ໂຮງໄຟຟ້າຫົງສາລິກໄນ ໃກ້ ສໍາເຣັດ

ໂຮງ ໄຟຟ້າ ຫົງສາ ລິກໄນ ແຂວງ ໄຊຍະບູຣີ ສໍາເຣັດ ໄປແລ້ວ 93 ສ່ວນຮ້ອຍ ຈະເລີ້ມ ຜລິດ ໄຟຟ້າ ໃນ ເດືອນ ມິຖຸນາ ປີນີ້.

ໂຮງງານໄຟຟ້າ ພລັງຖ່ານຫີນ ທີ່ເມືອງຫົງສາ ແຂວງໄຊຍະບູຣີ (ຮູປຖ່າຍ 10/14/2013) Citizen Journalist

 

ວຽກງານ ກໍ່ສ້າງ ໂຮງໄຟຟ້າ ພລັງ ຖ່ານຫີນ ຫົງສາ ລິກໄນ ທີ່ ແຂວງ ໄຊຍະບູຣີ ຊຶ່ງ ປະກອບ ດ້ວຍ 3 ຫົວ ຫນ່ວຍ ຜລິດ ສໍາເຣັດ ໄປແລ້ວ 93 ສ່ວນຮ້ອຍ ຄາດວ່າ ຫົວຫນ່ວຍ ທີ 1 ຈະເລີ້ມ ຜລິດໄຟຟ້າ ໄດ້ ໃນເດືອນ ມິຖຸນາ ນີ້. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ໂຄງການ:

"ຄວາມ ຄືບໜ້າ ການກໍ່ສ້າງ ໂຮງງານ ໄຟຟ້າ ນີ້ຫວ໋າ ປັດຈຸບັນ 93 ເປີເຊັນ ແລ້ວ ພາບຮວມ ສະເພາະໂຕ ໂຮງງານ ທີ 1 ສໍາເຣັດ ແລ້ວ ຍັງ ຫນ່ວຍທີ 2 ໃກ້ຈະ ສໍາເຣັດ ຫນ່ວຍທີ 3 ນີ້ນະ ແລ້ວໆ ຣະບົບ ສາຍພານ ບໍ່ທັນ ສໍາເຣັດ".

ທ່ານວ່າ ຖ້າວ່າ ວຽກງານ ກໍ່ສ້າງ ຣະບົບ ຂົນສົ່ງ ຖ່ານຫີນ ຈາກ ບໍ່ຖ່ານຫີນ ມາຍັງ ໂຮງໄຟຟ້າ ສໍາເຣັດ ຫົວຫນ່ວຍ ຜລິດ ໄຟຟ້າ ໂຕທີ 1 ກໍຈະເລີ້ມ ຜລິດ ໄຟຟ້າໄດ້ ພາຍໃນ ເດືອນ ມິຖຸນາ ນີ້. ໂຄງການ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ທີ່ມີ ຄວາມ ສາມາດ ຜລິດ ໄຟຟ້າໄດ້ 1,800 ເມກາວັດ ພັທນາ ໂດຍ ບໍຣິສັດ ຫຸ້ນສ່ວນ ພລັງງານ ຫົງສາ ອັນ ປະກອບ ດ້ວຍກຸ່ມ ບໍຣິສັດ ຜລິດໄຟຟ້າ ຣາຊບູຣີ ບໍຣິສັດ ພລັງງານ ບໍ່ແຮ່ ບ້ານພູ ແລະ ບໍຣິສັດ ຕາງໜ້າ ຣັຖບານ ລາວ.

ໂຄງການ ນີ້ ປະກອບ ດ້ວຍ ເໝືອງ ບໍ່ຖ່ານຫີນ ໂຮງໄຟຟ້າ ແລະ ສາຍສົ່ງ ໄຟຟ້າ ແຮງສູງ ໄປຍັງ ປະເທດໄທ. ພື້ນທີ່ ສັມປະທານ ມີ ທັງໝົດ 60 ກິໂລແມັດ ມົນທົນ. ມູນຄ່າ ໃນການ ກໍ່ສ້າງ ປະມານ 4,000 ລ້ານ ໂດລາ. ໄຟຟ້າ ທີ່ ຜລິດໄດ້ 90 ສ່ວນຮ້ອຍ ຈະສົ່ງໄປ ຈໍາຫນ່າຍ ຢູ່ ປະເທດໄທ, ສ່ວນເຫລືອ ແມ່ນໃຊ້ ພາຍໃນ ປະເທດ. ນັກ ອານຸຮັກ ທັມຊາຕ ມີຄວາມ ເປັນຫ່ວງນໍາ ມົລພິດ ທີ່ເກີດຈາກ ຄວັນໄຟ ເຜົາໄໝ້ ຖ່ານຫີນ ແລະ ມົລພິດ ຈາກ ບໍ່ຖ່ານຫີນ ທີ່ໄຫລລົງ ສູ່ ທັມຊາຕ ອັນຈະມີ ຜົນ ຕໍ່ສຸຂພາບ ຂອງ ສັຕສາ ວາສິ່ງ ແລະ ປະຊາຊົນ ທ້ອງຖິ່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org