ຂແນງການບໍຣິການ, ຮ້ານອາຫານ ປັບຂຶ້ນລາຄາ ຕາມອັດຕຣາເງິນເຟີ້

ສລຸບຜົລໄດ້ຮັບການຈັດຕັ້ງປະຕິບັດ ເຄື່ອງມືນະໂຍບາຍ ເງິນຕຣາ ເພື່ອແກ້ໄຂບັນຫາ ການເພີ່ມຂຶ້ນຂອງອັດຕຣາເງິນເຟີ້, ແກ້ໄຂຄວາມຜັນຜວນ ຂອງອັດຕຣາແລກປ່ຽນ ເຊິ່ງການປະຕິບັດກົດໝາຍ ເພື່ອຄຸ້ມຄອງເງິນຕຣາຕ່າງປະເທດ ແລະຄົ້ນຄ້ວາມາຕການຄຸ້ມຄອງເງິນຕຣາ ຕ່າງປະເທດໃຫ້ເຂົ້າສູ່ລະບົບ.

ຜູ້ໂດຍທີ່ໃຊ້ບໍຣິການ ຣົຖຕຸກໆທີ່ຕລາດແຫ່ງນຶ່ງ ທີ່ແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023. RFA

ເມື່ອທ້າຍເດືອນທັນວາປີ 2023 ຜ່ານມາຄະນະກັມມະການນະໂຍບາຍ ເງິນຕຣາໄດ້ຣາຍງານສລຸບຜົລໄດ້ຮັບການຈັດຕັ້ງປະຕິບັດ ເຄື່ອງມືນະໂຍບາຍ ເງິນຕຣາເພື່ອແກ້ໄຂບັນຫາ ການເພີ່ມຂຶ້ນຂອງອັດຕຣາເງິນເຟີ້, ແກ້ໄຂຄວາມຜັນຜວນ ຂອງອັດຕຣາແລກປ່ຽນ.

ໂດຍປີ 2024 ເປັນປີທີ່ທ້າຍບໍ່ແຕກຕ່າງ ຈາກປີຜ່ານມາ ເປັນຕົ້ນຈະສືບຕໍ່ດໍາເນີນນະໂຍບາຍເງິນຕຣາໃນທິດທາງຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕຣາແລກປ່ຽນ ສະຫງົບບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້, ຄວບຄຸມອັດຕຣາເງິນເຟີ້ ໃຫ້ບໍ່ເກີນລະດັບ 9% ໃນທ້າຍປີ 2024 ເພື່ອໃຫ້ໄປຕາມກົນໄກຕລາດ ທີ່ມີການຄຸ້ມຄອງ ຂອງຣັຖຢ່າງມີປະສິດທຜົລ ໃນນີ້ຈະສືບຕໍ່ປະຕິບັດກົດໝາຍ ຄຸ້ມຄອງເງິນຕຣາຕ່າງປະເທດ ແລະຄົ້ນຄ້ວາມາຕການຄຸ້ມຄອງເງິນຕຣາ ຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານ ຫຼາຍຂຶ້ນເພື່ອຊ່ອຍອັດຕຣາແລກປ່ຽນ ມີຄວາມສະຖຽນ ແລະຫຼຸດຜ່ອນແຮງກົດດັນ ຕໍ່ອັດຕຣາເງິນເຟີ້.

ໃນເດືອນມົກຣາ 2024 ອັດຕຣາເງິນເຟີ້ຢູ່ລະດັບ 24.4% ໂດຍສະເພາະແມ່ນກຸ່ມໂຮງແຮມ, ຮ້ານອາຫານ ເພີ່ມຂຶ້ນເກືອບ 40% ແລະ ບັນດາສິນຄ້າທີ່ນຳເຂົ້າ ສ່ວນໃຫຍ່ກໍມີລາຄາແພງ ນໍາດ້ວຍຍ້ອນອີງໃສ່ອັດຕຣາ ແລກປ່ຽນຂອງຕ່າງປະເທດ ເພາະທຸກຢ່າງຂຶ້ນຢູ່ທີ່ຣັຖບານ ທີ່ຈະເຂົ້າມາແກ້ໄຂ.

ດັ່ງເຈົ້າໜ້າທີ່ ການຄ້າທີ່ຂໍສງວນຊື່ ແລະຕໍາແໜ່ງ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ ນີ້ວ່າ:

“ຍ້ອນສິນຄ້າສ່ວນຫຼາຍນີ້ ກໍມີແຕ່ນໍາເຂົ້າມາແຫຼະຈໍານວນໜຶ່ງ ເຮົາກໍຜລິດບໍ່ໄດ້ຍັງນໍາເຂົ້າຈາກປະເທດເພື່ອນບ້ານ. ຍົກໂຕຢ່າງນໍ້າມັນເນາະ ເຮົາເຮັດບໍ່ໄດ້ເດ້ເຂົາໄດ້ເງິນກີບ ພັດເຂົາໄປຊື້ນໍ້າມັນ ມາເຂົາຕ້ອງໄປແລກປ່ຽນເປັນເງິນຕຣາ. ມັນໄປຊອກຊື້ເງິນຕຣາ ແລ້ວແມ່ນຊອກຍາກຫັ້ນນ່າ. ມີແຕ່ອີງໃສ່ຂັ້ນເທິງພຸ້ນເພິ່ນມີແຜນວຽກດີ ກໍຄິດວ່າຈະຄວບຄຸມໄດ້ ຄັນວ່າບໍ່ມີແຜນດີ ບາງເທື່ອກໍຈເພີ່ມຂຶ້ນ 2-3 ເທົ່າ.”

ຜູ້ປະກອບການຂາຍອາຫານໃນເມືອງວັງວຽງ ແຂວງວຽງຈັນໄດ້ກ່າວວ່າຮ້ານຂາຍເຝີຂອງຕົນກໍໄດ້ຮັບຜົນກະທົບໄລຍະເງິນເຟີ້ມານີ້ເພາະເຄື່ອງທຸກຢ່າງທີ່ຊື້ເຂົ້າຮ້ານແມ່ນຊື້ມາຈາກໄທຍແຕ່ບໍ່ກ້າຈະປັບລາຄາຂຶ້ນຫຼາຍໂດຍຂາຍຖ້ວຍລະ 35,000 ກີບ ຖ້າຢູ່ໃນໂຕເມືອງເຂົາເຈົ້າຈະຂາຍຖ້ວຍລະ 40,000-50,000 ກີບ. ປັດຈຸບັນຄົນສ່ວນຫຼາຍເຂົາຈະຊື້ອາຫານໄປຄົວກີນເອັງເພື່ອປະຢັດເງິນເພາະຄ່າແຮງງານທີ່ຫາມາໄດ້ກໍມື້ລະແສນກີບເທົ່ານັ້ນ.

“ເງິນເຟີ້ສູງຈັ່ງຊິນີ້ຫວາຂາຍເຄື່ອງບໍ່ຄ່ອຍດີ ໄປຊື້ເຄື່ອງສ່ວນຫຼາຍ ຈະເອົາມາແຕ່ໄທຍ ຖ້າວ່າໄລ່ໃສ່ເງິນລາວ ມັນຕ້ອງໄດ້ໃຊ້ຈຳນວນຫຼາຍ ຄືມາກິນເຜີຖ້ວຍໜຶ່ງຈັ່ງຊີ້ 35,000 ກີບ. ຢູ່ໃນເຂດເມືອງ ເຂົາຈະຂາຍຖ້ວຍ 40 ຫຼື 50. ສ່ວນຫຼາຍເຂົາຫາໄດ້ຢູ່ພີ້ນີ້ມື້ລະແສນກີບ ຖ້າຫາກວ່າໃນເຮືອນມີຫ້າຄົນຊິໄປຊື້ຂອງກິນມາແຕ່ງກິນເອງ ຈະດີກ່ອນເບາະ.”

ພະນັກງານໂຮງແຮມ ໃນເມືອງວັງວຽງແຫ່ງໜຶ່ງ ກ່າວວ່າໃນລາວເງິນກໍຍັງເຟີ້ ສູງບັນດາໂຮງແຮມຫຼາຍແຫ່ງ ກໍປັບລາຄາຂຶ້ນ ໃນໄລຍະເດືອນມົກກະຣາ ປີ 2024 ທີ່ຜ່ານ ມາເຊິ່ງປັບຂຶ້ນ 10-20% ກໍຖືວ່າບໍ່ໄດ້ປັບຫຼາຍ ເພາະໃນວັງວຽງມີຫຼາຍໂຮງແຮມ, ຫຼາຍໂຕເລືອກກໍຢ້ານບໍ່ມີຄົນເຂົ້າພັກ.

“ສ່ວນຫຼາຍໂຮງແຮມປັບກໍຂຶ້ນໜ້ອຍ ໂຕຢ່າງປີໃໝ່ສາກົນ ທີ່ຜ່ານມານີ້ກາຊິປະມານ 10% ນີ້ແຫຼະ, 20% ນີ້ແຫຼະ. ຂຶ້ນຫຼາຍເຂົາກໍມີທາງເລືອກ ເຂົາກໍເອີໄປຊອກໂຮງແຮມ ທີ່ມັນຖືກກ່ວາເຮົາຈັ່ງຊີ້ນ່າ. ມັນກໍຂຶ້ນກັບລູກຄ້າແລ້ວມັນມີຫູາຍລາຄາເນາະ ມີຫຼາຍໂຮງແຮມ.”

ພະນັກງານໂຮງແຮມ ກ່າວຕື່ມວ່າຕົນ ກໍເປັນພຽງພະນັກງານ ຖ້າເວົ້າເຖີງຜົລກະກົບກ່ຽວກັບເງິນເຟີ້ ກໍໄດ້ຮັບຜົລກະທົບບໍ່ຕ່າງຈາກຄົນອື່ນ. ເງິນເດືອນຍັງສໍ່າເກົ່າແຕ່ຄ່າໃຊ້ຈ່າຍ ພັດເພີ່ມຂຶ້ນຫຼາຍເທົ່າ ເພາະສິນຄ້າລາຄາແພງ. ປັດຈຸບັນທະນາຄານຕັ້ງອັດຕຣາ ແລກປ່ຽນ 1 ບາທເທົ່າ 640 ກີບແຕ່ສ່ວນຫຼາຍຄົນໄປແລກປ່ຽນທາງນອກ ເຊິ່ງລາຄາສູງກ່ວາທະນາຄານ 660 ກໍມີ.

“ກາມີຜົນກະທົບເງິນເດືອນລາຍຮັບ ເຮົາໄດ້ສໍ່າເກົ່າເນາະ. ມັນບໍ່ໄດ້ເພີ່ມຂຶ້ນສິນຄ້າ ພວກນຳເຂົາແຫຼະປະເພດນັ້ນ ທີ່ມັນຈະຂຶ້ນ ອີງຕາມຄ່ານໍ້າມັນແດ່, ຄ່າຂົນສົ່ງມັນຂຶ້ນ. ໃຊ້ເງິນຫຼາຍຂຶ້ນເງິນບາທດຽວນີ້ ເຣດທະນາຄານແມ່ນ 640 ບໍ່ເຣດນອກມັນກໍຂຶ້ນໄປອີກ 65-66.”

ພະນັກງານໂຮງແຮມ ໃນແຂວງຫຼວງພຣະບາງກ່າວວ່າ ໃນແຂວງຫຼວງພຣະບາງ ທີ່ພັກກໍປັບຂຶ້ນ 10-15% ສ່ວນໂຮງແຮມທີ່ທ່ານເຮັດວຽກນີ້ ຈະແພງຂຶ້ນໃນໄລຍະເທສການ, ໄລຍະລະດູການທ່ອງທ່ຽວ ແລະປັດຈຸບັນ ຈະມີປະເພດອາຫານກໍປັບຂຶ້ນ ປະມານ 15% ເພາະສິນຄ້າສ່ວນຫຼາຍນໍາເຂົ້າ ຈາກປະເທດເພື່ອນບ້ານ ແລ້ວມາຂາຍເປັນເງິນກີບ ກໍຕ້ອງປັບຕາອັດຕຣາແລກປ່ຽນ.

“ບາງໂຮງແຮມອາດຈະຂຶ້ນລາຄາ ຂຶ້ນກໍປະມານ 10-15% ນີ້ແຫຼະ. ດຽວນີ້ໂຮງແຮມ ເຮົາບໍ່ໄດ້ປັບລາຄາ. ເຮົາຈະມີຊ່ວງເດືອນ 10 ຫາ ເດືອນ 3 ຈະເປັນ High season. ອາຫານກໍໄດ້ປັບຂຶ້ນໜ້ອຍໜຶ່ງ ປະມານ 15% ເພາະວ່າເງິນເຟີ້ສິນຄ້າ ສ່ວນຫຼາຍເຮົາຈະເອົາມາຈາກປະເທດເພື່ອນບ້ານເນາະ ແລ້ວບາດນີ້ເອົາມາຂາຍໃຫ້ຄົນທ້ອງຖິ່ນ ເປັນເງິນກີບກໍຕ້ອງໄດ້ກໍຕ້ອງໄດ້ຄູນອັດຕຣາແລກປ່ຽນ ມັນກໍສູງຂຶ້ນ.”

ຜູ້ປະກອບອາຊີບຂັບຣົຖໂດຍສານ ໃນນະຄອນຫຼວງວຽງຈັນກ່າວວ່າ ກໍໄດ້ຮັບຜົນເຊັ່ນກັນໃນຖານະຄົນຫາເຊົ້າກິນຄໍ່າ ກໍໄດ້ປັບຂຶ້ນລາຄາຈາກທີ່ເຄີຍໄປສົ່ງຜູ້ໂດຍສານ ສາຍໃຕ້ປະມານ 100,000 ກີບກໍເພີ່ມເປັນ 130,000 ກີບ ຍ້ອນນໍ້າມັນປັບຂຶ້ນລາຄາແພງຫຼາຍ. ສ່ວນຫຼາຍທີ່ຮັບສົ່ງກໍແມ່ນຜູ້ໂດຍສານ ຕ່າງປະເທດ. ການປັບຂຶ້ນລາຄາເຊັ່ນນີ້ ສ່ວນຫຼາຍຄົນລາວ ບໍ່ເຂົ້າໃຈຍັງຖືວ່າເປັນການຊໍ້າເຕີມ ໃນຍຸກເສຖກິຈລາວຫຍຸ້ງຍາກ.

“ຕະກີ້ສຸມມຸດວ່າສາຍໃຕ້ ແສນໜຶ່ງ. ເຮົາກໍຕ້ອງໄດ້ປັບຂຶ້ນ 3-4 ພັນນີ້ແຫຼະ ເພາະວ່າແມ່ນຫຍັງກໍແພງ. ນໍ້າມັນກໍຂຶ້ນ. ນໍ້າມັນລິດລະ ກໍ 23 ພັນປາຍແລ້ວ ເພາະວ່າເຂົາໄລ່ຕາມເງິນບາທ ຂອງຕລາດເດ້ກາແນ່ນອນແລ້ວກໍຕ້ອງໃຊ້ເງິນເພີ່ມຂຶ້ນອີກ.”

ສູນສະຖິຕິເສຖກິຈແຫ່ງຊາຕ ຣາຍງານເມື່ອທ້າຍເດືອນມົກກະຣາ 2024 ວ່າ ອັດຕຣາເງິນເຟີ້ໃນເດືອນມົກກະຣາ 2024 ເພີ່ມຂຶ້ນ 24,4% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ຫຼືທຽບໃສ່ເດືອນມົກກະຣາປີ 2023 ໂດຍລວມແລ້ວ ການເໜັງຕີງ ບໍ່ແຕກຕ່າງຈາກ ເດືອນທັນວາ ປີ 2023 ຜ່່ານທີ່ຢູ່ໃນລະດັບ 24.37%.

ໃນນັ້ນໝວດສິນຄ້າ ທີ່ມີອັດຕຣາເງິນເຟີ້ ເພີ່ມຂຶ້ນສູງແມ່ນໝວດຮ້ານອາຫານ ແລະໂຮງແຮມເພີ່ມຂຶ້ນ 35.9%, ໝວດເຄື່ອງນຸ່ງຮົ່ມ ແລະເກີບເພີ່ມຂຶ້ນ 33.4%, ໝວດຮັກສາສຸຂພາບ ແລະຢາເພີ່ມຂຶ້ນ 31.0%, ໝວດສະບຽງອາຫານ ແລະເຄື່ອງດື່ມທີ່ບໍ່ມີທາດເຫຼົ້າເພີ່ມຂຶ້ນ 22%, ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 24.5%, ໝວດເຫຼົ້າ ແລະຢາສູບເພີ່ມຂຶ້ນ 22.2%, ໝວດສິນຄ້າ ແລະການບໍຣິການອື່ນໆ ເພີ່ມຂຶ້ນ 21.1%

ສູນສະຖິຕິ ຍັງລະບຸຕື່ມວ່າ ຖ້າເບິ່ງການປ່ຽນແປງ ເດືອນຕໍ່ເດືອນກໍເດືອນມົກກະຣາປີ 2024 ທຽບໃສ່ເດືອນທັນວາ 2023 ອັດຕຣາເງິນເຟີ້ ແມ່ນເພີ່ມຂຶ້ນ 1.49% ໃນນັ້ນໝວດອາຫານ ແລະ ເຄື່ອງດື່ມ ແມ່ນເພີ່ມຂຶ້ນສູງກ່ວາໝູ່ 2.56% ໃນຂະນະທີ່ເດືອນທັນວາປີ 2023 ແມ່ນຫຼຸດລົງ -0.37%. ສ່ວນສາເຫດຕົ້ນຕໍ່ ຂອງການເພີ່ມຂຶ້ນອັດຕຣາເງິນເຟີ້ ໃນເດືອນມົກກະຣາມາຈາກ ສະພາບຄວາມຕ້ອງການຂອງສັງຄົມ ເພີ່ມຂຶ້ນເປັນຕົ້ນແມ່ນການຈັດກິດຈະກຳງານ ເທສການຕ່າງໆ ໃນຂະນະທີ່ການສນອງມີຈຳກັດດັ່ງນັ້ນ ຈຶ່ງເຮັດໃຫ້ລາຄາສິນຄ້າ ໂດຍສະເພາະລາຄາອາຫານສົດ ແລະເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມຂຶ້ນ, ການຄຸ້ມຄອງລາຄາສິນຄ້າ ໂດຍສະເພາະລາຄາສິນຄ້າ ຢູ່ໃນບັນຊີຄຸ້ມຄອງ ເປັນຕົ້ນສະບຽງອາຫານເຊັ່ນວາາເຂົ້າ, ສານ, ຊີ້ນ, ປາ ແລະ ອາຫານທະເລ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງຍັງເຫັນວ່າສິນຄ້າດັ່ງກ່າວມີລາຄາເພີ່ມຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org