ເງິນກີບລາວ ຍັງເຟີ້ຕໍ່ເນື່ອງ ກະທົບ ຜູ້ປະກອບການ ຢ່າງໜັກ

ອັຕຣາເງິນເຟີ້ ໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຜູ້ປະກອບການ ໃນລາວທັງຫລາຍ ຕ້ອງປະເຊີນ ກັບການປັບລາຄາ ແລະ ໄດ້ແຕ່ປະຄອງໃຫ້ຢູ່ ບໍ່ຫວັງເຖິງ ຜົລກຳໄລຫຍັງ.

ຮ້ານອາຫານ ໃນໂຮງແຮມແຫ່ງນຶ່ງ ທີ່ນະຄອນຫລວງພຣະບາງ, ເດືອນກັນຍາ ປີ 2019.

ອັຕຣາເງິນເຟີ້ ໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຜູ້ປະກອບການ ໃນລາວທັງຫລາຍ ຕ້ອງປະເຊີນ ກັບການປັບລາຄາ ແລະ ເງິນຕຣາຕ່າງປະເທດ ໃນການຊຳຣະ ກັບຕ່າງປະເທດ. ທຸກມື້ນີ້ ຜູ້ປະກອບການ ໃນລາວ ກໍໄດ້ແຕ່ປະຄອງໃຫ້ຢູ່ ບໍ່ຫວັງເຖິງ ຜົລກຳໄລຫຍັງ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການມາຟັງນໍາກັນ. ສຳລັບ ສັປດານີ້ ມາເວົ້າເຖິງ ຜົລກະທົບ ເງິນກີບເຟີ້ ຕໍ່ຜູ້ປະກອບການລາວ. ຜ່ານມາ ຜູ້ປະກອບການ ກໍປະເຊີນ ກັບວິກິິດ ໂຄວິດ-19. ປັດຈຸບັນ ກັບມາປະເຊີນວິກິເງິນເຟີ້, ຊຶ່ງກໍເຮັດໃຫ້ ຜູ້ປະກອບການລາວຍັງຫາທາງອອກ ໄດ້ຍາກ. ເພາະທຸຣະກິຈລາວ ສ່ວນໃຫຍ່ ຕ້ອງອາສັຍ ການສົ່ງອອກ ຈະຫວັງ ຜູ້ບໍຣິໂພກພາຍໃນ ກຳລັງການຊື້ ກໍຕໍ່າຫລາຍ ເພາະສະນັ້ນ ເງິນເຟີ້ ມັນໄດ້ກະທົບໂດຍກົງ ຕໍ່ພວກເຂົາເຈົ້າ. ສຳລັບ ມື້ນີ້ຫົວຂໍ້ ໃນຣາຍການ ແມ່ນ ເງິນກີບລາວ ຍັງເຟີ້ຕໍ່ເນື່ອງ ຜູ້ປະກອບການລາວ ກະທົບໜັກ.

ທ່ານຜູ້ຟັງ ເມື່ອທ່ານຟັງແລ້ວ ມີຄໍາຄິດຄຳເຫັນແນວໃດ ກະຣຸນາ ຊ່ອຍອອກຄໍາເຫັນ ກັບພວກເຮົາດ້ວຍ ຫລື ທ່ານ ຕ້ອງການເຂົ້າຮ່ວມ ໃນຣາຍການ ດ້ວຍຮູບແບບສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃນຊ່ອງຄອມເມັ້ນ ຂອງພວກເຮົາ ແລ້ວທິມງານ ຈະຕິດຕໍ່ ສັມພາດມາອອກ ໃນຣາຍການ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ອັຕຣາເງິນເຟີ້ ໃນປະເທດລາວ ຍັງເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ແນ່ນອນວ່າເມື່ອອັຕຣາແລກປ່ຽນ ເງິນຕຣາ ຕ່າງປະເທດເພີ່ມຂຶ້ນເຊັ່ນນີ້ ມັນກໍຫລີກລ້ຽງບໍ່ໄດ້ ທີ່ວ່າຈະໄດ້ຮັບຜົລກະທົບ ໄປຕາມໆກັນ.

ຜົລກະທົບ ທີ່ວ່າ ກໍແມ່ນ ຊີວິດປະຈຳວັນ ຊຶ່ງປະເທດລາວ ສ່ວນຫລາຍ ນຳເຂົ້າ ຍັງຜລິດເອງບໍ່ໄດ້. ນອກຈາກ ປະຊາຊົນ ຫາເຊົ້າກີນຄໍ່າ ສ່ວນຫລາຍ ພວກເຮົາ ກໍໄດ້ນຳເອົາບັນຫາ ມາສເນີແລ້ວ. ອີກນຶ່ງກຸ່ມ ທີ່ໄດ້ຮັບ ຜົລກະທົບ ຢ່າງຫລີກລ້ຽງບໍ່ໄດ້ ກໍຄື ຜູ້ປະກອບການລາວ ທັງຣາຍໃຫຍ່-ຣາຍນ້ອຍ ແມ່ນໄດ້ຮັບຜົລກະທົບ ທົ່ວໜ້າ ຈາກອັຕຣາແລກປ່ຽນ ຖີບໂຕສູງຂຶ້ນ ຊຶ່ງສຣຸບງ່າຍໆ ກໍຄືວ່າ ຜູ້ປະກອບການນຳເຂົ້າ-ສົ່ງອອກ ໄດ້ຮັບຜົລກະທົບ ທັງໝົດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org