ສັມພາດທ່ານວິຣະພົນ ວິຣະວົງ (ຕໍ່/ຈົບ)
ທ່ານ ວິຣະພົນ ວີຣະວົງ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ຕອບ ຂໍ້ຂ້ອງໃຈ ຕໍ່ ສື່ມວນຊົນ ໃນຫລາຍ ບັນຫາ ກ່ຽວກັບ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ພາຍຫລັງ ກອງປະຊຸມ ຄະນະ ຣັຖມົນຕຣີ ກັມມາທິການ ແມ່ນໍ້າຂອງ ຢູ່ ບາງກອກ.
-
ສົມເນ
2014-07-09 -
-
-
ທ່ານ ວິຣະພົນ ວີຣະວົງ ພາຍຫລັງ ກອງປະຊຸມ ຄນະຣັຖມົນຕຣີ ກັມມາທິການ ແມ່ນໍ້າຂອງ ຢູ່ບາງກອກ ໄດ້ສິ້ນສຸດລົງ ວັນທີ 27 ມິຖຸນາ 2014
RFA
Your browser doesn’t support HTML5 audio
ຫລັງຈາກ ກອງປະຊຸມ ຄະນະ ຣັຖມົນຕຣີ ກັມມາທິການ ແມ່ນໍ້າຂອງ ຢູ່ ບາງກອກ ໄດ້ ສິ້ນສຸດລົງ ເມື່ອ ຕອນບ່າຍ ຂອງ ວັນທີ 27 ມິນາ ຮອງ ຣັຖມົນຕຣີ ພະລັງງານ ແລະ ບໍ່ແຮ່ ຈາກ ສສປ ລາວ ທ່ານ ວີຣະພົນ ວີຣະວົງ ໄດ້ ກາຍເປັນ ຈຸດສູນກາງ ຂອງ ນັກຂ່າວ ຈາກຫລາຍ ສໍານັກ ໃນ ປະເທດໄທ ແລະ ຈາກ ປະເທດ ອື່ນໆ ທີ່ລໍຖ້າ ສັມພາດ ກ່ຽວກັບ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ໂຄງການ ເຂື່ອນ ໄຊຍະບູຣີ ທີ່ ກໍາລັງ ກໍ່ສ້າງຢູ່ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ໃນ ອະນາຄົດ ຕລອດ ຮອດທ່າທີ ຂອງ ສປປລາວ ຕໍ່ການ ຕັດສິນ ຂອງ ສານ ປົກຄອງ ສູງສຸດ ຂອງໄທ ທີ່ຮັບເອົາ ຄໍາຟ້ອງ ຂໍ້ທີ່ 3 ຂອງ ປະຊາຊົນ ໄທ ກ່ຽວກັບ ຜົນກະທົບ ຈາກ ເຂື່ອນ ໄຊຍະບູຣີ ຕໍ່ ພົລເມືອງ ຢູ່ທາງໃຕ້ ເຂື່ອນ ຊຶ່ງອາດ ມີ ຜົນກະທົບ ຕໍ່ສັນຍາ ຊື້-ຂາຍ ໄຟຟ້າ ແລະ ຕໍ່ການ ສ້າງ ເຂື່ອນ ໃນ ອະນາຄົດ.