ສໍາພາດ ຮອງຣັຖມົນຕຼີ ກະຊວງ ໂຍທາທິການ ແລະ ຂົນສົ່ງ

ທາງການລາວ ກໍາລັງສລຸບ ຄ່າຊົດເຊີຍ ໃຫ້ ປະຊາຊົນ ທີ່ ຖືກຜົນກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ.

ການກໍ່ສ້າງທາງຣົດໄຟ ລາວ-ຈີນ RFA

ປັດຈຸບັນ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ກໍາລັງດໍາເນີນໄປ ໃນຂນະທີ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບ ກໍຍັງລໍຖ້າ ຄ່າຊົດເຊີຍນັ້ນຢູ່ ແລະ ປະຊາຊົນ ຕ່າງກໍມີຄໍາຖາມວ່າ ເປັນຫຍັງ ການຈ່າຍຄ່າຊົດເຊີຍ ຈຶ່ງໃຊ້ເວລາດົນແທ້, ໃນການຄິດໄລ່ຄ່າຊົດເຊີຍ ມີຫຍັງແດ່, ມີ ຄວາມຄືບໜ້າໄປຮອດໃສແລ້ວ.

ກ່ຽວກັບເລື້ອງນີ້, ຂ້າພະເຈົ້າໄດ້ມີໂອກາດ ສໍາພາດ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະ ທັງເປັນຫົວໜ້າຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນວັນທີ 2 ມີນາ ຜ່ານມາ. ຣາຍລະອຽດຈະເປັນ ແນວໃດ, ໃຫ້ທ່ານໄປ ຟັງເບິ່ງ.

ປັດຈຸບັນ ທາງຣັຖບານຄາດວ່າ ຈະມີການປະກາດເລື້ອງຄ່າຊົດເຊີຍ ພາຍໃນເດືອນນີ້ ຫລື ເດືອນເມສາ. ອີງຕາມ ທ່ານ ລັດຕະນະມະນີ, ຂັ້ນຕອນການຈ່າຍ ຄ່າຊົດເຊີຍຕ້ອງໄດ້ຜ່ານ ສະພາປະຊາຊົນ ຂັ້ນແຂວງຮັບຮອງເອົາ, ແລະຍື່ນໃຫ້ເຈົ້າແຂວງຮັບຮອງ ຫລັງຈາກນັ້ນ ເຈົ້າແຂວງ ກໍຍື່ນໃຫ້ຄນະຄຸ້ມຄອງ ໂຄງການທາງຣົດໄຟ ແລ້ວ ຄນະຄຸ້ມຄອງໂຄງການ ກໍຍື່ນຕໍ່ໃຫ້ຣັຖບານ ເພື່ອປະກາດອັດຕາຄ່າຊົດເຊີຍ ຢ່າງເປັນທາງການ.

ໂຄງການທາງລົດໄຟລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ມູນຄ່າການລົງທຶນ ປະມານ 6 ຕື້ ໂດລາ ຣັຖບານລາວ ຖືຮຸ້ນ ປະມານ 30 ເປີເຊັນ ແລະ ຈີນ ຖືຮຸ້ນປະມານ 70 ເປີເຊັນ ກໍານົດເວລາສໍາເລັດໂຄງການ ໃນປີ 2021. ມີປະຊາຊົນໄດ້ຮັບ ຜົນກະທົບ ຈາກໂຄງການ ດັ່ງກ່າວ ປະມານ 4,000 ຄອບຄົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org