຣະດັບຄວາມ ປອດພັຍ ໃນສນາມບິນ ແລະການເຂົ້າອອກ ຂອງຜູ້ໂດຍສານ ທັງຖ້ຽວບິນພາຍໃນແລະສາກົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org