ສັມພາດເຈົ້າຂອງບໍຣິສັດ ຊອກວຽກ
ຄົນງານລາວ ຫຼາຍຄົນ ທີ່ໄປ ເຮັດວຽກ ຢູ່ ປະເທດ ເພື່ອນບ້ານ ຍັງຂາດ ຄວາມຮູ້ ແລະ ເຂົ້າໃຈ ເຣື້ອງ ຊອກຫາ ວຽກເຮັດ ງານທໍາ, ໂດຍຜ່ານ ບໍຣິສັດ ຈັດຫາ ວຽກງານ.
-
ສົມເນ
2015-08-03 -
-
-
ຄົນງານລາວ ທີ່ຂ້າມໄປ ລົງທະບຽນ ຊອກຫາ ວຽກເຮັດ ງານທໍາ ຢູ່ ປະເທດໄທ
Citizen Journalist
Your browser doesn’t support HTML5 audio
ຄົນງານລາວ ຫຼາຍຄົນ ທີ່ ໄປ ເຮັດວຽກ ຢູ່ ປະເທດ ເພື່ອນບ້ານ ຍັງຂາດ ຄວາມຮູ້ ແລະ ເຂົ້າໃຈ ເຣື້ອງ ຊອກຫາ ວຽກເຮັດ ງານທໍາ, ໂດຍຜ່ານ ບໍຣິສັດ ຈັດຫາ ງານທໍາ ທີ່ ໜ້າເຊື່ອຖື ໄດ້. ສ່ວນຫລາຍ ແລ້ວ ພາກັນ ໄປເອງ ແບບຜິດ ກົດໝາຍ, ຈຶ່ງ ຕົກຢູ່ໃນ ຄວາມສ່ຽງ ທີ່ຈະເປັນ ເຫຍື່ອ ຂອງ ການຂູດຮີດ ຈາກ ນາຍຈ້າງ ຫລື ບາງ ກໍຣະນີ ຖືກ ກຸ່ມ ຄ້າມະນຸດ ຕົວະຍົວະ ໄປຂາຍ ຕໍ່. ສົມເນ ໄດ້ ນໍາເອົາ ການ ສັມພາດ ຍານາງ ວຽງໄຊ ເຈົ້າຂອງ ບໍຣິສັດ ໄຊຍາ ບໍຣິການ ຈັດຫາງານ ຈໍາກັດ ມາສະເໜີ ທ່ານ ໃນ ອັນດັບ ຕໍ່ໄປ.